ປະທານສຸພານຸວົງ ຍືນຍົງໃນພາລະກິດປະຕິວັດລາວຕະຫຼອດການ
ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11. ປະທານສຸພານຸວົງ ເປັນຍາດຕ່າງມານດາ ຮ່ວມບິດາ ກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ຊຶ່ງເປັນບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9.
ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາທີ່ດີທີ່ສຸດຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳການກໍ່ສ້າງ ແລະ ຂົວທາງທີ່ ປາຣີ ປະເທດຝຣັ່ງແລ້ວກໍ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິກິນ້ຳ ພາຍຫຼັງໄດ້ປ່ຽນຊື່ມາເປັນ ວຽງຄຳ ສຸພານຸວົງ. ພວກເພີ່ນມີລູກຮ່ວມກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ແຫ່ງຊາດຢ້າງພິລະອາດຫານໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກເມື່ອວັນທີ 21 ມີນາປີ 1946ຈົນໄດ້ຮັບບາດເຈັບໃນຂະນະທີ່ກຳລັງໜີຂ້າມ ແມ່ນ້ຳຂອງ ໄປຝັ່ງໄທ. ເພ່ິນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນ ເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄສ 1949 ທີ່ມີຊື່ວ່າ ກອງໄຊຈັກກະພັດ ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ. ເຊ່ິງຕໍ່ມາເປັນຂະບວນການກອມມູນິດຂອງປະເທດລາວ . ຕໍ່ມາອີກສອງປີ ຂະບວນການປະຕິວັດຂອງປະເທດລາວກໍສາມາດ ປົດປ່ອຍພື້ນທີໄດ້່ 1 ໃນ 3 ຂອງປະເທດ ແລະ ໄດ້ຕັ້ງຖານທີ່ໝັ້ນຂອງການປະຕິວັດຢູ່ສອງແຂວງເຕົ້າໂຮມຄື: ຢູ່ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ
ຄສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.
ໃນປີ ຄສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ ປີ 1975 ແລະ ໃນຂະນະນີ້ທ່ານ ໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດຂອງປະເທດລາວ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະສະຖານະເປັນເຈົ້າຊາຍແຕ່ເວລານັ້ນເປຫນຕົ້ນມາ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຈົນລຶ້ງເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ຄສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝກອງປະຊຸມໃຫ່ຍຂອງພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄສ 1991
ເພ່ິນໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ.
ປະທານສຸພານຸວົງ ຈົ່ງຍືນຍົງໃນພາລະກິດປະຕິວັດຂອງຊາດລາວຕະຫຼອດກາລະນານ.