ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ

ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ - 274 - ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ
ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ - kitchen vibe - ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ

     ເຈົ້າຄອງລັດນິວຢອກ ເປີດເຜີຍ ກົນລະຍຸດປູທາງສູ່ການເປີດເສດຖະກິດອີກເທື່ອໜຶ່ງ ຫລັງໂຄວິດ-19 ຜ່ານຈຸດວິກິດໄປແລ້ວ.

ທ່ານ ແອນດຣູ ຄູໂອໂມ ເຈົ້າຄອງລັດນິວຢອກ ເປີດເຜີຍວ່າ: ລັດນິວຢອກຈະເລີ່ມດຳເນີນການທາງເສດຖະກິດອີກຄັ້ງ ຫລັງຈາກການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຜ່ານຈຸດສູງສຸດໄປແລ້ວ ໂດຍຈະໃຊ້ກົນລະຍຸດເປີດເສດຖະກິດແບບຄ່ອຍເປັນຄ່ອຍໄປເທື່ອລະຂັ້ນ.

ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ - Visit Laos Visit SALANA BOUTIQUE HOTEL - ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ

ທ່ານ ຄູໂອໂມ ກ່າວວ່າ: ກົນລະຍຸດນັ້ນຄື ການເປີດຂະແໜງການກໍ່ສ້າງ ແລະ ການຜະລິດກ່ອນໃນໄລຍະທຳອິດ ແລະ ໄລຍະທີສອງຈະຕີລາຄາທຸລະກິດເປັນແຕ່ລະກໍລະນີໄປ ຂຶ້ນກັບຄວາມສຳຄັນຂອງທຸລະກິດນັ້ນໆ.

ທ່ານ ຄູໂອໂມ ລະບຸວ່າ: ແຕ່ລະໄລຍະຈະຫ່າງກັນ 2 ອາທິດ ເພື່ອກວດສອບຜົນກະທົບຂອງການເປີດເສດຖະກິດອີກຄັ້ງ ແລະ ສ້າງຄວາມໝັ້ນໃຈວ່າອັດຕາຜູ້ທີ່ຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ແລະ ຜູ້ຕິດເຊື້ອຈະບໍ່ເພີ່ມຂຶ້ນ.

ທັງນີ້ ທ່ານ ຄູໂອໂມ ບໍ່ໄດ້ລະບຸວັນທີຈະໃຊ້ກົນລະຍຸດດັ່ງກ່າວຢ່າງຈະແຈ້ງ, ແຕ່ລະບຸວ່າ: ບາງສ່ວນຂອງລັດອາດເລີ່ມເປີດເຮັດວຽກໃນວັນທີ 15 ພຶດສະພາ ເຊິ່ງເປັນກຳນົດເສັ້ນຕາຍໃນການຢຸດການລັອກດາວຂອງລັດໃນປັດຈຸບັນ.

ທ່ານ ຄູໂອໂມ ລະບຸວ່າ: ພື້ນທີ່ທີ່ມີທ່າອ່ຽງວ່າຈະເປີດເສດຖະກິດອີກຄັ້ງໃນມໍ່ໆນີ້ອາດຈະເປັນຕອນເໜືອຂອງນິວຢອກ ເຊິ່ງມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຕໍ່າເມື່ອທຽບໃສ່ພື້ນທີ່ອື່ນໆຂອງລັດ. ສ່ວນຂອງການເປີດເສດຖະກິດຕອນລຸ່ມຂອງນິວຢອກ ລວມທັງນິວຢອກຊິຕີ້ ເຊິ່ງເປັນເຂດທີ່ມີຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດ ລວມທັງເຂດແນສຊໍ ແລະ ເວສເຊສເຕີນັ້ນ ຈະເປັນເລື່ອງທີ່ສັບຊ້ອນ ແລະ ຕ້ອງການການປະສານງານລະດັບພາກພື້ນ.

ເຖິງຢ່າງໃດກໍຕາມ, ລັດນິວຢອກຍັງມີທ່າອ່ຽງຜູ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ແລະ ຜູ້ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈຫລຸດລົງຕໍ່ເນື່ອງ ແລະ ອັດຕາການເສຍຊີວິດຫລຸດລົງເຫລືອ 367 ຄົນໃນວັນທີ 25 ເມສາຜ່ານມາ. ນອກຈາກນີ້ ອັດຕາການຕິດເຊື້ອຢູ່ລັດນິວຢອກຍັງຫລຸດລົງເຫລືອ 0,8 ເຊິ່ງໝາຍເຖິງການທີ່ຜູ້ຕິດເຊື້ອ 10 ຄົນແຜ່ເຊື້ອຕໍ່ໃຫ້ຜູ້ອື່ນປະມານ 8 ຄົນ ຕ້ອງຮັກສາອັດຕາການຕິດເຊື້ອໃຫ້ຕໍ່າກວ່າລະດັບ 1 ເພື່ອຢຸດການແຜ່ລະບາດ.

ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ - 3 - ກົນລະຍຸດເປີດເສດຖະກິດ ‘ນິວຢອກ’ ຫລັງຜ່ານພົ້ນຈຸດວິກິດໂຄວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!