ອົງການອະນາໄມໂລກຮຽກຮ້ອງນາໆປະເທດ ເລັ່ງຜະລິດພະຍາບານເພີ່ມ
April 8, 2020 - 12:20 PM


ທ່ານ ທີໂດສ ອັດຮານອມ ກິບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ເຜີຍແຜ່ລາຍງານຂໍ້ມູນການຂາດເຂີນພະຍາບານທົ່ວໂລກລະຫວ່າງປີ 2013-2017 ວ່າ: ປັດຈຸບັນ ທົ່ວໂລກຕ້ອງການພະຍາບານເພີ່ມອີກເກືອບ 6 ລ້ານຄົນ ເນື່ອງຈາກປັດຈຸບັນພະຍາບານຖືເປັນແນວໜ້າຮັບມືການແຜ່ລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ແລະ ພະຍາບານປຽບເໝືອນກະດູກສັນຫລັງຂອງລະບົບສາທາລະນະສຸກ, ແຕ່ໃນປັດຈຸບັນ ທົ່ວໂລກມີພະຍາບານບໍ່ເຖິງ 28 ລ້ານຄົນ ສົ່ງຜົນໃຫ້ເກີດບັນຫາຂາດເຂີນພະຍາບານ ໂດຍສະເພາະໃນປະເທດເຂດອາຟຣິກາ, ອາຊີຕາເວັນອອກສຽງໃຕ້, ຕາເວັນອອກກາງ ແລະ ອີກຫລາຍພື້ນທີ່ໃນເຂດອາເມລິກາໃຕ້.
ຈຶ່ງຮຽກຮ້ອງໃຫ້ນາໆປະເທດເພີ່ມຕຳແໜ່ງວຽກນີ້ພາຍໃນປີ 2030 ຊົດເຊີຍສະພາບຂາດເຂີນພະຍາບານທົ່ວໂລກ ແລະ ແນະນຳໃຫ້ປະເທດທີ່ຂາດເຂີນພະຍາບານເພີ່ມຈຳນວນນັກສຶກສາພະຍາບານຂຶ້ນອີກປີລະ 8%.