ການຕິດເຊື້ອ ແລະ ໂຣກລະບາດຫລັງສົງຄາມ
ຫລັງຈາກສົງຄາມໂລກຄັ້ງທີ 1 ມີຄົນຕາຍເຖິງ 40 ລ້ານຄົນ, ກໍໄດ້ຢຸດຕິລົງ ເມືອກອງທັບທັງສອງຝ່າຍຕ່າງຝ່າຍກໍໄດ້ຮັບຜົນກະທົບຈາກການລະບາດໄຂ້ຫວັດໃຫຍ່ໃນປີ 1918.
ໃນຄັ້ງນັ້ນຝ່າຍກົງກັນຂ້າມ, ຄູ່ສົງຄາມຕ່າງພະຍາຍາມປິດຂ່າວ ຜົນກະທົບຈາກ ໄຂ້ຫວັດໃຫຍ່ ໃນຂະນະແອັດສະປາຍ ເຊິ່ງຖືນະໂຍບາຍສາຍກາງຍັງຄົງມີລາຍງານ ຂ່າວໄຂ້ຫວັດໃຫຍ່ມາຕໍ່ເນື່ອງ ຈຶ່ງເຮັດໃຫ້ເກີດເຂົ້າໃຈຜິດວ່າ ແອັດສະປາຍ ເປັນແຫລ່ງຂອງໂຣກ ແລະ ເອີ້ນກັນວ່າ (ໄຂ້ຫວັດແອັດສະປາຍ).
ການເບິ່ງແຍງຮັກສາ ໄຂ້ຫວັດໃຫຍ່ ໃນເວລານັ້ນ ບໍ່ສາມາດເຮັດຫຍັງໄດ້ , ນອກເຫນືອການປິ່ນປົວຢູ່ໂຮງຫມໍຢ່າງໄກ້ຊິດຈົນຕໍ່ມາໃນສັດຕະວັດທີ່ 30 ເຊິ່ງເຮົາປະສົບຄວາມສຳເລັດໃນການແຍກເຊື້ອ ໄວຣັສ ໄຂ້ຫວັດໃຫຍ່ ສະນິດ ເອ ເປັນຄັ້ງທຳອິດ ຈິ່ງຫາກໍຮູ້ ແລະ ເຂົ້າໃຈວ່າ ການຫາຍຍານະ ທີ່ແຜ່ລາມໃນປີ (1918-1919) ເປັນອາການປອດອັກເສບ ທີ່ເກີດຈາກເຊື້ອ ໄວຣັສ (ວັກຊິນຕ້ານແບດທີ່ເຣຍບໍ່ໄດ້ຜົນ).
– ໄຂ້ຫວັດໃຫຍ່ໃນປີ 1918 ໂດຍບາງສ່ວນເຊື້ອ ໄຂ້ຫວັດໃຫຍ່ ທີ່ມີຄວາມຮຸນແຮງ ໃນການທີ່ບໍ່ທັນຫລາຍ (ພົບຄັ້ງທຳອິດແມ່ນທະຫານອັງກິດ) ເລີ່ມລະບາດມາຕັ້ງແຕ່ປີ 1916-1917 ແລະ ບາງສ່ວນເຊື່ອວ່າ ໄຂ້ຫວັດໃຫຍ່ ລະບາດບາດຄັ້ງທຳອິດຢູ່ຄ້າຍທະຫານເກນ ໃນແຂວງເທັກຊັດ ສະຫະລັດອາເມລິກາ ແລະ ຝຣັ່ງ .
– ໂດຍອາດເວົ້າໄດ້ວ່າ ການຕິດເຊື້ອໄຂ້ຫວັດໃຫຍ່, ທີ່ຮຸນແຮງກ່ອນຫນ້ານີ້ອາດຊ່ວຍປົກປ້ອງທະຫານ ທີ່ຢູ່ໃນສະຫນາມຮົບມາກ່ອນ ດັ່ງທີ່ຕົວເລກສູນເສຍຂອງກອງທັບສະຫະລັດ ລວມເຖິງກຳລັງພົນ ເຊິ່ງບໍ່ເຄີຍເຂົ້າແນວຫນ້າ ບວກອັດຕາຕາຍຈາກການຕິດເຊື້ອຢູ່ປະມານ 2 ຕໍ່ 1 ທຽບກັບ 1,1 ຕໍ່ 1 ໃນກອງກຳລັງສຳພັນທະມິດ.
– ມີຂໍ້ມູນບັນທຶກໄວ້ວ່າ: ໃນເດືອນ ກໍລະກົດປີ 1918 ແລະ ກຸມພາ 1919 ພົບວ່າຣ້ອຍລະ 10 ຂອງທະຫານ ອອດສະເຕເລຍ ໄດ້ຕິດເຊື້ອ ໄຂ້ຫວັດໃຫຍ່ (ກວດພົບອາການ) ແລະ ເສຍຊີວິດ 209 ຄົນ ຈຳນວນທະຫານອອດສະເຕເລຍ ທີ່ຫລອດຊີວິດຈາກສູ້ຮົບພົບວ່າ: 3.000 ຄົນ, ເສຍຊີວິດຈາກວັນນະໂຣກ ແລະ ມີຈຳນວນຫລາຍ ເຊິ່ງຫລາຍ ທີ່ປອດໄດ້ຮັບສານພິດຈາກ(ແກ໋ດພິດ) ຕ້ອງທໍລະມານດ້ວຍອາການຕິດເຊື້ອທາງເດີນຫາຍໃຈ.