ເນ​ເທີ​ແລນ-ຝ​ຣັ່ງ​​ລຸດ​ມາດ​ຕະ​ການ Lockdown ໃຫ້​ນັກ​ຮຽນ​ປະ​ຖົມ-ມັດ​ທະ​ຍົມ​ເລີ່ມ​ໄປ​ໂຮງ​ຮຽນ​ໄດ້

- 999999 - ເນ​ເທີ​ແລນ-ຝ​ຣັ່ງ​​ລຸດ​ມາດ​ຕະ​ການ Lockdown ໃຫ້​ນັກ​ຮຽນ​ປະ​ຖົມ-ມັດ​ທະ​ຍົມ​ເລີ່ມ​ໄປ​ໂຮງ​ຮຽນ​ໄດ້
- kitchen vibe - ເນ​ເທີ​ແລນ-ຝ​ຣັ່ງ​​ລຸດ​ມາດ​ຕະ​ການ Lockdown ໃຫ້​ນັກ​ຮຽນ​ປະ​ຖົມ-ມັດ​ທະ​ຍົມ​ເລີ່ມ​ໄປ​ໂຮງ​ຮຽນ​ໄດ້

ຫລາຍ​ປະ​ເທດ​ໃນ​ເອີ​ຣົບ ກຳ​ລັງ​ຜ່ອນ​ມາດ​ຕະ​ການ​ເຂັ້ມ​ງວດ​ທັງ​ຫລາຍ​ທີ່​ເຄຍ​ນຳ​ມາ​ໃຊ້​ໄລ​ຍະ​ທີ່​ໂຄວິດ-19 ລະ​ບາດ​ຫນັກໃນ​ໄລ​ຍະ​ນີ້ຝ​ຣັ່ງ​ມີ​ຜູ້​ຕິດ​ເຊື້ອ​ລວມ 159.828 ຄົນ ເສ​ຍ​ຊີ​ວິດ 22.245 ຄົນ ຮັກ​ສາ​ດີ 43.493 ຄົນ ເນ​ເທີ​ແລນ​ມີ​ຄົນ​ຕິດ​ເຊື້ອ​ລວມ 35.921 ຄົນ ເສຍ​ຊີ​ວິດ 4.192 ຄົນ ຮັກ​ສາ​ດີ 101 ຄົນ.

ປະ​ເທດ​ຝ​ຣັ່ງ, ເນ​ເທີ​ແລນ ເລີ່ມ​ປະ​ກາດ​ໃຫ້​ໂຮງ​ຮຽນ​ລະ​ດັບ​ປະ​ຖົມ​ໃຫ້​ມີ​ການ​ຮຽນ, ການ​ສອນ ໃນ​ເດືອນ​ພຶດ​ສະ​ພາ ໃນ​ລະ​ຫວ່າງ​ແອັດ​ສະ​ປາຍ​ຍັງ​ມີ​ຜູ້​ຕິດ​ເຊື້ອ​ລວມ 219.764 ຄົນ, ເສຍ​ຊີ​ວິດ 22.524 ຄົນ, ຮັກ​ສາ​ດີ 92.355 ຄົນ.

- Visit Laos Visit SALANA BOUTIQUE HOTEL - ເນ​ເທີ​ແລນ-ຝ​ຣັ່ງ​​ລຸດ​ມາດ​ຕະ​ການ Lockdown ໃຫ້​ນັກ​ຮຽນ​ປະ​ຖົມ-ມັດ​ທະ​ຍົມ​ເລີ່ມ​ໄປ​ໂຮງ​ຮຽນ​ໄດ້

ຕຽມ​ໃຫ້​ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກ​່ອນ 14 ປີ, ສາ​ມາດ​ອອກ​ມາ​ໃຊ້​ຊີ​ວິດນອກ​ເຮືອນໄດ້​ເລີ່ມ​ຕັ້ງ​ແຕ່​ອາ​ທິດ​ຫນ້າ​ຕໍ່​ໄປ.

ໃນ​ປະ​ເທດ​ຝ​ຣັ່ງ Jean-Michel Blanquer ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ໄດ້​ໃຫ​້​ຮູ້​ວ່າ: ຈະ​ໃຫ້​ນັກ​ຮຽນແຕ່​ລະ​ຊັ້ນ​ມີ​ນັກ​ຮຽນ​ປະ​ມານ 15 ຄົນ​ຕໍ່​ຫ້ອງ​ຮຽນ ຂອງ​ແຕ່​ລະ​ຊັ້ນ. ນັກ​ຮຽນ​ລຸ້ນ​ປະ​ຖົມ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່ 5 ປີ ຫາ 11 ປີ ອາດ​ຈະ​ເປັນ​ກຸ່ມ​ທຳ​ອິດ​ທີ່ໄດ້​ໄປ​ໂຮງ​ຮຽນ​ໃນ​ວັນ​ທີ 12 ພຶດ​ສະ​ພານີ້. ເຊິ່ງ​ເປັນ 1 ວັນ​ຫລັງ​ສິ້ນ​ສຸດ​ປະ​ເທດ lockdown ທົ່ວ​ປະ​ເທດ.

ຈາກນັ້ນ ອາ​ທິດ​ຕໍ່​ໄປ​ຈະ​ໃຫ້​ເດັກ​ໃນ​ລຸ້ນ​ມັດ​ທະ​ຍົມ​ເຂົ້າ​ຮຽນ​ໃນ​ວັນ​ທີ 25 ພຶດ​ສະ​ພາ ໂດຍ Blanquer ຕັ້ງ​ເປົ້າ​ໃຫ້​ເດັກ​ນ້ອຍ​ລຸ້ນ​ປະ​ຖົມ​ຢູ່​ຮ່ວມ​ກັນ​ເປັນ​ກຸ່ມ​ນ້ອຍໆ ຫລື ຫນ້ອຍກວ່າ 10 ຄົນ, ແນ່ນອນ​ວ່າ​ເປັນ​ຄວາມ​ທ້າ​ທາຍ​ໃຫມ່​ໃນ​ດ້ານ​ການ​ຈັດ​ການ​ຂອງ​ໂຮງ​ຮຽນ​ລັດ ເພາະ​ປົກ​ກະ​ຕິ​ເດັກ​ນ້ອຍ​ນັກ​ຮຽນ​ຈະ​ຢູ່​ໃນ​ຫ້ອງ​ລວມ​ກັນ​ປະ​ມານ 30 ຄົນ.

ປະ​ເທດ​ເນ​ເທີ​ແລນ ນາ​ຍົກ​ລັດ​ຖະ​ມົນ​ຕີ Mark Rutte ປະ​ກາດ​ໃຫ້​ຮູ້​ວ່າ: ໂຮງ​ຮຽນ​ລະ​ດັບ​ປະ​ຖົມ​ຈະ​ກັບ​ມາ​ເປີດ​ໃຫ້​ມີ​ການ​ຮຽນ​ການ​ສອນ​ອີກ​ຄັ້ງ​ໃນ​ວັນ​ທີ 11.

ພຶດ​ສະ​ພານີ້ ໂດຍ​ລະ​ບຸ​ວ່າ ສະ​ຖາ​ບັນ​ໃນ​ການ​ຄວບ​ຄຸມ​ໂຣກ​ພົບ​ວ່າ​ຄວາມ​ສ​່ຽງ​ຈາກ​ການ​ຕິດ​ເຊື້ອ​ໃນ​ໂຮງ​ຮຽນ​ຢູ່​ໃນ​ລະ​ດັບ​ທີ່​ສາ​ມາດ​ຈັດ​ການ​ໄດ້ ມີ​ລາຍ​ງາ​ນ​ຄົນ​ປ່ວຍ​ທີ່​ຕິດ​ເຊື້ອ​ໂຄວິດ-19 ໃຫ້​ຮູ້​ວ່າ: ຄົນ​ທີ່​ມີ​ອາ​ຍຸ ຕ່ຳ​ກວ່າ 20 ລົງ​ມາ​​ມີ ໂອ​ກາດ​ຕິດ​ເຊື້ອ​ຫນ້ອຍ ປະ​ມານ 1% , ເຊິ່ງ​ກຸ່ມ​ຄົນ​ທີ່​ມີ​ອາ​ຍຸ​ລະ​ຫວ່າງ 20ຂຶ້ນ​ໄປ​ໃນ​ໄລ​ຍະ​ນີ້​ມີ​ຢູ່ປະ​ມານ 22% ຈາກ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ຫມົດ.

Rutte ບອກ​ໃຫ້​ຮູ້​ວ່າ: ມີ​ການ​ແບ່ງ​ກັນ​ຮຽນ​ເປັນ 2 ກຸ່ມ​ເຊັ່ນ: ມື້​ທຳ​ອິດ​ເປັນ​ນັກ​ຮຽນ​ກຸ່ມ​ທຳ​ອິດ ມື້​ຕໍ່​ໄປ​ເປັນ​ນັກ​ຮຽນ​ອີກ​ກຸ່ມ​ຫນຶ່ງ ນັກ​ຮຽນ​ລະ​ດັບ​ມັດ​ທະ​ຍົມ ຈະ​ໃຫ້​ມາ​ຮຽນ​ໃນ​ເດືອນ​ຕໍ່​ໄປ ທຸກ​ລະ​ດັບ​ຊັ້ນ​ຮຽນ​ຈະ​ເລີ່ມ​ເປີດ​ຮຽນ​ທັງ​ຫມົດ​ໃນ​ວັນ​ທີ 25 ພຶດ​ສະ​ພານີ້.

ດັ່ງ​ນີ້ ການ​ໃຫ້​ໂຮງ​ຮຽນ​ກັບ​ມາ​ຮຽນ​ອີກ​ຄັ້ງ​ຂອງ​ເນ​ເທີ​ແລນ ກຳ​ລັງ​ເປັນ​ໂມ​ເດ​ລ ໃຫ້​ກັບ​ຫລາຍ​ປະ​ເທດ​ໃນ​ເອີ​ຣົບ ມີ​ການ​ລຸດ​ມາດ​ຕະ​ການ lockdown ແລະ ເປີດ​ໃຫ້​ນັກ​ຮຽນມາ​ຮຽນ​ຕາມ​ປົກ​ກະ​ຕິ ບໍ່​ວ່າ​ຈະ​ເປັນ ອີ​ຕາ​ລີ, ແອດ​ສະ​ປາຍ, ອັງ​ກິດ ທີ່​ມີ​ຄົນ​ຕິດ​ເຊື້ອ​ສູງ​ທັງ​ຫມົດ. ວັນ​ອັງ​ຄານ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ແອດ​ສະ​ປາຍ ຫາ​ກໍ​ຈະ​ປະ​ກາດ​ໃຫ້​ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກ່ອນ 14 ປີ ສາ​ມາດ​ອອກ​ຈາກ​ບ້ານ​ໄດ້​ຖ້າ​ມີ​ພໍ່​ແມ່​ໄປ​ນຳ​ໃນ​ວັນ​ທີ 27 ເມ​ສາ ແຕ່​ຍັງ​ໃຫ້​ຫລິ້ນ​ໃນ​ສວນ​ສາ​ລະ​ນະ​ສາ​ມາດ​ໄປ​ຊຸບ​ເຊີ​ມາ​ເກັດ, ຮ້ານ​ຂາຍ​ຢາ ຫລື ທະ​ນາ​ຄານ​ໄດ້.

ສິ່ງ​ທີ່​ເອີ​ຣົບ​ເຝົ້າ​ລະ​ວັງ​ຢູ່​ຕອນນີ້ ຄື​ການ​ກັບ​ມາ​ລະ​ບາດ​ໃຫມ່​ຂອງ​ໄວ​ຣັ​ສ. ແຕ່ອອດ​ສະ​ເຕເລຍ ໃຫ້​ຮ້ານ​ອາ​ຫານ, ກາ​ເຟ, ​​ກັບ​ມາ​ເປີດ​ໃຫມ່​ອີກ​ຄັ້ງ 15 ພຶດ​ສະ​ພາ. ສ່ວນ​ເຢຍ​ລະ​ມັນ ໃຫ້​ຮ້ານ​ຫນັງ​ສື, ຮ້ານ​ຄ້າ​ຂະ​ຫນາດ​ນ້ອຍ​ເລີ່ມ​ເປີດ​ໄປ​ແດ່​ແລ້ວ ສ່ວນ​ອີ​ຕາ​ລີ ເລີ່ມ​ລຸດ​ມາດ​ຕະ​ການ lockdown ເຊັ່ນ​ຈາກຍອດ​ຄົນ​ຕິດ​ເຊື້ອ​ມີ​ຈຳ​ນວນ​ລຸດ​ລົງ.

- 4 - ເນ​ເທີ​ແລນ-ຝ​ຣັ່ງ​​ລຸດ​ມາດ​ຕະ​ການ Lockdown ໃຫ້​ນັກ​ຮຽນ​ປະ​ຖົມ-ມັດ​ທະ​ຍົມ​ເລີ່ມ​ໄປ​ໂຮງ​ຮຽນ​ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!