ເນື້ອທີ່ປ່າໄມ້ແຂວງອຸດົມໄຊເສຍຫາຍຫລາຍກວ່າ 42 ພັນເຮັກຕາຈາກໄຟໄໝ້


ພະແນກກະສິກໍາ-ປ່າໄມ້ແຂວງອຸດົມໄຊ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນເມສາ
ມານີ້, ໄດ້ເກີດໄຟໄໝ້ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປະເພດອື່ນໆ ຢູ່ຫລາຍເມືອງໃນທົ່ວແຂວງຄື: ເມືອງໄຊມີ ຜົນເສຍຫາຍກວ່າ 18 ພັນເຮັກຕາ, ເມືອງຫລາ 2.525 ເຮັກຕາ, ນາໝໍ້ 7.670 ເຮັກຕາ, ເມືອງງາ 9.707 ເຮັກຕາ, ເມືອງແບ່ງ 1.700 ກວ່າເຮັກຕາ, ເມືອງຮຸນ 224 ເຮັກຕາ ແລະ ເມືອງປາກແບ່ງ 2.998 ເຮັກຕາ, ໃນນັ້ນລວມມີເນື້ອທີ່ປ່າເສຍຫາຍທັງໝົດປະມານ 42.832 ເຮັກຕາ ໂດຍສາເຫດຕົ້ນຕໍແມ່ນມາຈາກການການຂາດສະຕິໃນການຈູດໄຮ່, ຈູດສວນ ແລະ ການຊອກຢູ່ຫາກິນຂອງປະຊາຊົນ, ເກີດຈາກການດັງໄຟແຕ່ງກິນ ເມື່ອສຳເລັດແລ້ວບໍ່ດັບມອດ ຫລື ມອດກໍບໍ່ລະອຽດ ແລະ ສ່ວນໜຶ່ງຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງປະຊາຊົນມີຄວາມເຈຕະນາຈູດປ່າເພື່ອລ່າເນື້ອ, ເພື່ອຄວາມເພີດເພີນ ຈຶ່ງພາໃຫ້ເກີດໄຟໄໝ້ລາມປ່າເປັນບໍລິເວນກ້ວາງດັ່ງກ່າວ. ນອກຈາກນີ້ ຍັງມີປັດໄຈດ້ານສະພາບອາກາດ ແຫ້ງແລ້ງ, ຝົນບໍ່ຕົກແກ່ຍາວ ຈິ່ງພາໃຫ້ເກີດໄຟໃໝ້ລາມປ່າໄດ້ງ່າຍ.
ສໍາລັບມາດຕະການແກ້ໄຂແມ່ນທ້ອງຖິ່ນໄດ້ມີມາດຕະການວ່າ: ເກີດຂຶ້ນຢູ່ບ່ອນໃດ, ເຂດບ້ານໃດ, ເມືອງໃດ, ແມ່ນບ່ອນນັ້ນຕ້ອງມີຄວາມຮັບຜິດຊອບ ແກ້ໄຂ ແລະ ເປັນເຈົ້າການປຸກລະດົມກັນໄປດັບມອດໃຫ້ທ່ວງທັນກັບເຫດການ.