ຍົກສູງມາດຕະການຂັ້ນເດັດຂາດຕ້ານໂຄວິດ-19

- 93633177 2573683469545867 5580864209316478976 n - ຍົກສູງມາດຕະການຂັ້ນເດັດຂາດຕ້ານໂຄວິດ-19
- kitchen vibe - ຍົກສູງມາດຕະການຂັ້ນເດັດຂາດຕ້ານໂຄວິດ-19

ທິດກໍ່າ

ນັບແຕ່ເຊື້ອພະຍາດສາຍພັນໃໝ່ໂຄໂຣນາ ຫລື ອັນທີ່ເອີ້ນວ່າ: ໂຄວິດ-19 ໄດ້ແຜ່ລະບາດຢ່າງຮ້າຍແຮງກວ້າງຂວາງ ແລະ ໜັກໜ່ວງໄປທົ່ວໂລກ, ສປປ ລາວ ພວກເຮົາກໍແມ່ນໜຶ່ງໃນປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ. ຫລ້າສຸດມາຮອດວັນທີ 14 ເມສາ 2020 ລາວເຮົາໄດ້ມີຜູ້ຕິດເຊື້ອໄປແລ້ວ 19 ຄົນ ໃນຈຳນວນຕົວເລກທີ່ວ່ານີ້ ເມື່ອສົມທຽບໃສ່ປະເທດອ້ອມຂ້າງ ກໍຄືພາກພື້ນ ແລະ ໃນໂລກຍັງເຫັນວ່າມີສະຖິຕິຕໍ່າສຸດ ເຊິ່ງພວກເຮົາກໍເປັນໜ້າຊົມເຊີຍ ແລະ ພາກພູມໃຈທີ່ສາມາດຕອບຕ້ານຕອບໂຕ້ໄດ້ເຖິງຂະໜາດນີ້.

- Visit Laos Visit SALANA BOUTIQUE HOTEL - ຍົກສູງມາດຕະການຂັ້ນເດັດຂາດຕ້ານໂຄວິດ-19

ເມື່ອຕັ້ງໂຈດກັນວ່າ ເປັນຫຍັງລາວເຮົາຈຶ່ງມີຜູ້ຕິດເຊື້ອໃນລະດັບຕໍ່າຢູ່ ? ຄຳຕອບກໍຍ້ອນວ່າມັນຂຶ້ນກັບປັດໄຈຫລາຍດ້ານ ເປັນຕົ້ນດ້ານພູມີປະເທດ, ດ້ານພົນລະເມືອງ ແລະ ຈຸດພິເສດທາງດ້ານການດຳລົງຊີວິດຂອງປະຊາຊົນບັນດາເຜົ່າລາວເຮົາ, ແຕ່ອັນສຳຄັນທີ່ສຸດແມ່ນພັກ ແລະ ລັດຖະບານເຮົາໄດ້ສະດຸ້ງໄວໃນການປ້ອງກັນສະກັດກັ້ນແຕ່ຫົວທີ. ພາຍຫລັງທີ່ຮູ້ຂ່າວວ່າພະຍາດໂຄວິດ-19 ເລີ່ມລະບາດຢູ່ເມືອງອູ່ຮັ່ນ ແຂວງຫູເປີຍ ສປ ຈີນ, ລັດຖະບານເຮົາກໍມີວິທີຕ້ານ ແລະ ສະກັດກັ້ນ ໂດຍຈັດຕັ້ງຄະນະສະເພາະກິດຂຶ້ນ, ວາງແຜນຕ້ານ ແລະ ສະກັດກັ້ນການລະບາດທີ່ອາດຈະແຜ່ລາມຢ່າງຮຸນແຮງ, ກະກຽມສະຖານທີ່ປິ່ນປົວ, ກະກຽມພາຫະນະ, ວັດຖຸອຸປະກອນ, ທຶນຮອນ ນັບທັງການຊ່ວຍເຫລືອປະເທດເພື່ອນມິດ ແລະ ຈັດສັນບຸກຄະລາກອນແພດໝໍຢ່າງເຕັມທີ່.

ນອກຈາກນັ້ນ ກໍມີແຜນປິດດ່ານປະເພນີ, ດ່ານສາກົນເຂົ້າ-ອອກ, ກ້າວໄປເຖິງປິດການຮຽນ-ການສອນ, ປິດປະເທດ, ປິດສຳນັກງານອົງການ, ປິດບ້ານ, ປິດເມືອງ ແລະ ປິດແຂວງໃນທົ່ວປະເທດ. ຕໍ່ບຸກຄົນ, ກຸ່ມຄົນ ຫລື ແຮງງານທີ່ກັບຈາກຕ່າງປະເທດທີ່ມີຄວາມສ່ຽງສູງກໍຕ້ອງໃຫ້ກັກກັນຕົນເອງເປັນເວລາ 14 ວັນຕາມຫລັກການຂອງແພດ. ຕໍ່ປະຊາຊົນບັນດາເຜົ່າພາຍໃນປະເທດກໍໃຫ້ກັກກັນຕົນເອງຢູ່ເຮືອນໃຜເຮືອນມັນ, ຫ້າມເດັດຂາດອອກນອກໄປຊະຊາຍ, ເວັ້ນເສຍແຕ່ກໍລະນີຈຳເປັນເຊັ່ນ: ໄປຊື້ອາຫານການກິນ, ການເຈັບການເປັນ ແລະ ເສຍຊີວິດເທົ່ານັ້ນ. ສ່ວນຫລັກການໃນການແພດກໍປຸກລະດົມໃຫ້ມວນຊົນພະຍາຍາມຢູ່ຫ່າງກັນສອງແມັດ, ບໍ່ໃຫ້ຢູ່ກິນຮ່ວມກັນຫລາຍຄົນ, ງົດການປະຊຸມ, ງົດເຮັດບຸນສິນກິນທານ, ງົດການສະຫລອງປີໃໝ່, ທຸກຄົນໃຫ້ໝັ່ນທຳຄວາມສະອາດ, ໝັ່ນລ້າງມື ແລະ ຂ້າເຊື້ອດ້ວຍເຈວລ້າງມື ແລະ ຂໍ້ປະຕິບັດອື່ນໆທາງການແພດໄດ້ແນະນຳ. ທຸກສິ່ງທຸກຢ່າງທີ່ໄດ້ກ່າວມານີ້ແມ່ນໄປຄຽງຄູ່ກັບການປະຕິບັດຄຳສັ່ງເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 07/ຄລສພ ກ່ຽວກັບການນຳພາຊີ້ນຳຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ນອກຈາກນັ້ນ ກໍມີແຈ້ງການແນະນຳຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2563 ແລະ ຄຳສັ່ງແນະນຳຂອງຄະນະສະເພາະກິດ, ບັນດາຂະແໜງການ ແລະ ທ້ອງຖິ່ນພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເດັດຂາດຈິງຈັງຈຶ່ງສາມາດປ້ອງກັນສະກັດກັ້ນໄດ້ດີ ແລະ ມີຜົນຕອບຮັບຄືດັ່ງທີ່ໄດ້ເຫັນມານີ້.

ໄປຄຽງຄູ່ກັນນັ້ນ, ບັນດາແພດໝໍ ນັບທັງເຈົ້າໜ້າທີ່, ພະນັກງານ, ຕຳຫລວດ, ທະຫານ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ກອງຫລອນ ແລະ ກູ້ໄພທຸກພາກສ່ວນກໍໄດ້ສຸມຈິດໃຈເປັນໜຶ່ງດຽວປະຕິບັດຄຳສັ່ງຂອງທ່ານນາຍົກ ກໍຄືຂັ້ນເທິງວາງອອກຢ່າງເຄັ່ງຂັດ ແລະ ເຂັ້ມງວດທີ່ສຸດ. ຖືໄດ້ວ່າຜ່ານການຈັດຕັ້ງປະຕິບັດບັ້ນສູ້ຮົບຕ້ານສົງຄາມຮຸກຮານຈາກໂຄວິດ-19 ໃນຄັ້ງນີ້ໄດ້ເປັນໄປຕາມແຜນຍຸດທະສາດ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.

ຍັງບໍ່ພຽງແຕ່ເທົ່ານັ້ນ, ຫລ້າສຸດມາຮອດວັນທີ 13 ເມສາ 2020 ທາງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຍັງໄດ້ອອກແຈ້ງການເລກທີ 478/ຫສນຍ, ລົງວັນທີ 13 ເມສາ 2020 ເຖິງທ່ານເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງທົ່ວປະເທດ, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເລື່ອງຫ້າມຈຳໜ່າຍເຫລົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດໃນໄລຍະພັກບຸນປີໃໝ່ລາວ. ຈຸດປະສົງອັນຕົ້ນຕໍສຸດຍອດກໍເພື່ອເພີ່ມທະວີມາດຕະການຂັ້ນສູງສຸດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຢ່າງຮຸນແຮງໃນວົງກວ້າງຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ.

ຍ້ອນຄວາມເປັນຫ່ວງເປັນໄຍຕໍ່ຊີວິດອິນຊີຂອງປະຊາຊົນຄົນລາວທຸກທົ່ວໜ້າ. ແຈ້ງການສະບັບນີ້ມີຜົນບັງຄັບໃຊ້ແຕ່ເວລາ 6:00 ໂມງເຊົ້າຂອງວັນທີ 13 ຫາ 6:00 ໂມງເຊົ້າຂອງວັນທີ 20 ເມສາ 2020. ກໍຂໍໃຫ້ທຸກຄົນພ້ອມກັນປະຕິບັດມາດຕະການຂັ້ນສູງສຸດຄັ້ງນີ້ໂດຍພ້ອມພຽງກັນ. ກົງກັນຂ້າມ ຖ້າຫາກພວກເຮົາຫາກຖືເບົາລະເຫລີງຄວາມຕາຍມັນຈະແຂວນຄໍທຸກບາດຍ່າງ.

- 3 - ຍົກສູງມາດຕະການຂັ້ນເດັດຂາດຕ້ານໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!