ຂໍ້ຄິດຈາກໂຄວິດ-19

ຂໍ້ຄິດຈາກໂຄວິດ-19 - pppp - ຂໍ້ຄິດຈາກໂຄວິດ-19
ຂໍ້ຄິດຈາກໂຄວິດ-19 - kitchen vibe - ຂໍ້ຄິດຈາກໂຄວິດ-19

ບັນຫາຈານແຫຍ່

ບົນສະໜາມຮົບຕ້ານໂຄວິດ-19 ທີ່ຊາວໂລກພວມຮ່ວມແຮງຮ່ວມໃຈກັນປາບຢູ່ນີ້. ຈານແຫຍ່ ໃຫ້ຄວາມສົນໃຈເປັນພິເສດກ່ຽວກັບບົດຮຽນທີ່ເຫລົ່ານັກປາດອາຈານໃນສາຂາອາຊີບຕ່າງໆໄດ້ສະຫລຸບເອົາໄວ້ ເພື່ອໃຫ້ຊາວໂລກເຫັນວ່າ ໂລກມະນຸດຂອງເຮົາໃນຍຸກນີ້ສຸດທີ່ບອບບາງ ແລະ ມີຄວາມສ່ຽງສູງຕໍ່ໄພພິບັດ ເຊິ່ງສ້າງຂຶ້ນຈາກມືມະນຸດ ແລະ ການປ່ຽນແປງຂອງສະພາບແວດລ້ອມ. ຈາກບົດຮຽນທີ່ທະຍອຍອກມາເທື່ອລະບົດຈາກຫລາຍປະເທດ, ຈານແຫຍ່ ກໍເລີຍຄິດວ່າ ຢູ່ລາວເຮົາເອງນີ້ກໍຄວນມີການຕິດຕາມສະຫລຸບບົດຮຽນແຕ່ລະບັ້ນທີ່ໂຄວິດພິດຮ້າຍບຸກພວກເຮົາ. ບົດຮຽນດັ່ງກ່າວຄວນມີເນື້ອໃນເປັນສະຕິເຕືອນໃຈໃຫ້ຄົນລາວພວກເຮົາສາມາດນຳໃຊ້ ເພື່ອປັບປຸງຊີວິດ ແລະ ການເຄື່ອນໄຫວຂອງຕົນຫລັງວິກິດໂຄວິດ. ສ່ວນບົດຮຽນທີ່ ຈານແຫຍ່ ລອງສະຫລຸບໄວ້ຢ່າງໜ້ອຍກໍແມ່ນສຳລັບຕົນເອງມີດັ່ງນີ້:

ຂໍ້ຄິດຈາກໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຂໍ້ຄິດຈາກໂຄວິດ-19
  1. ຄວາມສະອາດ-ຫລັກອະນາໄມ – ຫລັງວິກິດໂຄວິດ-19 ຄົນລາວພວກເຮົາຕ້ອງປະຖິ້ມຢ່າງຂາດໂຕ ວິທີກິນ ວິທີດື່ມ ແລະ ອາຫານປະເພດສ່ຽງ ຄືຢຸດກິນສັດປ່າຢ່າງສິ້ນເຊີງ, ລະຖິ້ມຄວາມເຊື່ອທີ່ວ່າ: ສັດປ່າເປັນຢາປິ່ນປົວສາລະພັດພະຍາດ, ມີວິຕາມິນສູງໆ ບຳລຸງກຳລັງວັງຊາ. ຕ້ອງເຂົ້າໃຈໃໝ່ວ່າ: ປ່າດົງພົງໄພຢູ່ບ້ານເຮົາໃນປັດຈຸບັນນີ້ບໍ່ສົດຄືເກົ່າແລ້ວ, ມັນເປັນບ່ອນສະສົມທາດເຄມີຕ່າງໆຈາກເປີງສົງຄາມປະໄວ້, ຈາກການປ່ຽນແປງຂອງດິນຟ້າອາກາດ, ຈາກກຸ່ມບຸກເບີກຂອງມະນຸດ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ສັດປ່າ. ສ່ວນອາຫານ ແລະ ວິທີການກິນການດື່ມທີ່ຄວນຍົກເລີກແບບຖາວອນ ກໍຄືການເຫຍັ້ນຈອກດຽວ ເອີ້ນວ່າ: “ໄຫລເຕົ້າ” ໃຫ້ກັນດື່ມ, ການດື່ມເຫລົ້າບອງ ສິ້ນສ່ວນຂອງສັດປ່າ, ລາບເລືອດ, ມ່າເພ້ຍ ກ້ອຍປາເຕັ້ນ ແລະ ອື່ນໆ.
  2. ການຈັດງານລ້ຽງຊຸມແຊມ – ຂໍໃຫ້ສືບຕໍ່ພັດທະນາມາດຕະການໂດດດ່ຽວຕົນເອງໃນໄລຍະໂຄວິດອາລະວາດໃຫ້ເປັນນິໃສ “ກິນພໍດີ ດື່ມພໍງາມ” ໃນວົງຈຳກັດ. ໝາຍຄວາມວ່າ: ບໍ່ເອິກະເຫລີກຄືເກົ່າ. ພະຍາດປະເພດອັກເສບປອດທັງໝົດທີ່ລະບາດໃນໄລຍະຜ່ານມາ ແລ້ວແຕ່ຕິດແປດກັນດ້ວຍການສຳຜັດໃນສະຖານທີ່ທີ່ມີຄົນແອອັດຍັດບຽດ. ພວກເຮົາຕ້ອງຕັ້ງຄຳຖາມຖາມຕົນເອງວ່າ: ໃນໄລຍະໂຄວິດແຜງລິດນັ້ນ ເຮົາເຮັດໄດ້ ເປັນຫຍັງຈະສືບຕໍ່ເຮັດບໍ່ໄດ້ ຫລັງໂຄວິດ ?.
  3. ການນຳໃຊ້ເຄື່ອງມືສື່ອອນລາຍຍຸກໃໝ່ (IT) – ທຸກຄົນຕ້ອງພັດທະນາຄວາມຊຳນານງານໃນການໃຊ້ເຄື່ອງມືເຕັກໂນໂລຊີສື່ສານລ້ຳຍຸກ ເພື່ອແກ້ໄຂບັນຫາ ເມື່ອມີສະພາບ “ປິດຕາຍ” (Lockdown) ຫລື ກັກຕົນເອງ ເພາະບໍ່ມີໃຜສ່ອງເຫັນລ່ວງໜ້າວ່າ ກ່ຽວກັບເຫດສຸກເສີນທີ່ອາດຈະເກີດຂຶ້ນໃນອະນາຄົດ. ເມື່ອຮອດເວລານັ້ນ, ເຄື່ອງມືສື່ສານເຫລົ່ານີ້ລະຈະເຮັດໜ້າທີ່ເປັນຫູເປັນຕາເປັນແຂນຂາຂອງພວກເຮົາ ເພື່ອເອົາຕົວລອດ !.
ຂໍ້ຄິດຈາກໂຄວິດ-19 - 4 - ຂໍ້ຄິດຈາກໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!