ນັກວິທະຍາສາດອາເມລິກາເຊື່ອ ອາກາດຮ້ອນເຮັດໃຫ້ໄວຣັສໂຄວິດອ່ອນແອ


ທີມນັກວິທະຍາສາດອາເມລິກາເຊື່ອໄວຣັສໂຄໂຣນາຈະອ່ອນແອ ເມື່ອພົບແສງແດດ, ຄວາມຮ້ອນ, ຄວາມຊຸ່ມ ຫວັງການລະບາດຫລຸດລົງເມື່ອເຂົ້າສູ່ລະດູຮ້ອນ.
ທ່ານ ວິວລຽມ ເອັນ. ໄບຣອັນ (William N. Bryan) ທີ່ປຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີຈາກກະຊວງຄວາມໝັ້ນຄົງແຫ່ງອາເມລິກາ (DHS Science and Technology Directorate) ກ່າວໃນການຖະແຫລງປະຈຳວັນເຖິງສະຖານະການໄວຣັສໂຄໂຣນາຢູ່ທຳນຽບຂາວ ໃນວັນທີ 23 ເມສາວ່າ: ທີມນັກວິທະຍາສາດຂອງລັດຖະບານອາເມລິກາພົບວ່າປັດໄຈດ້ານຄວາມຮ້ອນ, ລັງສີອຸນຕຣາໄວໂອເລດ ແລະ ຄວາມຊຸ່ມສຳພັນ ມີຜົນກະທົບຮຸນແຮງຕໍ່ໄວຣັສດັ່ງກ່າວ. ແຕ່ຢ່າງໃດກໍດີ, ຂໍ້ສະຫລຸບຜົນການສຶກສາຢ່າງເປັນທາງການຍັງບໍ່ມີການເປີດເຜີຍຕໍ່ສາທາລະນະ ໂດຍກຳລັງຢູ່ລະຫວ່າງການຕີລາຄາ.
ທ່ານ ໄບຣອັນ ເປີດເຜີຍວ່າ: ນັກວິທະຍາສາດອາເມລິກາຕັ້ງຂໍ້ສັງເກດວ່າ: ແສງຈາກຕາເວັນສາມາດຂ້າໄວຣັສໄດ້ທັງຢູ່ເທິງພື້ນຜິວ ແລະ ໃນອາກາດ, ທັງຍັງເຫັນຜົນທີ່ຄ້າຍກັບອຸນຫະພູມ ແລະ ຄວາມຊຸ່ມ ໂດຍເມື່ອອຸນຫະພູມ ຫລື ຄວາມຊຸ່ມ ຫລື ທັງສອງຢ່າງເພີ່ມຂຶ້ນຈະສົ່ງຜົນກະທົບຕໍ່ຄວາມອ່ອນແອຂອງໄວຣັສໂດຍກົງ ໂດຍຫວັງວ່າການລະບາດຂອງໄວຣັສຈະຢຸດລົງເມື່ອຫລາຍພື້ນທີ່ຂອງອາເມລິກາເຂົ້າສູ່ລະດູຮ້ອນ.
ທັງນີ້ ຮູ້ກັນດີຢູ່ແລ້ວວ່າ: ການທົດລອງໂດຍໃຊ້ລັງສີອຸນຕຣາໄວໂອເລດສາມາດຂ້າເຊື້ອໄວຣັສໄດ້ໃນຫລາຍຊະນິດ ເນື່ອງຈາກລັງສີຈະເຂົ້າໄປທຳລາຍການແບ່ງຈຸລັງຂອງໄວຣັສ, ແຕ່ສິ່ງເຫລົ່ານີ້ຢູ່ພາຍໃຕ້ປັດໄຈສົມມຸດດ້ານຄວາມເຂັ້ມຂຸ້ນຂອງລັງສີ, ຄວາມຍາວຄື້ນ ແລະ ໄລຍະເວລາ ເຊິ່ງໃນສະພາບຄວາມເປັນຈິງຕາມທຳມະຊາດໂດຍທົ່ວໄປໄລຍະລະດູຮ້ອນນັ້ນ ຍັງເປັນຄຳຖາມວ່າປັດໄຈດ້ານແສງແດດ, ຄວາມຮ້ອນ, ຄວາມຊຸ່ມນັ້ນ ສາມາດກຳຈັດໄວຣັສໄດ້ແທ້ ຫລື ບໍ່.
ເລື່ອງດັ່ງກ່າວເປັນການຍາກທີ່ຈະສະຫລຸບວ່າຂໍ້ສັນນິຖານນີ້ມີນ້ຳໜັກພຽງໃດ ເນື່ອງຈາກມີຕົວຢ່າງຂອງບາງປະເທດເຊັ່ນ: ສິງກະໂປ ເຊິ່ງຢູ່ໃນພື້ນທີ່ເຂດເສັ້ນສູນສູດຮ້ອນນັ້ນ ແຕ່ຍັງພົບການລະບາດຢ່າງກວ້າງຂວາງມີຈຳນວນຜູ້ຕິດເຊື້ອເຖິງຫລັກຫລາຍພັນຄົນ.
ເຖິງຢ່າງໃດກໍດີ, ມີລັດຖະບານທ້ອງຖິ່ນໃນ 16 ລັດທົ່ວອາເມລິກາ ກຽມພິຈາລະນາຫລຸດຜ່ອນມາດຕະການຄຸມເຂັ້ມທາງສັງຄົມໂດຍໃຫ້ຂະແໜງທຸລະກິດກັບມາເປີດເຮັດວຽກອີກ ເພື່ອຫລຸດຜົນກະທົບທີ່ຈະເກີດຕໍ່ເສດຖະກິດ ເນື່ອງຈາກພົບຜູ້ຕິດເຊື້ອຄົນໃໝ່ຫລຸດລົງ.