ກະຊວງພະລັງງານແລະບໍ່ແຮ່ ຄົ້ນຄວ້າສະເໜີນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການລະບາດ ຂອງ ພະບາດ COVID-19


ເພື່ອປະຕິບັດຕາມ ຂໍ້ຕົກລົງ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 02/04/2020 ວ່າດ້ວຍການກໍານົດນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດ ຂອງ ພະຍາດ COVID-19 ຕໍ່ເສດຖະກິດ ຂອງ ລາວ ໃນຂໍ້ທີ 7 ທີ່ວ່າ “ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາ ໃນການຊໍາລະຄ່າໄຟຟ້າ ແລະ ນໍ້າປະປາຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ” ພາຍຫຼັງໄດ້ຮັບຂໍ້ຕົກລົງດັ່ງກ່າວ ກະຊວງພະລັງງານແລະບໍ່ແຮ່ ກໍ່ໄດ້ຮີບຮ້ອນສົບທົບກັບ ໜ່ວຍງານສະເພາະກິດຂອງລັດຖະບານ ທີ່ຄົ້ນຄວ້າກ່ຽວກັບນະໂຍບາຍທີ່ຕິດພັນພາກປະຊາຊົນ ແລະ ສັງຄົມ ເພື່ອຄົ້ນນະໂຍບາຍກ່ຽວກັບການຫຼຸດຄ່າກະແສໄຟຟ້າ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ໃນຊ່ວງວິກິດການລະບາດຂອງພະຍາດ COVID-19.
ຜ່ານການຄົ້ນຄວ້າຢ່າງເລິກເຊິ່ງ ກະຊວງພະລັງງານແລະບໍ່ແຮ່ ກໍໄດ້ຕົກລົງເຫັນດີ ກ່ຽວກັບນະໂຍບາຍຫຼຸດລາຄາໄຟຟ້າ ດັ່ງນີ້: ກະຊວງພະລັງງານແລະບໍ່ແຮ່ ໄດ້ອອກແຈ້ງການ ສະບັບ ເລກທີ 438/ພບ, ລົງວັນທີ 08/04/2020 ເຖິງລັດວິສາຫະກິດໄຟຟ້າລາວ ໃນການປະຕິບັດໂຄງສ້າງລາຄາໄຟຟ້າໃໝ່ ແລະ ຈະເລີ່ມ ປະຕິບັດແຕ່ເດືອນພຶດສະພາ 2020 ເປັນຕົ້ນໄປ (ໝາຍວ່າເປັນພະລັງງານຂອງເດືອນເມສາ).
ໃນໂຄງສ້າງລາຄາໃໝ່ນີ້ ພາກທີ່ຢູ່ອາໄສໄດ້ຫຼຸດຈາກອັດຕາຄິດໄລ່ 6 ຂັ້ນ ມາເປັນ 2 ຂັ້ນ ໂດຍເມື່ອກ່ອນຂັ້ນທີ 1 ແລະ 2 ມີລາຄາ 348 ແລະ 414 ມາເປັນລາຄາດຽວ 355 ກີບ/ກິໂລວັດໂມງ. ສໍາລັບຂັ້ນ 3,4,5 ແລະ 6 ລາຄາເດີມ 799, 880, 965 ແລະ 999 ກີບ/ກິໂລວັດໂມງ ມາເປັນຂັ້ນດຽວ ລາຄາ 710 ກີບ/ກິໂລວັດໂມງ.
ພາກອື່ນໆທີ່ບໍ່ແມ່ນທີ່ບໍ່ແມ່ນທີ່ຢູ່ອາໄສກໍໄດ້ ຮັບສ່ວນຫລຸດເຊັ່ນກັນ, ເຮັດໃຫ້ຜູ້ຊົມໃຊ້ໃນແຕ່ລະປະເພດໄດ້ຮັບສ່ວນຫຼຸດ 2-35%, ພ້ອມນັ້ນ, ກໍເລື່ອນເວລາຊໍາລະຄ່າໄຟຟ້າອອກ 7-30 ວັນ ມາເປັນ 7-45 ວັນ. ພິເສດການປະຕິບັດນະໂຍບາຍຕໍ່ກັບພະນັກງານແພດໝໍທີ່ເຮັດວຽກປະຈໍາການປະຈັນບານໃນການຕ້ານພະຍາດ COVID-19, ໂດຍມີການຢັ້ງຢືນຈາກໂຮງໝໍກ່ຽວຂ້ອງ ໃນບັນດາແຂວງທົ່ວປະເທດ ຈະໄດ້ຮັບສ່ວນຫລຸດຄ່າຊົມໃຊ້ກະແສໄຟຟ້າ 15% ຂອງພະລັງງານ ທີ່ນໍາໃຊ້ໃນເດືອນເມສາ, ພຶດສະພາ ແລະ ມິຖຸນາ ປີ2020 ກ່ອນຫັກອາກອນ.