ງານມະຫາກຳກິລາໂອແລມປິກ ໄດ້ກຳນົດວັນແຂ່ງຂັນທາງການແລ້ວ..!




ຄະນະກຳມະການໂອແລມປິກສາກົນ (IOC) ພ້ອມດ້ວຍ ຍີ່ປຸ່ນເຈົ້າພາບ ງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ທີ່ນະຄອນຫຼວງໂຕກຽວ ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກຳນົດວັນແຂ່ງຂັນໃຫມ່ ໃນປີ 2021 ຫຼັງຈາກປະກາດເລື່ອນການແຂ່ງຂັນໃນປີ 2020 ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ ໂຄວິດ-19.


ກອງປະຊຸມໄດ້ເຫັນດີເປັນເອກະສັນກຳນົດການແຂ່ງຂັນໃນໄລຍະລະດູຮ້ອນຄືເກົ່າຫລຸດຈາກກຳນົດເກົ່າ 1 ວັນ ຄືວັນທີ 23 ກໍລະກົດ ຫາວັນທີ 8 ສິງຫາ 2021. ຂະນະທີ່ງານມະຫາກໍາກິລາໂອແລມປິກລະດູຮ້ອນຂອງຄົນພິການ ຫຼື Summer Paralympics ຄັ້ງທີ 16 ຢູ່ໂຕກຽວ ປະເທດຍີ່ປຸ່ນເຊັ່ນດຽວກັນ ຈະຈັດໃນວັນທີ 24 ສິງຫາ ຫາວັນທີ 5 ກັນຍາ 2021.


ທ່ານ ໂທມັສ ບັກ ປະທານຄະນະກຳມະການໂອແລມປິກສາກົນ ກ່າວໝັ້ນໃຈວ່າ: ການເຮັດວຽກເປັນທີມຂອງຄະນະກຳມະການຈັດການແຂ່ງຂັນທຸກພາກສ່ວນ ພວກເຮົາຈະສາມາດເອົາຊະນະຄວາມທ້າທາຍນີ້ໄດ້
ການຕັດສິນໃຈເລື່ອນສອງງານຄັ້ງນີ້ ກໍເພື່ອຄວາມປອດໄພດ້ານສຸຂະພາບຂອງທຸກຄົນ ຫຼີກລ່ຽງຈາກການຕິດເຊື້ອພະຍາດ ໂຄວິດ-19.