ຮູບໂປຣໄຟລ໌ຂອງທ່ານ ບົ່ງບອກຫຍັງໃນໂຕທ່ານໄດ້ແດ່?
April 21, 2020 - 11:09 AM


ທ່ານເຄີຍຄິດຫລືບໍ່ວ່າ ຮູບໂປຣໄຟລ໌ຂອງທ່ານບົ່ງບອກຫຍັງໃນໂຕທ່ານໄດ້ແດ່ ? ໂດຍສະເພາະຢ່າງຍິ່ງ ຮູບໂປຣໄຟລ໌ຂອງທ່ານໃນໂລກອອນລາຍທີ່ໃຊ້ຕິດຕໍ່ທາງທຸລະກິດ ຫລື ໃນເວັບໄຊຊອກວຽກ ເຊິ່ງຄວນຈະເບິ່ງໜ້າເຊື່ອຖື ແລະ ເປັນໂຕຂອງໂຕເອງທີ່ສຸດ ເພາະຄວາມປະທັບໃຈທຳອິດທີ່ຄົນແປກໜ້າເບິ່ງເຫັນໃນທ່ານໄດ້ນັ້ນກໍແມ່ນຈາກຮູບໂປຣໄຟລ໌ເຫລົ່ານີ້. ນອກຈາກນັ້ນ, ນາຍຈ້າງສ່ວນຫລາຍຈະໃຊ້ເວລາພໍສົມຄວນໃນການເບິ່ງຮູບໂປຣໄຟລ໌ຂອງທ່ານ ເຊິ່ງໝາຍຄວາມວ່າ ຮູບໂປຣໄຟລ໌ນັ້ນສຳຄັນບໍ່ໜ້ອຍໄປກ່ວາປະສົບການ ແລະ ທັກສະທີ່ມີເລີຍກໍເວົ້າໄດ້ ໃນການຈະດຶງດູດຄວາມສົນໃຈໃຫ້ນາຍຈ້າງຕິດຕໍ່ທ່ານກັບໄປໄດ້. ດັ່ງນັ້ນ ຄວນຄິດໃຫ້ລະອຽດຖີ່ຖ້ວນກ່ອນຈະເລືອກຮູບໂປຣໄຟລ໌ຈັກຮູບໜຶ່ງຂຶ້ນ.
- ສະແດງໃຫ້ເຫັນວ່າຮູບຂອງທ່ານເປັນຂອງແທ້ ຫລື ຂອງປອມ : ການມີຮູບພາບໃນໂປຣໄຟລ໌ໂລກອອນລາຍຂອງທ່ານ ຈະເປັນໂຕບົ່ງບອກກັບຄົນອື່ນໆວ່າບັນຊີຂອງທ່ານມີການໃຊ້ງານຢູ່ ແລະ ເປັນບັນຊີແທ້ ເຊິ່ງແນ່ນອນວ່າທ່ານຄວນໃຊ້ຮູບພາບໂຕເອງແທ້ໆນຳ ເພາະຖ້າທ່ານໃຊ້ຮູບພາບທົ່ວໄປ ເຊັ່ນ : ກາຕູນ, ສັດ ຫລື ວໍເປເປີຕ່າງໆ ຄົນອື່ນກໍອາດຄິດວ່າເປັນບັນຊີປອມໄດ້ ແລະ ເຮັດໃຫ້ຄວາມໜ້າເຊື່ອຖືຂອງທ່ານຫລຸດລົງໄດ້ນຳ. ດັ່ງນັ້ນ, ຢ່າລືມໃຊ້ຮູບພາບໃໝ່ຫລ້າສຸດຂອງໂຕເອງທີ່ໃກ້ຄຽງປັດຈຸບັນທີ່ສຸດ ເພາະຖ້າທ່ານໃຊ້ຮູບພາບເກົ່າຫລາຍ ຫລື ຮູບພາບທີ່ຜ່ານການຕົກແຕ່ງເກີນພໍດີ ຜູ້ອື່ນກໍຈະປະຫລາດໃຈໄດ້ຄືກັນເມື່ອໄດ້ພົບພໍ້ໂຕຈິງຂອງທ່ານ.
- ເພື່ອໃຫ້ຄົນອື່ນຈື່ຈຳທ່ານໄດ້ຂຶ້ນໃຈ : ໃບໜ້າຈະຊ່ວຍໃຫ້ຜູ້ຄົນຈື່ຈຳທ່ານໄດ້ ຫາກພວກເຂົາໄດ້ເຫັນທ່ານເທິງໂລກອອນລາຍອື່ນໆມາກ່ອນແລ້ວ, ການໄດ້ເຫັນພາບຂອງທ່ານຈະຊ່ວຍໃຫ້ເຂົາຈື່ຈຳທ່ານໄດ້ດີຂຶ້ນຫລາຍ ທັງຍັງສາມາດເຊື່ອມຕໍ່ຄວາມຈື່ຈຳໃບໜ້າກັບຊື່ຂອງທ່ານເຂົ້າກັນນຳອີກ ເຮັດໃຫ້ພວກເຂົາຈະໄດ້ໝັ້ນໃຈວ່າບໍ່ໄດ້ສົ່ງຄຳຂໍເປັນໝູ່ ຫລື ວ່າຈ້າງພະນັກງານຜິດຄົນ.
- ເປັນການນຳສະເໜີຄວາມເປັນໂຕເອງ : ຮູບພາບຂອງທ່ານສາມາດບົ່ງບອກກ່ຽວກັບບຸກຄະລິກກະພາບຂອງທ່ານໄດ້, ລອງເລືອກຮູບໂປຣໄຟລ໌ທີ່ສື່ຄວາມໝາຍດັ່ງທີ່ທ່ານຕ້ອງການ, ທ່ານຢາກມີບຸກຄະລິກກະພາບເປັນຄົນລ່າເລີງແຈ່ມໃສ, ເປັນມິດ ຫລື ຈິງຈັງ ກໍລອງຄິດເລື່ອງນີ້ໃຫ້ດີກ່ອນອັບໂຫລດຮູບໂປຣໄຟລ໌ລົງໄປ ເພາະຄວາມເປັນໂຕເອງກໍຄືການສ້າງຍີ່ຫໍ້, ສ້າງເອກະລັກ ຫລື ສ້າງພາບລັກຂອງໂຕເອງໃຫ້ຜູ້ອື່ນຈື່ຈຳນັ້ນເອງ.
- ເພື່ອສ້າງຄວາມປະທັບໃຈຄັ້ງທຳອິດ : ຄົນທີ່ບໍ່ຮູ້ຈັກທ່ານຈະເກີດຄວາມປະທັບໃຈທຳອິດຕໍ່ທ່ານໄດ້ຈາກການໄດ້ເຫັນຮູບໂປຣໄຟລ໌ນີ້ ຫາກພວກເຂົາມັກ ຫລື ຮູ້ສຶກດີຕໍ່ຮູບໂປຣໄຟລ໌ທີ່ທ່ານໃຊ້ ກໍຈະມີໂອກາດຫລາຍກ່ວາທີ່ພວກເຂົາຈະເຂົ້າມາເຮັດຄວາມຮູ້ຈັກຢ່າງເປັນມິດ ເຮັດໃຫ້ມີສຳພັນທະພາບກັນໄດ້ງ່າຍຫລາຍຂຶ້ນ, ແຕ່ຖ້າພວກເຂົາບໍ່ໄດ້ມີຄວາມປະທັບໃຈທີ່ດີຕໍ່ຮູບໂປຣໄຟລ໌ຂອງທ່ານເລີຍ ແລະ ຄິດໄປແລ້ວວ່າທ່ານຄົງບໍ່ໜ້າຄົບຫາປານໃດ ນັ້ນກໍຈະເຮັດໃຫ້ທ່ານທັງສອງເລີ່ມລົມກັນ ຫລື ມີສຳພັນທະພາບຕໍ່ກັນໄດ້ຍາກນັ້ນເອງ.