ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ

ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ - 273 - ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ
ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ - kitchen vibe - ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ

     ວັນທີ 25 ເມສາ, ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ: ປັດຈຸບັນບໍ່ມີຫລັກຖານບົ່ງບອກຜູ້ຕິດເຊື້ອທີ່ຫາຍດີຈາກໂຣກຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ແລະ ມີແອນຕີບໍດີຕໍ່ໄວຣັສ ຈະປອດໄພຈາກການຕິດເຊື້ອຊ້ຳຄັ້ງທີ 2.

ເຖິງວ່າຜົນການສຶກສາຈຳນວນຫລາຍພົບວ່າ: ຜູ້ຕິດເຊື້ອທີ່ຫາຍດີຈາກໂຄວິດ-19 ມີແອນຕີບໍດີຕໍ່ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (SARS-CoV-2) ແຕ່ອະດີດຜູ້ຕິດເຊື້ອບາງສ່ວນມີແອນຕີບໍດີທີ່ມີລິດລຶບລ້າງ (Neutralizing antibody) ໃນກະແສເລືອດລະດັບຕໍ່າຫລາຍ.

ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ - Visit Laos Visit SALANA BOUTIQUE HOTEL - ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ

“ເມື່ອໄລ່ຮອດວັນທີ 24 ເມສາ 2020 ຍັງບໍ່ມີຜົນການສຶກສາທີ່ລະບຸວ່າ: ການມີແອນຕີບໍດີຕໍ່ໄວຣັສໂຄໂຣນາສາຍພັນໃໝ່ໃນຮ່າງກາຍໄດ້ສ້າງພູມຄຸ້ມກັນຢັບຢັ້ງການຕິດເຊື້ອໄວຣັສໂຄໂຣນາໃນພາຍຫລັງ” ອົງການອະນາໄມໂລກ ເນັ້ນຜ່ານລາຍງານສະຖານະການແຕ່ລະວັນ.

ຂະນະທີ່ບາງປະເທດສະເໜີແນວຄິດຍຶດຖືການກວດພົບແອນຕີບໍດີຕໍ່ໄວຣັສໂຄໂຣນາສາຍພັນໃໝ່ເປັນຫລັກເກນອອກ “ໜັງສືຮັບຮອງພູມຄຸ້ມກັນ” ຫລື “ໃບຮັບຮອງສະຖານະໄຮ້ຄວາມສ່ຽງ” ເພື່ອຊ່ວຍໃຫ້ບຸກຄົນສາມາດເດີນທາງ ຫລື ກັບໄປເຮັດວຽກໄດ້.

ແຕ່ອົງການອະນາໄມໂລກເນັ້ນວ່າ: ຍັງຂາດເຂີນຫລັກຖານກ່ຽວກັບປະສິດທິພາບຂອງພູມຄຸ້ມກັນຈາກແອນຕີບໍດີເກີດໃໝ່ ທີ່ພຽງພໍຈະຮັບປະກັນຄວາມແນ່ນອນຂອງເອກະສານຮັບຮອງດັ່ງກ່າວ ໂດຍການໃຊ້ເອກະສານເຫລົ່ານັ້ນອາດເພີ່ມຄວາມສ່ຽງຂອງການແຜ່ລະບາດ.

ດ້ວຍເຫດນີ້ ອົງການອະນາໄມໂລກ ສະໜັບສະໜູນໃຫ້ເພີ່ມການກວດຫາຜົນທົດສອບຈາກຫ້ອງປະຕິບັດການທີ່ກວດກາແອນຕີບໍດີຕໍ່ໄວຣັສໂຄໂຣນາສາຍພັນໃໝ່ໃນມະນຸດ ລວມທັງຜົນທົດສອບພູມຄຸ້ມກັນທາງນ້ຳເຫລືອງວິທະຍາ ເພື່ອຢືນຢັນຄວາມແນ່ນອນ ແລະ ຄວາມໜ້າເຊື່ອຖື.

ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ - 5 - ອະນາໄມໂລກເຕືອນ ຫາຍດີຈາກໂຄວິດ-19 ບໍ່ໄດ້ພົ້ນໄພສ່ຽງຕິດເຊື້ອຊ້ຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!