ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ

- kitchen vibe - ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ

- DSC 0068 300x200 - ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ
ກອງປະຊຸມອາຊຽນ-ກອງທຶນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຈັດຂຶ້ນໃນວັນທີ 15 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍ ສປປ ລາວ ເປັນເຈົ້າພາບ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ທ່ານ ນາງ ເຮີແມນ ລີແອນ  ຫົວໜ້າຫ້ອງການສະຖານທູດການາດາປະຈຳລາວ, ທ່ານ  ເຟີນັນໂດ ເຟີນີນານ, ກອງເລຂາອາຊຽນ, ພ້ອມດ້ວຍຜູ້ຕາງໜ້າຈາກປະເທດສະຊິກອາຊຽນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວວ່າ: ທຸກໆປະເທດໃນໂລກລວມແລ້ວແຕ່ຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ, ໂດຍສະເພາະແມ່ນວຽກງານສຸຂະພາບແມ່ນຕິດພັນກັບຫຼາຍບັນຫາ, ຊຶ່ງຄວາມປອດໄພດ້ານຊີວະພາບກໍເປັນໜຶ່ງໃນບັນດາຕົວຊີ້ວັດຂອງກົດລະບຽບສາກົນດ້ານສາທາລະນະສຸກທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ, ເປັນຕົ້ນແມ່ນຄວາມປອດໄພທາງດ້ານຊີວະພາບ ຫຼື ການປ້ອງກັນຕົນເອງຈາກເຊື້ອພະຍາດ ຫຼື ເຊື້ອໄວຣັດອັດຕະລາຍຕ່າງໆ, ໂດຍສະເພາະແມ່ນພະນັກງານແພດໝໍທີ່ເຮັດວຽກຢູ່ຫ້ອງວິເຄາະທີ່ມີເຊື້ອພະຍາດອັນຕະລາຍຕ້ອງຮັບປະກັນການປ້ອງກັນເພື່ອບໍ່ໃຫ້ເກີດມີການລະບາດ, ດັ່ງນັ້ນ ສປປ ລາວ ຈຶ່ງໄດ້ຮ່ວມກັບບັນດາປະເທດອາຊຽນຈັດກອງປະຊຸມຄັ້ງນີ້ຂຶ້ນ, ເພື່ອປຶກສາຫາລື ແລະ ຖອດຖອນບົດຮຽນກັບບັນດາປະເທດອາຊຽນ, ເພື່ອຍົກລະດັບຄວາມອາດສາມາດວຽກງານດັ່ງກ່າວໃຫ້ຂັ້ມແຂງ, ທັງເປັນການສ້າງຄວາມເຂົ້າໃຈໃຫ້ແກ່ພັກງານວິຊາການຫ້ອງວິເຄາະ ແລະ ຜູ້ກຳນົດນະໂຍບາຍໃຫ້ເພີ່ມທະວີຈັດຕັ້ງປະຕິບັດກົດລະບຽບ ສາກົນດ້ານສາທາລະນະສຸກ, ປັບປຸງວຽກງານຄວາມປອດໄພດ້ານຊີວະພາບໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ໂດຍສະເພາະແມ່ນຢູ່ຫ້ອງວິເຄາະ ແລະ ໂຮງໜໍ, ເພື່ອປ້ອງກັນພະນັກງານແພດໝໍ ແລະ ຄົນເຈັບຈາກອັນຕະລາຍທີ່ອາດຈະເກີດຂື້ນທາງວິຊາຊີບ, ຊຶ່ງພົວພັນກັບການຄຸ້ມຄອງສານອັນຕະລາຍ ແລະ ສານເຄມີຈາກຫ້ອງວິເຄາະ, ຊຶ່ງກອງປະຊຸມນີ້ຈະນຳຜົນຜະໂຫຍດຫຼາຍໆຢ່າງແກ່ປະເທດເຮົາ, ໂດຍສະເພາະແມ່ນການຖອດຖອນບົດຮຽນຈາກບັນດາປະເທດອາຊຽນທີ່ມີບົດຮຽນ ແລະ ປະສົບການໃນການຈັດຕັ້ງປຕິບັດວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ
- 4 - ລາວເປັນເຈົ້າພາບຈັດກອງປະຊຸມອາຊຽນ-ກອງທືນຊ່ວຍເຫຼືອຂອງການາດາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!