ຜູ້ນຳຟິລິບປິນສະເໜີໃຫ້ເງິນລາງວັນ ຜູ້ຄິດຄົ້ນວັກແຊງໂຄວິດ-19
April 24, 2020 - 3:20 PM


ຟີລິບປິນຂະຫຍາຍມາດຕະການປິດນະຄອນຫລວງມະນິລາ ແລະ ພື້ນທີ່ໃກ້ຄຽງຈົນເຖິງວັນທີ 15 ພຶດສະພາ.
ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ຂະຫຍາຍມາດຕະການປິດນະຄອນຫລວງມະນິລາ ແລະ ພື້ນທີ່ໃກ້ຄຽງ ຈົນເຖິງວັນທີ 15 ເດືອນໜ້າ ເນື່ອງຈາກຍັງມີຜູ້ຕິດເຊື້ອເປັນຈຳນວນຫລາຍ ແລະ ເພື່ອຄວບຄຸມການແຜ່ລະບາດ, ສ່ວນພື້ນທີ່ທີ່ມີຄວາມສ່ຽງໜ້ອຍຈະເລີ່ມຫລຸດຜ່ອນມາດຕະການເຂັ້ມງວດ ລວມທັງເລີ່ມອະນຸຍາດໃຫ້ທຸລະກິດຕ່າງໆກັບມາເປີດໃຫ້ບໍລິການ. ນອກຈາກນີ້ ຍັງສະເໜີໃຫ້ເງິນລາງວັນຊາວຟີລິບປິນທີ່ສາມາດຄິດຄົ້ນວັກແຊງປ້ອງກັນໂຄວິດ-19 ເປັນເງິນເຖິງ 50 ລ້ານເປໂຊ.