ສົງ​ການ ​ວັນ​ມະ​ຫາ​ສົງ​ການ

- ffre - ສົງ​ການ ​ວັນ​ມະ​ຫາ​ສົງ​ການ
- kitchen vibe - ສົງ​ການ ​ວັນ​ມະ​ຫາ​ສົງ​ການ

ສົງ​ການ​ຄື​ປະ​ເພ​ນີ​ຂອງ​ປະ​ເທດ​ລາວ, ກຳ​ປູ​ເຈຍ, ມຽນ​ມ້າ ແລະ ໄທ ຊົນ​ກຸ່ມ​ນ້ອ​ຍຊາວ​ໄຕ​ແຖບ​ຫວຽດ​ນາມ ແລະ ຖະ​ຫນົນ​ຢູ​ນານ​ຂອງ​ຈີນ ລວມ​ໄປ​ຮອດ​ສີ​ລັງ​ກາ ແລະ ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ອິນ​ເດຍ,ໂດຍ ສັນ​ນິ​ຖານ​ກັນ​ວ່າ ປະ​ເພ​ນີ​ສົງ​ການນັ້ນ​ໄດ້ ຮັບ​ວັດ​ທະ​ນະ​ທຳ​ມາ​ຈາກ​ເທດ​ສະການ​ໂຮ​ລີ​ໃນ​ອິນ​ເດຍ ແຕ່​ເທດ​ສະ​ການ​ໂຮ​ລີ ຈະ​ໃຊ້​ການ​ສາດ​ສີ​ໃສ່ກັນແທນ ໂດຍ​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ ທຸກວັນ​ແຮມ 1 ຄ່ຳ ເດືອນ 4 .

- Untitled 6 copy - ສົງ​ການ ​ວັນ​ມະ​ຫາ​ສົງ​ການ

- Visit Laos Visit SALANA BOUTIQUE HOTEL - ສົງ​ການ ​ວັນ​ມະ​ຫາ​ສົງ​ການ

ສົງ​ການ​ເປັນ​ຄຳ​ໃນ​(ພາ​ສາ​ ສັນ​ສະ​ກິດ) ທີ່​ຫມາຍ​ເຖິງ ການ​ເຄື່ອ​ນ​ຍ້າຍ​ໂດຍ​ເປັນ​ການ​ອຸ​ປະ​ມາ ເຖິງ​ເຄື່ອນ​ຍ້າຍ​ການ​ປະ​ທັບ ໃນ​ຈັກ​ລາ​ສີ ຫລື ການ​ເຄື່ອນ​ເຂົ້າ​ສູ່​ປີ​ໃຫມ່​ຕາມ​ຄວາມ​ເຊື່ອ​ຂອງ​ລາວ ແລະ ບາງ​ປະ​ເທດ​ໃນ​ທະ​ວີບ​ອາ​ຊຽນ ຕາ​ເວັນ​ອອກ​ຊຽງ​ໃຕ້ , ປ​ະເພ​ນີ​ສົງ​ການທີ່​ມີ​ການ​ສືບ​ທອດ​ກັນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ​, ຈິ່ງ​ມັກ​ເອີ້ນ​ລວມ​ກັນ​ວ່າ ປະ​ເພ​ນີ​ກຸດ ​ສົງ​ການ ຫມາຍ​ເຖິງ ການ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ຈະ​ມີ​ການ​ຄຳ​ນວນ​ທາງ​ດາ​ລາ​ສາດ ແຕ່​ໃນ​ປັດ​ຈຸ​ບັນ​ໄດ້​ມີ​ການ​ກຳ​ຫນົດ​ວັນ​ທີ ແນ່ນອນ​ຄື​ຕັ້ງ​ແຕ່​ວັນ​ທີ 13-15 ເມ​ສາ ແຕ່​ກ່ອນ​ວັນ​ຂຶ້ນ​ປີ​ໃຫມ່​ຄື​ວັນ​ເລີ່ມ​ປີ​ປະ​ຕິ​ທິນຂອງ​ລາວ ຈົນ​ຮອດ ປີ 1888 ແລະ ໄດ້​ມີ​ການ​ປ່ຽນ​ແປງ​ມາ​ເປັນ​ວັນ​ທີ 1 ເມ​ສາ ເປັນ​ວັນ​ຂຶ້ນ​ປີ​ໃຫມ່ຈົນ​ຮອດ ປີ 1940.

ປະ​ຫວັດ​ວັນ​ສົງ​ການ

ເມື່ອ​ຄັ້ງ​ກ່ອນ​ພິ​ທີ​ສົງ​ການ ເປັນ​ພິ​ທີ​ກຳ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ຄອບ​ຄົວ ຫລື ຊຸມ​ຊົນ​ບ້ານ​ໃກ້​ເຮືອນ​ຄຽງ​ແຕ່​ໃນ​ປັດ​ຈຸ​ບັນ ໄດ້​ມີ​ການ​ປ່ຽນ​ແປງ​ໃຫ້​ພິ​ທີ​ການນັ້ນ​ເປັນ​ເທດ​ສະ​ການ​ໂດຍ​ໄດ້​ຂະ​ຫຍາຍ​ອອກ​ໄປ​ສູ່​ສັງ​ຄົມ​ເປັນ​ວົງ​ກວ້າງ​ຫລາຍ​ຂຶ້ນ ແລະ ມີ​ແນວ​ໂນ້ມ​ທີ​ຈະ​ປ່ຽນ​ທິດ​ສະ​ດີ​ຕະ​ຫລອດ​ຈົນ​ມີຄວາມ​ເຊື່ອ​ມາ​ແຕ່​ດັ່ງ​ເດີມ​. ໃນ​ພິ​ທີ​ສົງ​ການ​ຈະ​ໃຊ້​ນ້ຳ​ເປັນ​ສັນ​ຍາ​ລັກ​ທີ່​ເປັນ​ອົງ​ປະ​ກອບກ​ຫລັກ​ຂອງ​ພິ​ທີ​ແກ້​ກັນ​ກັບ​ຄວາມ​ຫມາຍ​ຂອງ​ລະ​ດູ​ຮ້ອນ ໄລ​ຍະ​ເວ​ລາ​ທີ່​ຕາ​ເວັນ ເຄື່ອນ​ເຂົ້າ​ສູ່​ລາ​ສີ​ເມກ, ໃນ​ວັນ​ນີ້​ຈະ​ໃຊ້​ນ້ຳ​ຫົດ​ໃຫ້​ແກ່​ກັນ​ເພື່ອ ຄວາມ​ຊຸມ​ເຢັນ, ມີ​ການ​ຂໍ​ພອນ​ຈາກ​ຜູ້​ໃຫຍ່, ມີ​ການ​ລຳ​ລຶກ ແລະ ກະ​ຕັນ​ຢູ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບູ​ລຸດ​ທີ່​ລວງ​ລັບ, ຕໍ່​ມາ​ໃນ​ສັງ​ຄົມ ສະ​ໃຫມ່​ເກີດ​ເປັນ​ປະ​ເພ​ນີ​ກັບ​ເຮືອນ​ໃນ​ໄລ​ຍະ​ເທດ​ສະ​ການ​ນັບ​ວ່າ​ວັນ​ສົງ​ການ​ເປັນ​ວັນ​ຄອບ​ຄົວ ອີກ​ທັງ​ຍັງ​ມີ​ປະ​ເພ​ນີ​ທີ່​ສືບ​ທອດ​ມາ​ຕັ້ງ​ແຕ່​ດັ່ງ​ເດີມ​ຢ່າງ​ການ​ສົງ​ນ້ຳ​ພະທີ່​ເສີມ​ມຸງ​ຄຸນ ເພື່ອ​ໃຫ້​ເປັນ​ການ​ເລີ່ມ​ຕົ້ນ​ໃນ​ປີ​ໃຫມ່​ທີ່​ມີ​ຄວາມ​ສຸກ.

- 5 - ສົງ​ການ ​ວັນ​ມະ​ຫາ​ສົງ​ການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!