ມຽນມາໃຊ້ເດີ່ນເຕະບານເປັນຕະຫລາດ ຮັກສາໄລຍະຫ່າງຊ່ວງໂຄວິດ-19

- 244 - ມຽນມາໃຊ້ເດີ່ນເຕະບານເປັນຕະຫລາດ ຮັກສາໄລຍະຫ່າງຊ່ວງໂຄວິດ-19
- kitchen vibe - ມຽນມາໃຊ້ເດີ່ນເຕະບານເປັນຕະຫລາດ ຮັກສາໄລຍະຫ່າງຊ່ວງໂຄວິດ-19

ທາງການທ້ອງຖິ່ນໃນມຽນມາ ປ່ຽນເດີ່ນເຕະບານໃຫ້ກາຍເປັນຕະຫລາດ ຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ ໃນຊ່ວງໂຄວິດ-19 ລະບາດ.

ນີ້ເປັນພາບເດີ່ນເຕະບານຂະໜາດໃຫຍ່ຢູ່ເມືອງນັດຕາລິນ ໃນເຂດພະໂຄ ຂອງມຽນມາ ທີ່ຖືກທາງການທ້ອງຖິ່ນປ່ຽນໃຫ້ເປັນຕະຫລາດ ເພື່ອອະນຸຍາດໃຫ້ບັນດາພໍ່ຄ້າແມ່ຄ້າສາມາດອອກມາຂາຍສິນຄ້າໄດ້ຕາມປົກກະຕິ ໂດຍມີການຂີດເສັ້ນເປັນຊ່ອງຫວ່າງຫ່າງກັນ ຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ ເຊິ່ງບັນດາຜູ້ຂາຍ ແລະ ລູກຄ້າ ຈະຕ້ອງປະຕິບັດຕາມມາດຕະການດັ່ງກ່າວຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19. ທັງນີ້ ຈາກຂໍ້ມູນຂອງມະຫາວິທະຍາໄລຈອນ ຮອບກິນ, ມຽນມາມີລາຍງານຜູ້ຕິດເຊື້ອໂຄວິດ-19 ແລ້ວ 127 ຄົນ ແລະ ເສຍຊີວິດ 5 ຄົນ.

- Visit Laos Visit SALANA BOUTIQUE HOTEL - ມຽນມາໃຊ້ເດີ່ນເຕະບານເປັນຕະຫລາດ ຮັກສາໄລຍະຫ່າງຊ່ວງໂຄວິດ-19
- 3 - ມຽນມາໃຊ້ເດີ່ນເຕະບານເປັນຕະຫລາດ ຮັກສາໄລຍະຫ່າງຊ່ວງໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!