ວິໄຈເປີດເຜີຍວ່າລູກກົກສະຫລາດກວ່າ

- 040706 - ວິໄຈເປີດເຜີຍວ່າລູກກົກສະຫລາດກວ່າ
- kitchen vibe - ວິໄຈເປີດເຜີຍວ່າລູກກົກສະຫລາດກວ່າ

ມີຜົນງານວິໄຈອອກມາຢັ້ງຢືນວ່າ ຄົນທີ່ເກີດເປັນລູກກົກສ່ວນຫລາຍຈະເປັນຄົນສະຫລາດກ່ວານ້ອງໆທີ່ເກີດທ້ອງແມ່ດຽວກັນ ສາເຫດເປັນຍ້ອນຫຍັງ ມື້ນີ້ພວກເຮົາລວມວຽກງານວິໄຈກ່ຽວກັບເລື່ອງນີ້ມາໃຫ້ທ່ານລອງອ່ານ ແລະ ວິເຄາະກັນເບິ່ງວ່າມັນ ແມ່ນແທ້ຫລືບໍ່ ?.

ໃນປີ 2007 ມີຜົນການສຶກສາຈາກປະເທດນ໊ອກແວ ເຊິ່ງຜົນການສຶກສາພົບວ່າລູກຄົນທຳອິດ ຫລື ລູກກົກມັກມີສະຕິປັນຍາດີ ກ່ວາລູກຄົນອື່ນໆ ໂດຍເພິ່ນໄດ້ໃຊ້ການສຳຫລວດຈາກກຸ່ມໂຕຢ່າງອ້າຍນ້ອງທັງໝົດ 250.000 ຄົນ ພົບວ່າລູກກົກມີ IQ ສູງກ່ວານ້ອງຄົນຮອງປະມານ 3 ຈຸດໂດຍສະເລ່ຍ, ລູກຄົນຮອງ ຫລື ລູກຜູ້ທີ 2 ຈະມີ IQ ສູງກ່ວາລູກຄົນຖັດໄປ 1 ຈຸດ ແລະ ຫລັງຈາກນັ້ນກໍບໍ່ພົບຄວາມແຕກຕ່າງລະຫ່ວາງອ້າຍເອື້້ອຍນ້ອງຄົນຕໍ່ໆໄປ.

- Visit Laos Visit SALANA BOUTIQUE HOTEL - ວິໄຈເປີດເຜີຍວ່າລູກກົກສະຫລາດກວ່າ

ມີອີກໜຶ່ງເຫດຜົນທີ່ສະແດງເລື່ອງນີ້ເພີ່ມຕື່ມວ່າ ລູກກົກຈະມີເວລາຢູ່ກັບພໍ່ແມ່ໃນໄລຍະອາຍຸ 4 – 13 ປີ ຫລາຍກ່ວາລູກຜູ້ທີ 2 ເຖິງ 3.000 ຊົ່ວໂມງ ນັ້ນໝາຍຄວາມວ່າພໍ່ແມ່ຈະມີເວລາເອົາໃຈໃສ່ລູກກົກຫລາຍກ່ວາ ແລະ ນີ້ກໍເປັນອີກໜຶ່ງເຫດຜົນທີ່ເຮັດໃຫ້ລູກກົກສະຫລາດ ທັງຍັງຮູ້ຈັກຄວາມຮັບຜິດຊອບ ເພາະຈະມີຄວາມຮູ້ສຶກຖືກຄາດຫວັງຈາກພໍ່ແມ່ວ່າເຂົາຈະຕ້ອງປະສົບຄວາມສຳເລັດ.

ອີກໜຶ່ງຜົນງານວິໄຈຈາກ  University of Illinois ທີ່ໃຊ້ວິທີລວບລວມຂໍ້ມູນດ້ານສະຕິປັນຍາ  ແລະ ບຸກຄະລິກກະພາບຂອງເດັກນ້ອຍລະດັບມັດທະຍົມ 377.000 ຄົນທົ່ວສະຫະລັດອາເມລິກາ ແລະ ພົບວ່າລຳດັບອ້າຍເອື້ອຍນ້ອງມີຜົນຕໍ່ບຸກຄະລິກຂອງເດັກນ້ອຍໄວມັດທະຍົມແທ້ ໂດຍເດັກນ້ອຍທີ່ເປັນລູກກົກຈະມີທ່າອ່ຽງຈະສະຫລາດຫລັກແຫລມກ່ວາ ແລະ ມີ IQ ສູງກ່ວານ້ອງໆທີ່ເກີດຕາມກັນມາ. ນອກຈາກນີ້ ລູກກົກມີທ່າອ່ຽງເປັນຄົນມັກເຂົ້າສັງຄົມ, ກ້າສະແດງອອກ, ເຂົ້າກັບຄົນງ່າຍ ແລະ ຍຸຕິທຳຫລາຍກ່ວາ. ຂະນະທີ່ລູກຄົນກາງ ແລະ ລູກຫລ້າມີທ່າອ່ຽງທີ່ຈະເປັນຄົນໃຈຮ້າຍງ່າຍຫລາຍກ່ວາລູກກົກ.

ມີຂໍ້ມູນທີ່ລະບຸວ່າລູກກົກໂດຍສະເລ່ຍຈະມີລາຍຮັບ ແລະ ການສຶກສາສູງກ່ວາຄົນຮອງ ທັງປະທານາທິບໍດີຂອງສະຫະລັດອາເມລິກາ ແລະ ບຸກຄົນທີ່ເຄີຍໄດ້ຮັບລາງວັນໂນເບລໃນປະຫວັດສາດເກືອບທຸກຄົນເປັນລູກກົກ ເຊັ່ນ : ບິລ ຄິລຕັນ, ຈອດ ບຸຊ, ໂອບາມາ ເປັນຕົ້ນ.

- 5 - ວິໄຈເປີດເຜີຍວ່າລູກກົກສະຫລາດກວ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!