ຫວຽດນາມມີຮູບການສອບເສັງແບບໃໝ່ໃຫ້ນັກຮຽນ ມ ປາຍທ່າມກາງ ໂຄວິດ-19 ລະບາດ


ໂດຍ: ລູກເມືອງພວນ
ກອງປະຊຸມສາມັນຂອງລັດຖະບານຫວຽດນາມ, ວັນທີ 22 ເມສານີ້, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ຕີລາຄາສູງຕໍ່ຄວາມພະຍາຍາມຂອງກະຊວງສຶກສາ ທີ່ໄດ້ອອກແບບການສອບເສັງແບບໃໝ່ໃຫ້ນັກຮຽນ ມໍ ປາຍໃນສົກຮຽນ 2019-2020 ແຕ່ຫົວທີ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19. ຊຶ່ງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສຶກສາ ຈົ່ງໄດ້ອອກແຈ້ງການ ແລະ ຄຳແນະນຳວິທີການສອບເສັງແບບຈົບຊັ້ນ ມໍ ປາຍໃຫ້ນັກຮຽນໄດ້ຮັບຊາບໂດຍໄວ. ຊຶ່ງທັງເປັນການສອບເສັງຈົບຊັ້ນ ມໍ ປາຍ ທັງເປັນການສອບເສັງເຂົາມະຫາວິທະຍາໄລ ແລະ ວີຊາຊີບຊັ້ນສູງອີກດ້ວຍ ໂດຍເອົາຄະແນນສູງສຸດຂອງແຕ່ລະຄົນເປັນຄະແນນເຂົ້າມະຫາວິທະຍາໄລ ແລະ ຊັ້ນສູງເລີຍ(ຈະມີເກນກຳນົດຄະແນນໃຫ້ແຕ່ລະສະຖາບັນການສຶກສາ ສະເພາະ).
ການສອບເສັງສຳລັບຈົບຊັ້ນ ມໍ ປາຍຈະໃຊ້ເວລາ 1,5 ວັນ, ໂດຍຄາດວ່າຈະເສັງ 3 ວິຊາເອກະລາດ(ສະໝັກໃຈ): ຄະນິດສາດ, ວັນະຄະດີ ແລະ ພາສາຕ່າງປະເທດ ແລະ ເສັງ 2 ວິຊາລວມຄື: ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ.
ໃນນັ້ນ, ວິຊາວິທະຍາສາດທຳມະຊາດຈະເສັງ 3 ວິຊາຄື: ວັດຖຸ, ເຄມີສາດ ແລະ ຊີວະສາດ. ບົດສອບເສັງວິທະຍາສາດສັງຄົມສຳລັບນັກຮຽນມໍ ປາຍ ລວມມີ 3 ວິຊາຄື: ປະຫວັດສາດ, ພູມີສາດ ແລະ ສຶກສາພົນລະເມືອງ. ສຳລັບນັກສອບເສັງສຶກສານອກລະບົບ ຈະໄດ້ເສັງເພີ່ມເຕີມອີກ 2 ວິຊາຄື: ປະຫວັດສາດ ແລະ ພູມີສາດ.
ນັກສອບເສັງຈົບ ມໍ ປາຍ ຈະຕ້ອງເສັງແບບບັງຄັບ 3 ວິຊາ: ເລກ, ພາສາສາດ, ພາສາຕ່າງປະເທດ ແລະ ອີກ 1 ບົດເລືອກຕາມໃຈໃນສາຂາວິທະຍາສາດທຳມະຊາດ ຫຼື ວິທະຍາສາດສັງຄົມ. ສຳລັບນັກສອບເສັງ ສຶກສານອກລະບົບ ຕ້ອງເສັງ 2 ວິຊາ ບັງຄັບ: ເລກ, ພາສາສາດ ແລະ 1 ວິຊາເລືອກຕາມໃຈໃນສາຂາວິຊາທຳມະຊາດ ແລະ ວິທະຍາສາດສັງຄົມ.
ບົດສອບເສັງເລກ, ພາສາສາດ ແລະ ພາສາຕ່າງປະເທດ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ ຈະສອບເສັງແບບປະລາໄນ. ນັກຮຽນໃນຫ້ອງສອບເສັງຈະມີຫົວຂໍ້ສອບເສັງບໍ່ຄືກັນ. ສ່ວນບົດສອບເສັງພາສາສາດ ແມ່ນເສັງແບບ ອັດຕະໄນ.