80-90% ຂອງຈຳນວນນັກສຶກສາຮຽນຈົບອອກມາແມ່ນວິຊາທີ່ຕະຫລາດແຮງງານຕ້ອງການໜ້ອຍ
ຄືດັ່ງຮູ້ແລ້ວວ່າໃນແຕ່ລະປີມີນັກສຶກສາຈົບຈາກມະຫາວິທະຍາໄລ, ວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆໃນທົ່ວປະເທດນັບຫລາຍພັນຄົນ, ໃນນັ້ນເກືອບ 80-90% ແມ່ນຮຽນຈົບສາຂາວິຊາທີ່ຕະຫລາດແຮງງານມີຄວາມຕ້ອງການໜ້ອຍ ເປັນຕົ້ນ: ເສດຖະສາດ, ບໍລິຫານທຸລະກິດ, ການເງິນ-ທະນາຄານ, ເລຂານຸການ ແລະ ອື່ນໆ, ແຕ່ກົງກັນຂ້າມຂະແໜງວິຊາຊີບທີ່ຕະຫລາດແຮງງານມີຄວາມຕ້ອງການເປັນຈໍານວນຫລາຍພັດມີບໍ່ຮອດ 10% ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ໂຮງຈັກໂຮງງານ, ຫົວໜ່ວຍການຜະລິດ ແລະ ໂຄງການຂະໜາດໃຫຍ່ຫລາຍແຫ່ງຍັງຜະເຊີນບັນຫາຂາດເຂີນແຮງງານພາຍໃນທີ່ມີສີມື ແລະ ຈໍາເປັນຕ້ອງໄດ້ນໍາເອົາແຮງງານຈາກຕ່າງປະເທດເຂົ້າມາເປັນຈໍານວນຫລາຍ. ຂະນະດຽວກັນສະພາບໄພຫວ່າງງານຂອງຄົນໃນສັງຄົມກໍເພີ່ມຫລາຍຂຶ້ນ, ຊຶ່ງບາງຈໍານວນຮຽນຈົບມາບໍ່ມີວຽກເຮັດງານທໍາສົດເຊພະເນຈອນເຄື່ອນໄຫວທີ່ຜິດລະບຽບກົດໝາຍຕ່າງໆເກີດຂຶ້ນເຊັ່ນ: ຄ້າຂາຍຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.
ຫລາຍຄົນໃຫ້ທັດສະນະວ່າ: ພວກເຮົາຕ້ອງຍອມຮັບວ່າການຊຸກຍູ້ໃຫ້ນັກຮຽນ-ນັກສຶກສາໃຫ້ເຫັນໄດ້ເຖິງຄວາມສໍາຄັນ ແລະ ຫັນມາຮຽນວິຊາຊີບນີ້ຍັງເປັນສິ່ງທີ່ທ້າທາຍສົມຄວນ, ຍ້ອນສັງຄົມສ່ວນໃຫຍ່ຍັງປູກຝັງແນວຄິດໃຫ້ລູກຫລານຮຽນສູງໆເພື່ອຈະໄດ້ເປັນເຈົ້າເປັນນາຍນຳເພິ່ນ, ເຊິ່ງແນວຄິດນີ້ຍັງຝັງເລິກເຮັດໃຫ້ນັກຮຽນ-ນັກສຶກສາສ່ວນຫລວງຫລາຍຍັງໄຟ່ຝັນໄປກັບແນວຄິດດັ່ງກ່າວ.
ບັນດາປະເທດທີ່ພັດທະນາ ແລະ ມີຄວາມຈະເລີນກ້າວໜ້າທາງດ້ານເທັກໂນໂລຊີການຮຽນວິຊາຊີບແມ່ນໄດ້ຮັບຄວາມສົນໃຈຫລາຍທີ່ສຸດ ເປັນຕົ້ນ: ການກໍ່ສ້າງ, ສ້ອມແປງຍານຍົນ, ຊ່າງເຊື່ອມຈອດໂລຫະ, ຕັດຫຍີບ, ໄຟຟ້າ, ພະລັງງານ ແລະ ອື່ນໆ ເນື່ອງຈາກມັນເຮັດໃຫ້ການຊອກຫາວຽກເຮັດງານທໍາໄດ້ງ່າຍ ແລະ ສາມາດກ້າວໄປສູ່ການເປັນຜູ້ປະກອບການ ຫລື ເຈົ້າຂອງກິດຈະການດ້ວຍຕົນເອງໄດ້.
ປັດຈຸບັນມີຄົນຈໍານວນບໍ່ໜ້ອຍທີ່ຮຽນຈົບດ້ານບໍລິຫານລະດັບຊັ້ນສູງ, ປະລີນຍາຕີ ຕ້ອງເຮັດວຽກເປັນກໍາມະກອນໃນໂຮງຈັກໂຮງງານ, ເປັນພະນັກງານປ້ານໍ້າມັນ, ຮ້ານຊູບເປີມາເກັດ, ເສີບອາຫານ ແລະ ອື່ນໆ ທັງໆທີ່ວຽກເລົ່ານີ້ຜູ້ມີການສຶກສາຕໍ່າກໍສາມາດເຮັດໄດ້.
ແນວໃດກໍຕາມ, ປັດຈຸບັນໂຮງຮຽນສາມັນໃນທົ່ວປະເທດພວມກະກຽມໃສ່ບັ້ນສອບເສັງຈົບຊັ້ນ, ສະນັ້ນຜູ້ທີ່ຮຽນຈົບມັດທະຍົມປາຍກໍຈະໄດ້ໄປຮໍ່າຮຽນຕໍ່ໃນລະດັບອາຊີວະ, ນັ້ນກໍຄວນຄໍານຶງເຖິງການມີວຽກເຮັດງານທຳທີ່ດີເພື່ອພັດທະນາຕົນເອງໄດ້ດີຂຶ້ນ.