ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ

ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ - 248 - ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ
ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ - kitchen vibe - ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ

     ພົນ​ເອກ ປະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ເປີດ​ເຜີຍ​ພາຍຫລັງ​ກອງ​ປະຊຸມ​ຄະນະ​ລັດຖະບານ​ວ່າ: ກອງ​ປະຊຸມ​ເຫັນ​ພ້ອມ​ມາດ​ຕະການ​ບັນ​ເທົາ​ຄວາມ​ເດືອດຮ້ອນ​ຂອງ​ປະຊາຊົນ​ໃນ​ສະຖານະ​ການ​ໂຄ​ວິດ-19 ​ໄລຍະ​ທີ 2 ​ແລ້ວ ​ແລະ ​ໃນ​ກໍລະນີ​ທີ່​ຈຳ​ເປັນ​ຕ້ອງ​ຈັດ​ສັນ​ງົບປະມານ​ໃຫ້​ພຽງພໍ.

     ສ່ວນ​ການ​ປະກາດ​ສະຖານະ​ການ​ສຸ​ກ​ເສີນ ກອງ​ປະຊຸມ​ຄະນະ​ລັດຖະບານ​ມີ​ມະຕິ​ປະກາດ​ໃຊ້ 26 ມີນາ​ນີ້ ບັງຄັບ​ໃຊ້​ເປັນ​ເວລາ 1 ​ເດືອນ ​ແລະ ຈະ​ຍົກ​ລະດັບ​ສູນ​ໂຄ​ວິດ-19 ​ເປັນ​ສູນ​ອຳນວຍ​ການ​ສະຖານະ​ການ​ສຸກ​ເສີນ.

     ສຳລັບ​ສະຖານະ​ການ​ສຸກ​ເສີນ​ປະກອບ​ມີ​ກົດ​ບັງຄັບ​ຫລັກ 6 ຂໍ້​ຄື:

  1. ຫ້າມ​ບໍ່​ໃຫ້​ບຸກຄົນ​ໃດ​ອອກ​ນອກ​ເຄຫາ​ສະຖານ​ພາຍ​ໃນ​ໄລຍະ​ເວລາ​ທີ່​ກຳນົດ ຍົກ​ເວັ້ນ​ແຕ່​ຈະ​ໄດ້​ຮັບ​ອະນຸຍາດ​ຈາກ​ພະນັກງານ​ເຈົ້າໜ້າ​ທີ່ ຫລື ​ເປັນ​ບຸກຄົນ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ.
  2. ຫ້າມ​ບໍ່​ໃຫ້​ມີ​ການ​ຊຸມນຸມ ຫລື ມົ້ວສຸມ​ກັນ ຫລື ການ​ກະທຳ​ອັນ​ເປັນ​ການ​ຍຸຍົງ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ຮຽບຮ້ອຍ.
  3. ຫ້າມ​ການສະ​ເໜີ​ຂ່າວ, ການຈຳໜ່າຍ ຫລື ​ເຮັດ​ໃຫ້​ແຜ່​ຫລາຍ​​ ​ໜັງສື, ສິ່ງ​ພິມ ຫລື ສື່​ອື່ນ​ໃດ​ທີ່​ມີ​ຂໍ້ຄວາມ​ທີ່​ອາດ​ເຮັດ​ໃຫ້​ປະຊາຊົນ​ເກີດ​ຄວາມ​ຢ້ານ​ກົວ ຫລື ​ເຈດ​ຕະນາ​ບິດ​ເບືອນ​ຂໍ້​ມູນ​ຂ່າວສານ​ເຮັດ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ​ໃນ​ສະຖານະ​ການ​ສຸກ​ເສີນ.
  4. ຫ້າມ​ການ​ໃຊ້​ເສັ້ນທາງ​ຄົມມະນາຄົມ ຫລື ການ​ໃຊ້​ຍານພາຫະນະ ຫລື ກຳນົດ​ເງື່ອນ​ໄຂ​ການ​ໃຊ້​ເສັ້ນທາງ​ຄົມມະນາຄົມ ຫລື ການ​ໃຊ້​ຍານ​ພາຫະນະ.
  5. ຫ້າມ​ການ​ໃຊ້​ອາຄານ ຫລື ​ເຂົ້າ​ໄປ ຫລື ຢູ່​ໃນ​ສະຖານ​ທີ່​ໃດໆ.
  6. ​ໃຫ້​ອົບ​ພະຍົບປະຊາຊົນ​ອອກ​ຈາກ​ພື້ນທີ່​ທີ່​ກຳນົດ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ດັ່ງກ່າວ ຫລື ຫ້າມ​ຜູ້​ໃດ​ເຂົ້າ​ໄປ​ໃນພື້ນທີ່​ທີ່​ກຳນົດ.

     ຜູ້​ໃດ​ຝ່າຝືນ​ຂໍ້​ກຳນົດ, ປະກາດ ຫລື ຄຳ​ສັ່ງ​ທີ່​ອອກ​ມາດຕາ 9 ຕ້ອງ​ຖືກ​ໂທດ​ຈຳ​ຄຸກ​ບໍ່​ເກີນ​ສອງ​ປີ ຫລື ປັບ​ໄໝ​ບໍ່​ເກີນ 40.000 ບາດ.

ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ - 3 - ໄທປະກາດສະຖານະການສຸກ ເລີ່ມ 26 ມີນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!