ມະຫາວິທະຍາໄລອອກຟອດ ເລີ່ມທົດລອງວັກແຊງໂຄວິດ-19 ກັບຄົນ


ເວັບໄຊຂ່າວ BBC ລາຍງານວ່າ: ມະຫາວິທະຍາໄລອອກຟອດ ເລີ່ມທົດລອງປະສິດທິພາບຂອງວັກແຊງປ້ອງກັນໂຄວິດ-19 ກັບກຸ່ມຕົວຢ່າງທັງຊາຍ ແລະ ຍິງລວມກັນຈຳນວນ 1.000 ກວ່າຄົນ.
ການທົດລອງວັກແຊງຄັ້ງນີ້ ເປັນການດຳເນີນງານຂອງສະຖາບັນໄວຣັສວິທະຍາ ມະຫາວິທະຍາໄລອອກຟອດ ໃນອັງກິດ ດ້ວຍການເລີ່ມການທົດລອງປະສິດທິພາບຂອງວັກແຊງປ້ອງກັນໂຄວິດ-19 ກັບກຸ່ມຕົວຢ່າງທັງຜູ້ຊາຍ ແລະ ຜູ້ຍິງຈຳນວນ 1.112 ຄົນ ອາຍຸລະຫວ່າງ 18-55 ປີ ມີສຸຂະພາບແຂງແຮງ, ບໍ່ມີປະຫວັດການຕິດເຊື້ອໄວຣັສໂຄໂຣນາ ສາຍພັນໃໝ່ມາກ່ອນ ແລະ ກຸ່ມຕົວຢ່າງເພດຍິງຕ້ອງບໍ່ເຄີຍຖືພາ, ມີປະຫວັດການໃຫ້ນົມລູກ ຫລື ເປັນແມ່ນົມໃຫ້ເດັກນ້ອຍມາກ່ອນ.
ການທົດລອງຄັ້ງນີ້ຂອງມະຫາວິທະຍາໄລອອກຟອດຢູ່ໃນໄລຍະທີ 1 ແບ່ງກຸ່ມຕົວຢ່າງອອກເປັນກຸ່ມລະ 556 ຄົນ, ກຸ່ມ 1 ຮັບການສັກວັກແຊງຢູ່ມະຫາວິທະຍາໄລກຳລັງພັດທະນາ ເຊິ່ງປັດຈຸບັນມີຊື່ຢ່າງບໍ່ເປັນທາງການວ່າ: “ChAdOx1 nCov-19”, ສ່ວນກຸ່ມທີ 2 ເປັນກຸ່ມຄວບຄຸມ ໄດ້ຮັບວັກແຊງຕໍ່ຕ້ານເຊື້ອໄວຣັສເຍື່ອຫຸ້ມສະໝອງອັກເສບ ໂດຍກຸ່ມຕົວຢ່າງທັງສອງກຸ່ມບໍ່ຮູ້ວ່າຕົນເອງໄດ້ຮັບການສັກວັກແຊງປະເພດໃດ.
ທີມນັກວິໄຈຢືນຢັນວ່າ: ການທົດລອງຄັ້ງນີ້ຈະບໍ່ມີຜົນຂ້າງຄຽງຕໍ່ອາສາສະໝັກ ແລະ ບໍ່ທຳລາຍລະບົບພູມຄຸ້ມກັນ ເຊິ່ງຖ້າປະສົບຜົນສຳເລັດ ມະຫາວິທະຍາໄລອອກຟອດວາງແຜນຜະລິດວັກແຊງ ChAdOx1 nCov-19 ຈຳນວນ 1 ລ້ານໂດສ ພາຍໃນເດືອນກັນຍານີ້.
ທັງນີ້ ວັກແຊງທົດລອງຂອງມະຫາວິທະຍາໄລອອກຟອດ ເປັນວັກແຊງທີ່ສະກັດຈາກອາດິໂນໄວຣັສໃນຮ່າງກາຍຂອງລີງຊິມແປນຊີ ເຊິ່ງນັກວິທະຍາສາດຫວັງວ່າຈະຊ່ວຍກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍມະນຸດໃຫ້ຜະລິດໂປຣຕິນໃນຈຳນວນທີ່ເໝາະສົມ ເພື່ອຢັບຢັ້ງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໄດ້.