ສະຫວັນນະເຂດ ກຳນົດ 2 ສູນ ຮອງຮັບແຮງງານລາວເດີນທາງກັບມາຈາກຕ່າງປະເທດ ເພື່ອຕິດຕາມອາການໂກວິດ 14 ວັນ.
ໃນວັນທີ 23 ມີນານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ໄດ້ລົງຕິດຕາມແຮງງານລາວທີ່ເດີນທາງກັບຄືນປະເທດທີ່ດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ແລະ ສູນກັກກັ້ນຊົ່ວຄາວ ທີ່ນະຄອນໄກສອນ ພົມວິຫານ ຄື: ສູນໂຮງຮຽນມັດທະຍົມຕົ້ນຍາງສູງ ແລະ ສູນຫ້ອງການບ້ານສົ້ມປ່ອຍ, ຊຶ່ປັດຈຸບັນມີຜູ້ທີ່ຖືກກັກກັ້ນທັງໝົດ 21 ຄົນ,ຍິງ 8 ຄົນ ສຳລັບເມືອງໄຊພູທອງແມ່ນໄດ້ກຳນົດເອົາບ້ານທີ່ມີສຸກສາລາເປັນບ່ອນກັກກັ້ນຊົ່ວຄາວ ແລະ ຢູ່ໂຮງຮຽນຕ່າງໆອີກ 8 ແຫ່ງຄື:ໂຮງຮຽນໄຊພູທອງ,ນາຄຳ,ຫົວຫາດ,ທ່າໂພ,ເຮືອນຫີນ,ພູມມະເຈດີ,ມ່ວງໄຂ່,ນ້ຳພຸ,ບຸ່ງນາດີ ແລະ ໂຮງຮຽນນາໂມງ,ເ ຊິ່ງລວມມີຜູ້ຖືກກັກກັ້ນທັງໝົດ 446 ຄົນ,ຍິງ 248 ຄົນ. ເພື່ອຕິດຕາມກວດກາສຸຂະພາບຢ່າງໃກ້ຊິດຈາກພະນັກງານແພດໝໍພາຍໃນກຳນົດ 14 ວັນຖ້າຫາກວ່າບໍ່ພົບກໍລະນີສົງໃສ ແມ່ນທາງສູນ ຈະອະນຸຍາດໃຫ້ບຸກຄົນດັ່ງກ່າວກັບຄືນບ້ານເຮືອນຂອງຕົນເອງໄດ້.
ໃນໂອກາດນີ້ທ່ານເຈົ້າແຂວງກໍ່ໄດ້ແນະນຳໃຫ້ເຈົ້າໜ້າທີ່ດ່ານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈັດສັນລົດໂດຍສານເພື່ອຮັບເອົາແຮງງານດັ່ງກ່າວໄປຢູ່ສູນໃຫ້ມິຄວາມປອດໄພ,ເອົາໃຈໃສ່ແນະນຳ ປະຊາຊົນມີຄວາມຕື່ນຕົວເປັນເຈົ້າຕົນເອງປ້ອງກັນພະຍາດຮ້າຍນີ້ໃຫ້ມີປະສິດທິຜົນ. ສໍາລັບແຮງງານລາວທີ່ເດີນທາງກັບຄືນປະເທດ ຜ່ານດ່ານສາກົນຂົວມິດຕະພາບ 2 ໃນຄັ້ງວັນທີ 23 ມີນານີ້ ມີທັງຫມົດ 4.000 ກວ່າຄົນ ໃນນັ້ນມີຄົນຕ່າງແຂວງ 400 ກວ່າຄົນ.