ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ

ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ - ff 1 - ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ
ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ - kitchen vibe - ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ

ອີງຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ພະແນກ ຍທຂ ນະ ຄອນຫລວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 2157/ຍທຂ.ນວ, ລົງວັນທີ 30 ມີນາ 2020 ເລື່ອງ: ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນແຂວງ, ສາຍຕ່າງແຂວງ ແລະ ຕ່າງປະເທດ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ໂດຍສານ ແລະ ເພື່ອເປັນການສະກັດກັ້ນ, ກັນການລະບາດ ແລະ ຄວບຄຸມການແຜ່ລະບາດຂອງພະຍາດເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນ ສປປ ລາວ ເຮັດໃຫ້ລັດຖະບານ ຕ້ອງມີມາດຕະການເຂັ້ມງວດໃນທຸກດ້ານ ໂດຍສະເພາະແມ່ນການໂຈະການບໍລິການຂົນສົ່ງໂດຍສານຊົ່ວຄາວທຸກປະເພດ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1-10 ເມສາ ນີ້.

 ດັ່ງນັ້ນ, ພະແນກ ຍທຂ ນະຄອນຫລວງວຽງຈັນ ຈຶ່ງແຈ້ງມາຍັງຜູ້ປະກອບການຫົວໜ່ວຍທຸລະກິດບໍລິສັດ, ສະມາຄົມຂົນສົ່ງໂດຍສານ, ສະຖານີຂົນສົ່ງໂດຍສານລັດວິສາຫະກິດລົດເມນະຄອນຫລວງວຽງຈັນ (ຕະຫລາດຂົວດິນ), ສະຖານີລົດຂົນສົ່ງໂດຍສານສາຍໃຕ້ ແລະ ສາຍເໜືອ ທີ່ຂຶ້ນກັບພະແນກ ຍທຂ ນະຄອນຫລວງວຽງຈັນ, ໃຫ້ໂຈະຊົ່ວຄາວກ່ຽວກັບການບໍລິການຂົນສົ່ງໂດຍສານພາຍໃນແຂວງ, ສາຍຕ່າງແຂວງ ແລະ ສາຍຕ່າງປະເທດ ນັບແຕ່ວັນທີ 1-10 ເມສາ 2020. ທັງນີ້, ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນໄປ, ໃນກໍລະນີມີການປ່ຽນແປງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ຈະແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ - Visit Laos Visit SALANA BOUTIQUE HOTEL - ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ
ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ - 3 - ຍທຂ ແຈ້ງໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!