ຊ່ວງວິກິດ ຈະຄິດຊ່ວຍ ຊາວກະສິກອນແນວໃດ?


ໂດຍ: ມຶກບໍ່ແຫ້ງ
ໜຶ່ງໃນຜູ້ທີ່ໄດ້ຮັບຜົນກະທົບໜັກ ໃນຊ່ວງການເກີດວິກິດ ໂຄວິດລະບາດນີ້ ກໍແມ່ນຊາວກະສິກອນ ຜູ້ອີງອາໄສ ການຜະລິດ ກະສິກຳ, ພວກເຮົາຄວນມີວິທີ ຊ່ວຍເຂົາເຈົ້າແນວໃດ?
ການຜະລິດກະສິກຳ ແມ່ນອາຊີບ ທີ່ເປັນພື້ນຖານ ຂອງປະຊາຊົນລາວສ່ວນຫຼາຍ ແລະ ຂະແໜງການດັ່ງກ່າວ ແມ່ນປະກອບສ່ວນສຳຄັນໃນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບຂອງປະເທດພວກເຮົາ ແຕ່ມາຮອດປັດຈຸບັນ ທີ່ມີການປິດເມືອງເນື່ອງຈາກ ການແຜ່ລະບາດ ຂອງພະຍາດ ໂຄວິດ 19 ນັ້ນ ຊາວກະສິກກອນທົ່ວປະເທດໄດ້ຮັບຜົນກະທົບ.
ອີງຕາມ ເຄືອຂ່າຍ ຊາວກະສິກອນລາວ ໃຫ້ຮູ້ວ່າ ຊາວກະສິກອນ ທົ່ວທຸກພາກຂອງ ປະເທດເຮົາ ໄດ້ຮັບຜົນກະທົບຢ່າງໜັກ ໂດຍບໍ່ສາມາດຈຳໜ່າຍສິນຄ້າຂອງຕົນໄດ້ເລີຍ, ມີໜີ້ສິນເປັນຈຳນວນຫຼາຍ. ຈາກການລາຍງານ ຜ່ານການສຳພາດ ຂອງ ຊາວກະສິກອນນັ້ນ ເຂົາເຈົ້າພົບຄວາມຫຍຸ້ງຍາກ ໃນການຈຳໜ່າຍພືດຜັກ ປະເພດຕ່າງໆ, ຊາວກະສິກອນ ຢູ່ ເມືອງປາກຊ່ອງ ບໍ່ສາມາດ ຈຳໜ່າຍຫົວກະລໍ່າ ທີ່ເຄີຍຂາຍໄດ້ຮອດ 20 ໂຕນຕໍ່ມື້ ແຕ່ມາຮອດດຽວນີ້ ບໍ່ສາມາດ ຈຳໜ່າຍໄດ້ພຽງໂຕນດຽວ.
ພ້ອມນັ້ນ ຊາວກະສິກອນ ຢູ່ ແຂວງຫົວພັນ ຜູ້ທີ່ຢຶດຖືເອົາການ ປູກຫົວກາຫຼົດ ແລະ ພືດພັນອື່ນໆ ນັ້ນກໍໄດ້ ຜົນກະທົບ ເມື່ອບໍ່ສາມາດຂາຍໄດ້ ຜົນຜະລິດເຫຼົ່ານັ້ນ ກໍເໜົ່າຖີ້ມ ຈຳນວນຫຼວງຫຼາຍ ເຊັ່ນ ດຽວກັບ ຊາວກະສິກອນ ຢູ່ ເມືອງຄູນ ແຂວງຊຽງຂວາງ ທີ່ ເມື່ອກ່ອນສາມາດຈຳໜ່າຍພືດຜັກ ຈຳນວນຫຼາຍ ຄັນຕໍ່ມື້ ໃຫ້ແກ່ແຂວງໃກ້ຄຽງ ແຕ່ມາຮອດປັດຈຸບັນ ແມ່ນບໍ່ສາມາດຈຳໜ່າຍໄດ້ເລີຍ.
ຊາວກະສິກອນນະຄອນຫຼວງວຽງຈັນ ກໍໄດ້ຮັບຜົນກະທົບຄືກັນ ເມື່ອເປັນເຊັ່ນນັ້ນ ພວກເຮົາຈະຊ່ວຍເຂົາເຈົ້າ ໄດ້ແນວໃດ?
ຊາວກະສິກອນເຫຼົ່ານັ້ນ ອາດບໍ່ໄດ້ຄາດຫວັງວ່າ ເຂົາເຈົ້າ ຈະໄດ້ຮັບກຳໄລດີ ຄືດັ່ງແຕ່ກ່ອນ ການລະບາດຂອງພະຍາດ ໂຄວິດ ເຂົາເຈົ້າຂໍພຽງໃຫ້ໄດ້ທຶນຄືນ ຈາກການຜະລິດກໍຖືວ່າດີແລ້ວ ເພາະສະນັ້ນ ຄຳສະເໜີ ຊາວກະສິກອນລາວ ໄລຍະສັ້ນ ແມ່ນພິຈາລະນາ ໃຫ້ພາກລັດ (ຫຼື ພາກສ່ວນໃດກໍໄດ້) ຊື້ຜົນຜະລິດ ນຳເຂົາເຈົ້າເຫຼົ່ານັ້ນ ເພື່ອແຈກຢາຍ ຫຼື ຂາຍໃນລາຄາ ທີ່ຖືກກວ່າປົກກະຕິ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກນະໂຍບາຍການປິດເມືອງໃນຄັ້ງນີ້
ສຳລັບ ໄລຍະກາງ ແລະ ໄລຍະຍາວ ນັ້ນ ແມ່ນການສະໜອງ ສິນເຊື່ອ ທີ່ມີອັດຕາດອກເບ້ຍຕໍ່າ ແກ່ຊາວກະສິກອນ ທີ່ຂາດທຶນ, ການສ້າງ ສາງເຢັນ ເພື່ອເກັບພືດຜັກໄວ້ດົນ ແລະ ການແປຮູບພືດຜັກເຫຼົ່ານັ້ນ ຍັງແມ່ນທາງເລືອກ ໜຶ່ງ ທີ່ອາດສາມາດຊ່ວຍຊາວກະສິກອນລາວ ໃນຄາວວິກິດນີ້ໄດ້.
ໃນ ຍາມວິກິດຄືແນວນີ້ ພວກເຮົາ ຢາກໃຫ້ ສິນຄ້າໃນທ້ອງຕະຫຼາດ ມີລາຄາທີ່ເໝາະສົມ, ເພື່ອຢາກໃຫ້ໄດ້ແນວນັ້ນ ຄວນມີນະໂຍບາຍ ພິເສດຕໍ່ລົດບັນທຸກຂົນສົ່ງ ຜົນຜະລິດຂອງປະຊາຊົນ ຈາກແຂວງໜຶ່ງ ສູ່ແຂວງໜຶ່ງ ໄດ້ສະດວກ ເພື່ອຮັບປະກັນ ການສະໜອງ ອາຫານ ຢ່າງພຽງພໍ.
ໃນທ່າມກາງ ການສຸມໃສ່ ການສົ່ງເສີມການຜະລິດພາຍໃນ, ຈຳກັດ ການນຳເຂົ້າຈາກຕ່າງປະເທດ, ຢາກໃຫ້ສິນຄ້າ ລາຄາ ທີ່ຄົນລາວຊື້ໄດ້ນັ້ນ ມັນເປັນໂຈດໃຫ້ພວກເຮົາຕ້ອງແກ້ໃນຍາມວິກິດແບບນີ້ວ່າຈະຊ່ວຍຊາວກະສິກອນ ເຮົາໃຫ້ໄປລອດໄດ້ແນວໃດ?