ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ

ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ - 49 - ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ
ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ - kitchen vibe - ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ

ໂດຍ: ລູກເມືອງພວນ

ເມືອງ ອູຮັ່ນ ປະກາດວ່າ ບໍ່ມີຜູ້ປ່ວຍຕິດເຊື້ອ ໂຄວິດ-19 ນອນໂຮງໝໍອີກແລ້ວ, ພາຍຫຼັງຜູ້ປ່ວຍ 12 ຄົນສຸດທ້າຍອອກຈາກໂຮງໝໍໃນມື້ວັນທີ 26 ເມສານີ້.

ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ - Visit Laos Visit SALANA BOUTIQUE HOTEL - ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ

Mi Feng ໂຄສົກຂອງຄະນະກຳມະການແພດແຫ່ງຊາດ ຈີນ ປະກາດວ່າ: “ດ້ວຍຄວາມພະຍາຍາມຂອງ ອູຮັ່ນ ແລະ ການຊ່ວຍເຫຼືອຂອງລັດຖະບານ ໃຫ້ແຂວງ ຫູເປີຍ, ຈຶ່ງເຮັດໃຫ້ກໍລະນີຕິດເຊື້ອໂຄວິດຢູ່ ອູຮັ່ນບໍ່ມີອີກແລ້ວ”.

ຄຳປະກາດດັ່ງກ່າວມີຂຶ້ນບໍ່ເຖິງ 24 ຊົ່ວໂມງ ພາຍຫຼັງຜູ້ປ່ວຍຮູນແຮງຄົນໜຶງຢູ່ ອູຮັ່ນ ໄດ້ອອກໂຮງໝໍເປັນຄົນສຸດທ້າຍໃນວັນທີ 26 ເມາສານິີ້.

ຜູ້ປ່ວຍຄົນສຸດທ້າຍອອກໂຮງໝໍແມ່ນພໍ່ເຖົ້າ ດິງ, ອາຍຸ 77 ປີ ໂດຍຜ່ານການກວດຫາເຊື້ອ 2 ຄັ້ງ ລ້ວນແຕ່ເປັນລົບ. ພໍ່ເຖົ້າເວົ້າກັບນັກຂ່າວ Changjing Daily ວ່າ: ຂ້ອຍຄິດຮອດຄອບຄົວຫຼາຍ.

ຜູ້ປ່ວຍຄົນໜຶ່ງອີກສະທ້ານຂຶ້ນວ່າ: ໂອຍ, ອາກາດຢູ່ຂ້າງນອກຈຶ່ງແມ່ນສົດຊື່ນແທ້, ອາກາດມື້ນີ້ສຸດຍອດເລີຍ.

ກ່ອນທີ່ ອູຮັ່ນ ຈະປອດຜູ້ຕິດເຊື້ືອໄດ້ ມັນໄດ້ຜ່ານຂະບວນວິວັດທີ່ແສນຍາກລຳບາກທີ່ສຸດເພາະ ອູຮັ່ນ ເປັນສູນກາງຂອງການແຜ່ລະບາດເຊື້ອໄວຣັດຢູ່ໃນຈີນ ແລະ ໄດ້ປິດເມືອງໄປແຕ່ວັນທີ 23 ມັງກອນ, ຊຶ່ງໄດ້ຫ້າມປະຊາຊົນບໍ່ໃຫ້ເຂົ້າ-ອອກເມືອງເປັນເວລາ 76 ວັນ ກ່ອນທີ່ຈະກັບມາຍົກເລີກໃນວັນທີ 8 ເມສາຜ່ານມານີ້.

ໃນຂະນະທີ່ພະຍາດລະບາດຢ່າງຮ້າຍແຮງຢູ່ ອຸຮັ່ນ ນັ້ນ, ລັດຖະບານຈີນໄດ້ລະດົມກຳລັງແພດໝໍໄປຊ່ວຍ ອູຮັ່ນ ຫຼາຍກວ່າ 24.000 ຄົນ ເພື່ອຊ່ວຍໃຫ້ ອູຮັ່ນ ຜ່ານພົ້ນວິກິດການ.

ຜູ້ຕິດເຊື້ອຢູ່ເມືອງ ອູຮັ່ນ ກວມເອົາ 50.000 ຄົນ ໃນຈຳນວນທົ່ວປະເທດ 83.000 ຄົນ, ໃນນັ້ນມີຜູ້ເສຍຊີວິດທັງໝົດໃນທົ່ວປະເທດ 4.600 ຄົນ.

ການທີ່ ອູຮັ່ນ ບໍ່ມີຜູ້ປ່ວຍຕິດເຊື້ອໂຄວິດ-19 ອີກນັ້ນ, ມັນແມ່ນຂີດໝາຍແຫ່ງຄວາມພະຍາຍາມອັນໃຫ່ຍຫຼວງໃນການຕ້ານພະຍາດໃນຄັ້ງນີ້ຂອງເມືອງ 11 ລ້ານຄົນນັ້ນເອງ.

ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ - 4 - ອູຮັ່ນ ປະກາດ ບໍ່ມີຜູ້ປ່ວຍໂຄວິດ-19 ນອນໂຮງໝໍອີກແລ້ວ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!