ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?

- Parking - ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?
- kitchen vibe - ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?

 

- Parking - ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?

- Visit Laos Visit SALANA BOUTIQUE HOTEL - ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?

ກໍດັ່ງສື່ມວນຊົນໄດ້ສ່ອງແສງສະພາບການຂາຍເຄື່ອງ, ການຈອດລົດຊະຊາຍຕາມເສັ້ນທາງຄູວຽງ ແລະ ເຂດຫລັງຕະຫລາດຂົວດິນ, ຕະຫລາດເຊົ້າໄດ້ເປັນບັນຫາຊໍ້າເຮື້ອ ແລະ ແກ່ຍາວມາດົນແລ້ວ, ແຕ່ມາຮອດດຽວນີ້, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ອພບ) ໄດ້ມອບເຂດດັ່ງກ່າວໃຫ້ທາງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ ເປັນຜູ້ບໍລິຫານຈັດການຄວາມເປັນລະບຽບຮຽບຮ້ອຍໃນເສັ້ນທາງດັ່ງກ່າວ ແລະ ອ້າງວ່າຈະແກ້ໄຂສະພາບຫຍໍ້ທໍ້ນີ້ໃຫ້ໝົດໄປ.

ດັ່ງທ່ານຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ພາຍຫລັງກອງປະຊຸມຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆ ເຊັ່ນ: ພະແນກອຸດສະຫະກໍາ-ການຄ້າ, ພະແນກຈະລາຈອນ, ອົງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ແລະ ສະມາຄົມລົດສອງແຖວ, ລົດຕຸກໆ-ຈຳໂບ້ ກ່ຽວກັບການຈັດສັນຄວາມເປັນລະບຽບຂອງຊາວຄ້າຂາຍ ແລະ ແກ້ໄຂສະພາບຈອດລົດຊະຊາຍໃນບໍລິເວນດັ່ງກ່າວເມື່ອບໍ່ດົນມານີ້, ຊຶ່ງໄດ້ເປັນເອກະພາບກັນຄື: (1) ຕ້ອງຢຸບເລີກສະພາບການຝາກລົດ, ເລີກຮື້ຮ້ານຂາຍເຄື່ອງຊະຊາຍ ແລະ ສິ່ງກີດຂວາງຕ່າງໆອອກຈາກເຂດດັ່ງກ່າວແລ້ວປັບປຸງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສວຍງາມ. (2) ໃນວັນທີ 20 ມິຖຸນານີ້ຈະແຕ່ງຕັ້ງພະນັກງານລົງແນະນຳຜູ້ປະກອບການຄ້າຂາຍ ແລະ ຜູ້ບໍລິການຂົນສົ່ງສອງແຖວ, ຕຸກໆ-ຈຳໂບ້ ຢູ່ຈຸດດັ່ງກ່າວໃຫ້ເຂົ້າໃຈ ແລະ ຫ້າມນຳເອົາສີນຄ້າເຄື່ອງຂອງຕ່າງໆມາວາງຂາຍໂດຍເດັດຂາດ. (3) ຫລັງຈາກວັນທີ 20 ມິຖຸນາເປັນຕົ້ນໄປ, ໜ່ວຍງານຈັດສັນຄວາມບໍ່ເປັນລະບຽບຈະກວດກາເຂັ້ມງວດຢູ່ຈຸດສະຖານີລົດເມ ແລະ ທາງເຂົ້າຕະຫລາດຂົວດິນ, ຖະໜົນໜອງບອນ (ໜ້າຕະຫລາດເຊົ້າ) ບໍ່ໃຫ້ມີການຈອດລົດ ແລະ ຂາຍເຄື່ອງທຸກປະເພດ, ຕໍ່ກໍລະນີຊາວຄ້າຂາຍທີ່ມີເຮືອນ ແລະ ຮ້ານຂາຍເຄື່ອງຢູ່ຈຸດດັ່ງກ່າວທີ່ມີລົດໃຫຍ່ໃຫ້ຈອດໄດ້ແຕ່ເວລາ 19:00-6:00 ໂມງເຊົ້າ, ນອກນັ້ນແມ່ນໃຫ້ໄປຈອດຢູ່ສະຖານທີ່ທາງການກຳນົດໄວ້, ຖ້າພົບເຫັນການຝ່າຝືນເຈົ້າໜ້າທີ່ຈະມີການຕັກເຕືອນ, ສຶກສາອົບຮົມ ແລະ ປັບໄໝຢ່າງເຂັ້ມງວດຕາມກໍລະນີໜັກເບົາ.

- 5 - ຈະແກ້ໄຂສະພາບຂາຍເຄື່ອງ ແລະ ຈອດລົດຊະຊາຍໃນເຂດຕະຫລາດຂົວດິນໄດ້ແທ້ບໍ່?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!