ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ

ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - 444 - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ
ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - kitchen vibe - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ

ໃນວັນທີ 20 ມີນາ ນີ້ ກະຊວງສຶກສາທິການ ແລະ ກິລາໄດ້ຈັດປະຊຸມດ່ວນ ໂດຍການເປັນປະທານຂອງທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງດັ່ງກ່າວ ເພື່ອ ລະດົມແນວຄວາມຄິດເຫັນ ກ່ຽວກັບ ວິທີການຕ່າງໆ ເພື່ອຮອງຮັບການພັກຮຽນຊົ່ວຄາວ ຂອງບັນດາໂຮງຮຽນ ແລະ ສະຖາບັນການສຶກສາທຸກລະດັບ ໃນທົ່ວປະເທດ, ນັບແຕ່ນີ້ໄປຈົນຮອດວັນທີ 21 ເມສາ 2020, ຊຶ່ງຈະມີຜົນກະທົບຫຼາຍດ້ານຕໍ່ນັກຮຽນ ນັກສຶກສາ ແລະ ຄູອາຈານ ໂດຍສະເພາະລາຍຮັບຂອງຄູອາຈານຈາກພາກເອກະຊົນ, ສະພາບຄວາມເປັນຢູ່ ແລພ ການຮຽນຂອງນັກສຶກສາຕ່າງປະເທດ ທີ່ກຳລັງສຶກສາຢູ່ລາວ ແລະ ນັກສຶກສາລາວ ຢູ່ຕ່າງປະເທດ.ດັ່ງນັ້ນຈະຕ້ອງມີນະໂຍບາຍຕ່າງໆຕໍ່ເຂົາເຈົ້າໃຫ້ດີທີ່ສຸດ, ໂດຍສະເພາະແມ່ນ ການຮຽນ-ການສອນທາງໄກ( ຜ່ານໂທລະພາບ) ໃຫ້ກົມສາມັນສຶກສາແນະນຳຄູອາຈານ ສ້າງ ແລະ ສົ່ງບົດຝຶກຫັດໃຫ້ນັກຮຽນແຕ່ລະຊັ້ນໄດ້ທົ່ວເຖິງ; ສຳລັບນັກຮຽນໂຮງຮຽນຊົນເຜົ່າ ໃຜສະໝັກໃຈຢາກກັບເມືອຢາມບ້ານ ກໍອະນຸຍາດໃຫ້ເຂົາເຈົ້າແຕ່ຕ້ອງຮັບປະກັນຮອບດ້ານ; ສ່ວນການສອບເສັງເອົາລັດຖະກອນ ແມ່ນສືບຕໍ່ແຕ່ຫລີກລຽງການປະຊຸມທີ່ມີຫລາຍຄົນ ຖ້າ ຈຳເປັນກໍຕ້ອງຫາວິທີປະຊຸມຮູບແບບອື່ນ.ພ້ອມໄດ້ແນະນຳໃຫ້ພະນັກງານ,ລັດຖະກອນຂະແຫນງສຶກສາອອກຕ່າງປະເທດໃນໄລຍະນີ້ ແລະ ໃນກໍລະນີຈຳເປັນເວລາກັບມາ ກໍຕ້ອງປະຕິບັດຫລັກການແພດຕິດຕາມອາການຢູ່ເຮືອນຫລື ບ່ອນແຍກປ່ຽວເປັນເວລາສອງອາທິດ,ສຳລັບ ພະນັກງານກຽມລົງພື້ນຖານ ປະຈຳປີນີ້ ກໍໃຫ້ໂຈະກ່ອນ.
ໃນກອງປະຊຸມ, ທ່ານລັດຖະມົນຕີ ໄດ້ເນັ້ນຕື່ມໃຫ້ທຸກສະຖາບັນການສຶກສາພອ້ມກັນຈັດຕັ້ງປະຕິບັດຂໍ້ແນະນຳດັ່ງກ່າວໃຫ້ດີ ແລະ ກຽມພ້ອມຮັບມືກັບການລະບາດຂອງໂຄວິດ 19 ໃຫ້ມີປະສິດທິຜົນທີ່ສຸດ, ສ້າງເງື່ອນໄຂນະໂຍບາຍໃຫ້ພະນັກງານຜູ້ມີຄວາມຫຍຸ້ງຍາກເລື່ອງຄອບຄົວໄດ້ມີເງື່ອນໄຂເຮັດວຽກໃຫ້ມີປະສິດທິຜົນ.

ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - 25ce4381 0c0d 4feb bd09 053ba8c67528 - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ
ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - e32e2c39 ba1b 4ee9 a189 137337fecdf0 - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ

ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - 3 - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ
ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ - Visit Laos Visit SALANA BOUTIQUE HOTEL - ກະຊວງສຶກສາທິການ ແລະ ກິລາຊອກຫາທາງອອກເພື່ອໄລຍະການພັກຮຽນຊົ່ວຄາວ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!