ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ

ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ - 31 - ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ
ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ - kitchen vibe - ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ

ລູກເມືອງພວນ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລ໊ອງ ໃຫ້ຮູ້ວ່າ: ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ. ສະນັ້ນ, ຄວນເປີດປະຕູປ່ອງຢ້ຽມ, ໜ້າຕ່າງເຮືອນອອກ ເພື່ອໃຫ້ແສງສະຫວ່າງ ແລະ ອາກາດລ່ວງດີ ແລະ ບໍ່ຈຳເປັນທີ່ຈະໃສ່ໜ້າກາກອານາໄມການແພດ ເພາະໜ້າກາກອານາໄມບໍ່ໄດ້ເປັນສິ່ງສະກັດກັ້ນໄວຣັສ ໂຄໂຣນາໄດ້. ຍ້ອນມັນຢ້ານແສງສະຫວ່າງ, ອາກາດຮ້ອນ, ແສງກຳມະລັງສີ ແລະ ລົມ ມັນຈຶ່ງບໍ່ສາມາດຄົງຕົວ ແລະ ຂະຫຍາຍຕົວ ໃນສະພາບແວດລ້ອມທີ່ມີອາກາດລ່ວງ ແລະ ອຸນຫະພູມສູງໄດ້. ເຂດທີ່ມີອາກາດຮ້ອນບໍ່ຈຳເປັນໃສ່ໜ້າກາກອານາໄມກໍໄດ້. ໄວຣັສຊະນິດນີ້ມັນຢ້ານແສງແດດ, ອາກາດຮ້ອນ, ແສງກຳມະລັງສີ ແລະ ລົມ. ບັນດານັກຊ່ຽວຊານເຕືອນວ່າ ຄວນເປີດປະຕູເຮືອນ, ບານປ່ອງຢ້ຽມອອກເພື່ອໃຫ້ອາກາດລ່ວງ ຫ້າມປິດປະຕູເຮືອນໄວ້ ອັນຈະສ້າງເງື່ອນໄຂໃຫ້ໄວຣັສຂະຫຍາຍຕົວໄດ້ດີ. ເມື່ອຢູ່ໃນສະພາບແວດລ້ອມທາງນອກ ບໍ່ຈຳເປັນທີ່ຈະໃສ່ໜ້າກາກອານາໄມ ເພາະໄວຣັສຈະບໍ່ສາມາດຄົງຕົວຢູ່ໄດ້.

ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ - Visit Laos Visit SALANA BOUTIQUE HOTEL - ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ

ຮູບການແຜ່ເຊື້ືອຂອງໄວຣັສໂຄໂຮນາ

ບັນດານັກຊ່ຽວຊານໃຫ້ຮູ້ວ່າ ການແຜ່ເຊື້ອຂອງໄວຣັສໂຄໂຣນາມີ 3 ເສັ້ນທາງຕົ້ນຕໍຄື: ແຜ່ເຊື້ອໂດຍຜ່ານທາງອາກາດ, ແຜ່ເຊື້ອໂດຍຜ່ານການຕິດນໍ້າລາຍຈາກການໄອ, ຈາມ, ຕັນດັງ ແລ້ວຜ່ານເຂົ້າໄປໃນລະບົບທາງເດີນຫາຍໃຈ ແລະ ຜ່ານການສຳພັດຈັບມືກັບຜູ້ຕິດເຊື້ອໂດຍກົງ. ຖ້າຫາກບໍ່ປະຕິບັດຕາມຫຼັກການປ້ອງກັນພະຍາດຢ່າງເຂັ້ມງວດເຊັ່ນ:ບໍ່ລ້າງມືດ້ວຍສະບູ ເພາະມືເຮົາອາດຈະຕິດເຊື້ອພະຍາດມາຈາກພື້ນຜິວຂອງສິງຂອງວັດຖຸທີ່ມີພະຍາດຕິດຢູ່. ເມື່ອມີໄອ, ຈາມ ພະຍາດນີ້ຈະບໍ່ປິວໄປຕາມອາກາດ, ສະນັ້ນການຕິດເຊື້ອໂດຍຜ່ານທາງອາກາດຈຶ່ງມີຕໍ່າ, ສ່ວນຫຼາຍແມ່ນຕິດເຊື້ອໂດຍຜ່ານການສຳພັດໂດຍຕົງກັບຜູ້ປ່ວຍ. ແຕ່ຖ້າຫາກມັນຕິດຢູ່ກັບພື້ນຜິວໜ້າໂຕະ, ໜ້າໂທລະສັບ, ເຫຼັກ ຫຼື ແພແລ້ວ ໄລຍະການຄົງຕົວຂອງມັນຈະດົນພໍສົມຄວນ. ດັ່ງນັ້ນ, ຖ້າເຮົາເອົາມືລູບຄຳຕາມພື້ນຜິວຂອງວັດຖຸສິງຂອງເຫຼົ່ານັ້ນແລ້ວເອົາມາລູບໃສ່ໜ້າຕາ ປາກ ດັງ ແມ່ນການຕິດເຊື້ອມີຄວາມເປັນໄປໄດ້ສູງ ຫຼື ອາດຈະແຜ່ເຊື້ອໂດຍຜ່ານອາຈົມຂອງຜູ້ຕິດເຊື້ອ ແຕ່ແນວທາງນີ້ບໍ່ທັນໄດ້ຮັບຮອງຈາກວິທະຍາສາດ.. ຕາມທຳມະຊາດແລ້ວ 10 ນາທີໃດຄົນເຮົາກໍຈະມັກເອົາມືລູບໜ້າຕົນເອງໜຶ່ງຄັ້ງໂດຍໃຕ້ຈິດສຳນຶກ. ສະນັ້ນ, ອົງການອານາໄລໂລກຈຶ່ງເຕືອນວ່າ ຄວນລ້າງມືເປັນປະຈຳ ແລະ ຫຼີກລ່ຽງການສຳພັດກັບບ່ອນຜູ້ຄົນແອອັດ. ໄວຣັສດັ່ງດັ່ງກ່າວອາດຈະແຜ່ເຊື້ອໃນຂະນະທີ່ມັນຝັກຕົວ ໝາຍຄວາມວ່າມັນອາດຈະແຜ່ເຊື້ອໄດ້ໃນຂະນະທີ່ມັນບໍ່ທັນສະແດງອາການອອກມາ. ມີບາງຄົນອາດຈະມີອາການເບົາໆ ເຊັ່ນປວດຄີງ, ເປັນໄຂ້ເບົາໆແລະໄອຢ່າງໜັກ ແຕ່ພະຍາດນີ້ ມີຫຼາຍອາການທີ່ບໍ່ໄດ້ສະແດງອອກ.

ໃສ່ໜ້າກາກອານາໄມແນວໃດຈຶ່ງຖືກວິທີ

ຮອງສາດສະດາຈານ, ປະລິນຍາເອກ ເຈິນດັກຟູ ອະດີດຫົວໜ້າກົມປ້ອງກັນພະຍາດຂອງກະຊວງສາທາລະນະສຸກຂອງຫວຽດນາມໃຫ້ຮູ້ວ່າ ທຸກຄົນທີ່ເຮັດໜ້າທີ່ປິ່ນປົວຄົນເຈັບຈຳເປັນຕ້ອງໃສ່ໜ້າກາກອານາໄມການແພດ. ວິທີໃສ່ໜ້າກາກທີ່ຖືກຕ້ອງກໍຄື ບໍ່ເອົາມືລູບຄຳເບື້ອງໃນ ແລະ ເບື້ອງນອກຂອງໜ້າກາກອານາໄມ ເພື່ອຫຼີກລ່ຽງບໍ່ໃຫ້ເຊື້ອໄວຣັສຜ່ານຮູດັງ ແລະ ປາກເຂົ້າໄປໃນລະບົບທາງເດີນຫາຍໃຈ ໃຫ້ເອົາມືຈັບສາຍເກາະຫູເທົ່ານັ້ນ. ເພື່ອປ້ອງກັນພະຍາດ,ທຸກຄົນຕ້ອງລ້າງມືດ້ວຍສະບູເປັນປະຈຳ, ເວລາຂີ່ລົດຈັກຄວນໃສ່ໜ້າກາກອານາໄມແພທຳມະດາ ເພື່ອປ້ອງກັນຂີ້ຝຸ່ນ ແລະ ເຊື້ອພະຍາດອື່ນໆ./.

ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ - 3 - ໄວຣັສ ໂຄໂຣນາ ຢ້ານແສງສະຫວ່າງ ແລະ ອຸນຫະພູມສູງ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!