ອົງການກາແດງລາວໄດ້ຮັບອຸປະກອນປ້ອງກັນພະຍາດໂຄວິດ-19


ໃນວັນທີ 13 ເມສານີ້ ຢູ່ທີ່ສູນກາງແນວລາວສ້າງຊາດໄດ້ມີພິທີມອບ-ຮັບອຸປະກອນປ້ອງກັນການລະບາດຂອງພະຍາດໂຄວິດ-19ຂຶ້ນ ໂດຍການມອບຂອງທ່ານດຣ. ຈັນເພງ ສຸດທິວົງ ຕາງໜ້າງຈາກສູນກາງແນວລາວສ້າງຊາດ ແລະ ຮັບໂດຍ ທ່ານ ຮສຈ.ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດລາວ-ຢູນານ ອິນເນີ້ຈີ້ເພື່ອການລົງທຶນ ຈຳກັດ ແລະ ອ້າຍນ້ອງອາສາກູ້ໄພ 1625 ອົງການກາແດງລາວເຂົ້າຮ່ວມ ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຖັງບັນຈຸນ້ຳຂະໜາດ 1000 ລິດ 2 ຖັງ, ຈັກລ້າງອັດສີດນ້ອຍ 05 ໜ່ວຍ, ຈັກພົ່ນຢາລຸ້ນໃຊ້ນ້ຳມັນ 03 ເຄື່ອງ, ໜ້າກາກ 3M N-95 30 ອັນ, ເກີບໂບກ 10 ຄູ່, ຖົງມືຢາງສີສົ້ມ 20 ຄູ່ ລວມມູນຄ່າໃນການຊ່ວຍເຫຼືອໃນຄັ້ງນີ້ 9.060.000 ກີບ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດລາວ-ຢູນານ ອິນເນີ້ຈີ້ເພື່ອການລົງທຶນ ຈຳກັດ ຈຸດປະສົງກໍເພື່ອເປັນການປະກອບສ່ວນເຂົ້າໃນການສະກັດກັ້ນການລະບາດຂອງພະຍາດໂຄວິດ -19 ທີ່ກຳລັງລະບາດຢູ່ໃນ ສປປລາວ ເພື່ອເຮັດໃຫ້ການລະບາດຫຼຸດໜ້ອຍລົງ.

