7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ

7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ - km - 7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ
7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ - kitchen vibe - 7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ

     ການຢູ່ລຳພັງບໍ່ໄດ້ມີປະໂຫຍດແຕ່ໃນເລື່ອງວຽກເທົ່ານັ້ນ, ແຕ່ຍັງດີຕໍ່ສຸຂະພາບຈິດ ແລະ ອາລົມນຳ ເພາະສະນັ້ນ ຖ້າຢາກໃຊ້ຊີວິດໃຫ້ກຸ້ມຄ່າ ທ່ານກໍຕ້ອງຮຽນຮູ້ທີ່ຈະໃຊ້ຊີວິດຄົນດຽວແນ່. ຂໍ້ດີຂອງການຢູ່ຄົນດຽວມີຫລວງຫລາຍຈົນບອກໄດ້ບໍ່ໝົດ ພວກເຮົາເລີຍເລືອກ 7 ຢ່າງທີ່ຄິດວ່າດີທີ່ສຸດມາໃຫ້ທຸກທ່ານໄດ້ອ່ານກັນ.

1.ໄດ້ພັກຜ່ອນເພື່ອຟື້ນຟູ ແລະ ຕື່ມພະລັງໃຫ້ໂຕເອງ : ເຮົາທຸກຄົນແມ່ນແຕ່ຄົນທີ່ມັກເຂົ້າສັງຄົມ ລ້ວນແຕ່ຕ້ອງການເວລາຟື້ນຟູ ແລະ ຕື່ມພະລັງໃຫ້ໂຕເອງແນ່ ແລະ ກໍຄົງບໍ່ມີວິທີໃດຈະດີໄປກ່ວາການໄດ້ຢູ່ລຳພັງ, ຄວາມງຽບສະຫງົບເປັນສິ່ງສຳຄັນທີ່ຈະຊ່ວຍຟື້ນຟູຈາກມື້ທີ່ເຄັ່ງຄຽດໄດ້.

7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ - Visit Laos Visit SALANA BOUTIQUE HOTEL - 7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ

2.ໄດ້ເຮັດຫຍັງທີ່ຢາກເຮັດ : ການໄດ້ໃຊ້ເວລາຮ່ວມກັບຄົນອື່ນນັ້ນເປັນເລື່ອງທີ່ມ່ວນ ເຊິ່ງແນ່ນອນວ່າຕ້ອງມາພ້ອມກັບການປະນີປະນອມ, ປັບໂຕໃຫ້ເຂົ້າກັບຄວາມຕ້ອງການ ແລະ ຄວາມຄິດເຫັນຂອງຄົນອື່ນໆນຳ. ໃນຂະນະທີ່ການຢູ່ຄົນດຽວຈະເຮັດໃຫ້ທ່ານມີອິດສະລະໃນການເຮັດຫຍັງກໍໄດ້ທີ່ຕ້ອງການ, ນຸ່ງເຄື່ອງແບບທີ່ຢາກນຸ່ງ, ກິນຫຍັງທີ່ຢາກກິນ ແລະ ເຮັດໂຄງການທີ່ມີຄວາມໝາຍຕໍ່ທ່ານແທ້ໆ.

3.ໄດ້ຮຽນຮູ້ທີ່ຈະເຊື່ອໃນໂຕເອງ : ອິດສະຫລະພາບບໍ່ແມ່ນແຕ່ການໄດ້ເຮັດສິ່ງທີ່ຢາກເຮັດ, ແຕ່ຍັງເປັນການຝຶກເຊື່ອໃນໂຕເອງ ແລະ ການໄດ້ຄິດໂດຍປາສະຈາກຄວາມກົດດັນ ຫລື ອິດທິພົນຈາກພາຍນອກ ມັນຊ່ວຍໃຫ້ທ່ານເຫັນໂຕຕົນ, ຄວາມຄິດ ແລະ ສິ່ງທີ່ເໝາະສົມກັບໂຕເອງຈະແຈ້ງຂຶ້ນ ເພາະເມື່ອຖືກອ້ອມຮອບໄປດ້ວຍຜູ້ຄົນ ທ່ານມັກຈະເຝົ້າສັງເກດປະຕິກິລິຍາຂອງຄົນອື່ນຢູ່ຕະຫລອດເວລາ ເພື່ອເບິ່ງວ່າທ່ານເຮັດໂຕເໝາະສົມຫລືບໍ່. ດັ່ງນັ້ນ, ການຢູ່ຄົນດຽວຈຶ່ງເຮັດໃຫ້ທ່ານສາມາດຕໍ່ຍອດໄອເດຍຕ່າງໆໄດ້ດ້ວຍຕົນເອງ ບໍ່ຕ້ອງກັງວົນວ່າຄົນອື່ນຈະຄິດແນວໃດ ແລະ ໄດ້ຄົ້ນພົບຄວາມສາມາດທີ່ແທ້ຈິງຂອງໂຕເອງໂດຍບໍ່ຖືກຈຳກັດດ້ວຍຄວາມຄິດຂອງຜູ້ອື່ນ.

4.ມີຄວາມສະຫລາດທາງອາລົມ EQ ສູງຂຶ້ນ : ຄວາມສະຫລາດທາງອາລົມ ຫລື EQ ແມ່ນການຄຳນຶງຮູ້ ແລະ ເຂົ້າໃຈອາລົມຂອງໂຕເຮົາເອງ ແລະ ຜູ້ຄົນອ້ອມຂ້າງ. ຈາກການທົດລອງກັບກຸ່ມໂຕຢ່າງກ່ວາ 1 ລ້ານຄົນ ໂດຍເວັບໄຊ TalentSmart ພົບວ່າ : 90%  ຂອງກຸ່ມທີ່ເຮັດວຽກໄດ້ມີປະສິດທິພາບທີ່ສຸດມັກເປັນຄົນທີ່ມີ EQ ສູງ ແລະ ການຄຳນຶງຮູ້ໃນໂຕເອງ (Self-Awareness) ກໍເປັນພື້ນຖານທີ່ຂາດບໍ່ໄດ້ຄືກັນ ເພາະຄົນເຮົາຕ້ອງອາໄສການທົບທວນໂຕເອງຢ່າງລະອຽດຢູ່ສະເໝີ ເຊິ່ງມັກຈະເຮັດໄດ້ດີທີ່ສຸດເມື່ອໄດ້ຢູ່ຕາມລຳພັງ.

5.ມີຄວາມໝັ້ນໃຈໃນໂຕເອງສູງຂຶ້ນ : ການໄດ້ໃຊ້ເວລາຢູ່ກັບໂຕເອງຢ່າງມີຄວາມສຸກເປັນໂຕກະຕຸ້ນຄວາມໝັ້ນໃຈທີ່ດີຫລາຍ ຖ້າທ່ານຮູ້ສຶກເບື່ອ ຫລື ກະວົນກະວາຍໃຈເວລາຕ້ອງຢູ່ຄົນດຽວ ນັ້ນອາດເຮັດໃຫ້ທ່ານຄິດໄປເອງວ່າໂຕເອງເປັນຄົນໜ້າເບື່ອ ແລະ ຈະມ່ວນໄດ້ກໍຕໍ່ເມື່ອຢູ່ກັບຄົນອື່ນເທົ່ານັ້ນ, ແຕ່ຖ້າທ່ານຮຽນຮູ້ທີ່ຈະເພີດເພີນກັບການຢູ່ຄົນດຽວໄດ້ ທ່ານກໍຈະມີຄວາມໝັ້ນໃຈຫລາຍຂຶ້ນ ເພາະຮູ້ວ່າໂຕເອງບໍ່ໄດ້ໜ້າເບື່ອດັ່ງທີ່ຄິດ.

6.ຮູ້ສຶກດີກັບຄົນອື່ນຫລາຍກ່ວາເກົ່າ : ເວົ້າກັນວ່າ ຍິ່ງຫ່າງໄກ ຫົວໃຈຍິ່ງຜູກພັນ ການຢູ່ຄົນດຽວຈຶ່ງເປັນຊ່ວງເວລາທີ່ທ່ານຈະໄດ້ຮູ້ຈັກມຸມໃໝ່ໆ ແລະ ໄດ້ເຫັນຄຸນຄ່າໃນໂຕຕົນ ແລະ ການກະທຳຂອງພວກເຂົາຫລາຍຂຶ້ນກ່ວາເກົ່າ.

7. ເຮັດສິ່ງຕ່າງໆສຳເລັດໄດ້ຫລາຍຂຶ້ນ : ຄວາມຄິດທີ່ວ່າ ຍິ່ງຊ່ວຍກັນຫລາຍຄົນ ວຽກກໍຍິ່ງເບົາລົງ ອາດຈະໃຊ້ໄດ້ກັບວຽກທີ່ຕ້ອງໃຊ້ແຮງ, ແຕ່ບໍ່ສາມາດນຳໄປໃຊ້ກັບວຽກທີ່ຕ້ອງໃຊ້ຄວາມຄິດໄດ້ ແມ່ນແຕ່ການລະດົມສະໝອງ ຫລື Brainstorm ເຊິ່ງເປັນວິທີທີ່ນິຍົມໃຊ້ກັນນັ້ນ ໃນຄວາມຈິງແລ້ວກໍບໍ່ໄດ້ຜົນດີເທົ່າໃດ ດັ່ງທີ່ນັກວິໄຈຈາກມະຫາວິທະຍາໄລ Texas A&M ພົບວ່າ : ການລະດົມສະໝອງກັນເປັນກຸ່ມນັ້ນບໍ່ໄດ້ເກີດປະໂຫຍດ ເພາະຈະເຮັດໃຫ້ເກີດ “ຄວາມຄອບງຳທາງຄວາມຄິດ” (Cognitive Fixation)  ສະມາຊິກກຸ່ມມັກມີໂອກາດທີ່ຈະຍຶດຕິດກັບໄອເດຍຂອງຄົນອື່ນ ຈົນເຮັດໃຫ້ຄິດຫຍັງໃໝ່ໆບໍ່ອອກ ຫລາຍຄົນກໍຫລາຍຄວາມ. ດັ່ງນັ້ນ, ການຢູ່ຄົນດຽວຈຶ່ງເປັນການຕັດບັນຫາເລື່ອງຄວາມຄິດວັອກແວັກ ແລະ ຍັງເຮັດໃຫ້ວຽກສຳເລັດໄດ້ດີກ່ວານຳອີກ. 

7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ - 4 - 7 ຂໍ້ດີຂອງການຢູ່ຄົນດຽວ ຢູ່ແນວໃດໃຫ້ມີຄວາມສຸກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!