ພາລະກິດຄົ້ນຫາວັກແຊງ-ຢາປິ່ນປົວໂຄວິດ-19 ຄືບໜ້າຮອດໃສ


ເຖິງວ່າການລະບາດໃຫຍ່ຂອງພະຍາດທາງເດີນຫາຍໃຈໂຄວິດ-19 ຈະຖືວ່າເປັນການແຜ່ລະບາດຂອງໄວຣັສໂຄໂຣນາຄັ້ງທີ 3 ແລ້ວ ນັບແຕ່ໂລກເລີ່ມເຂົ້າສູ່ສະຕະວັດທີ 21 ເປັນຕົ້ນມາ ໂດຍເກີດຂຶ້ນຕາມຫລັງໂຣກຊາຣ໌ສ ແລະ ໂຣກເມີຣ໌ສພຽງບໍ່ເທົ່າໃດປີ ແຕ່ຈົນບັດນີ້ພວກເຮົາຍັງບໍ່ມີຢາ ຫລື ວັກແຊງທີ່ຜ່ານການທົດສອບ ແລະ ອະນຸມັດໃຫ້ໃຊ້ກັບໄວຣັສໂຄໂຣນາເລີຍພຽງແຕ່ຊະນິດດຽວ.
ນັບແຕ່ມີລາຍງານຢືນຢັນເຫດແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫລື SARS-CoV-2) ເປັນຄັ້ງທຳອິດຢູ່ເມືອງອູ່ຮັ່ນຂອງຈີນ ໃນທ້າຍປີ 2019 ເປັນເວລາ 4 ເດືອນກວ່າແລ້ວທີ່ຄົນທົ່ວໂລກຕ່າງຕັ້ງຕາລໍຢາ ແລະ ວັກແຊງຈະມາຢຸດຢັ້ງໂຣກລະບາດ ລວມທັງຊ່ວຍຊີວິດຄົນທີ່ບໍ່ສະບາຍຈາກໂຣກປອດອັກເສບມໍລະນະຊະນິດນີ້.
ອົງການອະນາໄມໂລກລາຍງານຜົນສຳຫລວດລ້າສຸດໃນວັນທີ 9 ເມສາຜ່ານມາວ່າ: ມີສະຖາບັນວິໄຈ ບໍລິສັດຢາ ແລະ ອົງການບໍ່ສະແຫວງຜົນກຳໄລທີ່ລິເລີ່ມໂຄງການພັດທະນາວັກແຊງປ້ອງກັນໂຄວິດ-19 ແລ້ວທັງໝົດ 78 ໂຄງການທົ່ວໂລກ ໃນຈຳນວນນີ້ຄືບໜ້າໄປເຖິງຂັ້ນທົດລອງທາງຄລີນິກ ຫລື ທົດລອງກັບມະນຸດແລ້ວຢ່າງໜ້ອຍ 3-4 ໂຄງການ.
ການສ້າງພູມຄຸ້ມກັນໂດຍວັກແຊງ ຄືການທີ່ພວກເຮົາແນະນຳໃຫ້ຮ່າງກາຍໄດ້ຮູ້ຈັກກັບເຊື້ອໂຣກ ຫລື ບາງສ່ວນຂອງເຊື້ອໂຣກ ໂດຍບໍ່ເຮັດໃຫ້ເກີດອັນຕະລາຍ ເພື່ອໃຫ້ລະບົບພູມຄຸ້ມກັນສາມາດຮຽນຮູ້ວິທີຕໍ່ສູ້ປ້ອງກັນຕົນເອງ ເມື່ອເຖິງເວລາໄດ້ຮັບເຊື້ອ ຫລື ຕິດເຊື້ອນັ້ນແທ້ ໂດຍໂປຣຕິນທີ່ເອີ້ນວ່າແອນຕິເຈນໃນວັກແຊງຈະກະຕຸ້ນໃຫ້ຮ່າງກາຍສ້າງແອນຕິບໍດີ ຫລື ສານທີ່ສາມາດຕ້ານທານເຊື້ອຂຶ້ນມາເອງ.
ສຳລັບເຕັກນິກວິທີທີ່ນຳມາໃຊ້ພັດທະນາວັກແຊງປ້ອງກັນໂຄວິດ-19 ໃນປັດຈຸບັນມີ 5 ຮູບແບບຄື:
- ການເຮັດໃຫ້ເຊື້ອໄວຣັສ SARS-CoV-2) ທີ່ກໍ່ໂຣກໂຄວິດ-19 ອ່ອນແຮງລົງ ໂດຍຈະຄັດແຍກເຊື້ອຈາກຜູ້ປ່ວຍ ແລ້ວນຳມາລ້ຽງໃນຫ້ອງປະຕິບັດການເປັນເວລາດົນກ່ອນຈະເອົາໄປໃຊ້ເປັນວັກແຊງ ເຊິ່ງເຊື້ອທີ່ອ່ອນກຳລັງນີ້ຈະບໍ່ເຮັດໃຫ້ຜູ້ໄດ້ຮັບວັກແຊງຕ້ອງຕິດເຊື້ອ ຫລື ບໍ່ສະບາຍ.
- ໃຊ້ໄວຣັສຊະນິດທີ່ບໍ່ສ້າງໂຣກໃນມະນຸດມາເປັນພາຫະ ເພື່ອນຳແອນຕິເຕນ ຫລື ໂປຣຕິນທີ່ສ້າງໂຣກຂອງໄວຣັສຊາຣ໌ສຊີໂອວີທູເຂົ້າສູ່ຮ່າງກາຍ.
- ຜະລິດແອນຕິເຈນຂອງໄວຣັສຊາຣ໌ສຊີໂອວີທູຂຶ້ນມາໃໝ່ ໂດຍແຊກລະຫັດພັນທຸກຳຂອງໄວຣັສສະເພາະສ່ວນທີ່ສ້າງແອນຕິເຈນໄດ້ ເຂົ້າໄປໃນຈຸລັງຂອງແບກທີເຣຍ ຫລື ຈຸລັງຂອງສັດລ້ຽງລູກດ້ວຍນົມ ເພື່ອໃຫ້ຈຸລັງເຫລົ່ານີ້ຜະລິດແອນຕິເຈນຊະນິດດຽວກັບໄວຣັສອອກມາ ເຊິ່ງສາມາດຈະນຳໄປໃຊ້ເປັນວັກແຊງໄດ້. ຫລ້າສຸດມະຫາວິທະຍາໄລພິດສະເບິກຂອງອາເມລິກາ ໄດ້ເລີ່ມພັດທະນາວັກແຊງຊະນິດນີ້ທີ່ຊື່ວ່າ PittCoVac ໃນຮູບແບບຂອງແຜ່ນແປະແລ້ວ.
- ວັກແຊງດີເອັນເອ ເຊິ່ງເປັນເຕັກໂນໂລຊີທີ່ຂ້ອນຂ້າງໃໝ່ກວ່າວັກແຊງສາມແບບທຳອິດ ໃຊ້ການສັກສານພັນທຸກຳ ຫລື ດີເອັນເອຂອງໄວຣັສຊາຣ໌ສຊີໂອວີທູສະເພາະສ່ວນທີ່ສ້າງແອນຕິເຈນສ້າງໂຣກໂຄວິດ-19 ເຂົ້າໄປໃນໂຕຂອງຜູ້ຮັບວັກແຊງໂດຍກົງ ເພື່ອໃຫ້ສ້າງແອນຕິເຈນຂອງໄວຣັສຂຶ້ນໃນຮ່າງກາຍ ແລະ ກະຕຸ້ນການສ້າງແອນຕິບໍດີທີ່ສະເພາະກັບບຸກຄົນຜູ້ນັ້ນໄດ້ຢ່າງວ່ອງໄວ ເຊັ່ນວັກແຊງທີ່ກຳລັງພັດທະນາໂດຍບໍລິສັດອິໂນວິໂອ (Inovio) ຢູ່ອາເມລິກາ.
- ວັກແຊງອາຣ໌ເອັນເອ ເຊິ່ງເປັນເຕັກໂນໂລຊີແບບໃໝ່ເຊັ່ນກັນ ໃຊ້ສານພັນທຸກຳຂອງໄວຣັສໃນອີກຮູບແບບໜຶ່ງເອີ້ນວ່າ: ເມສເຊນເຈີອາຣ໌ເອັນເອ (mRNA) ສັກເຂົ້າໄປໃນຮ່າງກາຍໂດຍກົງ ເຊິ່ງຈະເຮັດໃຫ້ເກີດຜົນແບບດຽວກັບວັກແຊງດີເອັນເອ ແຕ່ຈະມີຄວາມປອດໄພຫລາຍກວ່າ ເພາະບໍ່ມີຄວາມສ່ຽງທີ່ດີເອັນເອຂອງໄວຣັສຈະເຂົ້າໄປລວມຕົວກັບດີເອັນເອຂອງມະນຸດ.
ທ່ານ ດຣ. ແອນໂທນີ ຟໍຊີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດເຊື້ອແຫ່ງຊາດອາເມລິກາ (NIAID) ປະກາດເມື່ອບໍ່ດົນມານີ້ວ່າ: ສາມາດເລັ່ງລັດໃຫ້ວັກແຊງໂຣກໂຄວິດ-19 ຜ່ານການທົດສອບ ແລະ ອະນຸມັດໃຫ້ໃຊ້ກັບຄົນທົ່ວໄປໄດ້ ພາຍໃນເວລາໜຶ່ງປີເຖິງໜຶ່ງປີເຄິ່ງ ແຕ່ແພດ ແລະ ນັກວິທະຍາສາດຫລາຍຄົນເຫັນກົງກັນຂ້າມວ່າ: ຂອບເວລາຮີບດ່ວນດັ່ງກ່າວຍາກຈະເປັນໄປໄດ້ ເພາະການຄິດຄົ້ນ ແລະ ພັດທະນາວັກແຊງບໍ່ແມ່ນເລື່ອງງ່າຍ ທັງມີຂັ້ນຕອນກວດສອບຄວາມປອດໄພ ແລະ ປະສິດທິພາບທີ່ປົກກະຕິຈະຕ້ອງໃຊ້ເວລາຫລາຍປີ.
ຕາມປົກກະຕິແລ້ວ ການພັດທະນາວັກແຊງຈະຕ້ອງຜ່ານການທົດສອບຂັ້ນຕອນໃນຫ້ອງປະຕິບັດການ ແລະ ທົດລອງໃນສັດກ່ອນ ຈຶ່ງຈະມາເຖິງຂັ້ນການທົດລອງທາງຄລີນິກ (clinical trials) ຫລື ການທົດລອງກັບມະນຸດ ເຊິ່ງມີຢູ່ 3 ໄລຍະຄື: ໄລຍະທຳອິດຈະເປັນການທົດລອງໃນກຸ່ມນ້ອຍ ເພື່ອເບິ່ງເລື່ອງຄວາມປອດໄພ ແລະ ຜົນຂ້າງຄຽງເປັນຫລັກ, ໄລຍະທີສອງຈະທົດລອງໃນກຸ່ມຄົນຈຳນວນຫລາຍຂຶ້ນ ໂດຍເນັ້ນຜູ້ມີລັກສະນະກົງກັບກຸ່ມເປົ້າໝາຍຂອງວັກແຊງເຊັ່ນ: ມີອາຍຸ ຫລື ຂໍ້ມູນສຸຂະພາບແບບດຽວກັນ ລວມທັງທົດສອບໃນພື້ນທີ່ທີ່ເກີດການລະບາດຂອງໂຣກ, ໄລຍະທີສາມຈະທົດລອງກັບປະຊາກອນໃນວົງກວ້າງເປັນກຸ່ມໃຫຍ່ຫລາຍພັນຄົນ.