ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ?

ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ? - 5 11 - ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ?
ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ? - kitchen vibe - ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ?

ໂດຍ:​ ມຶກບໍ່ແຫ້ງ

ໃນທ່າມກາງເສດຖະກິດທີ່ຂະຫຍາຍຕົວແລະປະຊາກອນເພີ່ມຂຶ້ນ, ຄວາມຕ້ອງການພະລັງງານກໍເພີ່ມຂຶ້ນພະລັງງານທົດແທນອາດກາຍເປັນທາງເລືອກທີ່ດີ.

ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ? - Visit Laos Visit SALANA BOUTIQUE HOTEL - ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ?

ເມື່ອເວົ້າເຖິງພະລັງງານໄຟຟ້າມາຮອດປັດຈຸບັນຫຼາຍຄົນກໍຄິດວ່າບໍ່ແມ່ນບັນຫາອີກຕໍ່ໄປແລ້ວສຳລັບສປປລາວເພາະພວກເຮົາມີບັນດາເຂື່ອນທີ່ສ້າງຫຼາຍກວ່າ 60 ເຂື່ອນເຊິ່ງບໍ່ສະເພາະແຕ່ຈະສາມາດຕອບສະໜອງຄວາມຕ້ອງການພາຍໃນແຕ່ຍັງສ້າງລາຍໄດ້ໃຫ້ປະເທດຕື່ມອີກ.

ແຕ່ແນວໃດກໍຕາມຕົກມາຮອດປີ 2020 ລັດຖະບານໄດ້ ແຈ້ງໃຫ້ປະຊາຊົນຮັບຊາບວ່າຈົ່ງພ້ອມກັນປະຢັດໄຟເພາະໄຟຟ້າໃນຊ່ວງລະດູແລ້ງທີ່ມີຄາມຕ້ອງການຫຼາຍພາຍໃນຄົວເຮືອນກໍຄືບັນດາໂຮງຈັກໂຮງງານຕ່າງໆ ນັ້ນອາດບໍ່ພຽງພໍຍ້ອນປີນີ້ ເກີດມີໄພແຫ້ງແລ້ງຫຼາຍ, ບໍ່ມີນໍ້າພຽງພໍໃນການຜະລິດໄຟຟ້າ.

ເມື່ອເປັນເຊັ່ນນັ້ນປະຊາຊົນຈຳນວນຫຼວງຫຼາຍກໍມີຄວາມແປກໃຈບໍ່ໜ້ອຍທີ່ ສປປລາວຈະຕ້ອງປະສົບບັນຫາດັ່ງກ່າວເຊິ່ງສ່ວນໜຶ່ງກໍແມ່ນເກີດຈາກທຳມະຊາດທີ່ເຮັດໃຫ້ແມ່ນໍ້າສາຍຕ່າງໆບົກແຫ້ງເຊິ່ງກໍເຫັນໃຈລັດຖະບານ.

ແຕ່ເຖິງຢ່າງໃດຕາມການອາໄສໄຟຟ້າທີ່ຜະລິດຈາກເຂື່ອນຍັງເປັນທີ່ຖົກຖຽງກັນວ່າເປັນພະລັງງານທີ່ສະອາດແລະທົດແທນແທ້ບໍ່ ເພາະຖ້າຄຳນວນເລື່ອງຜົນກະທົບຕໍ່ສິ່ງແວດລ້ອມກໍຍັງເປັນສິ່ງທີ່ພວກເຮົາຄວນຄຳນຶ່ງຕື່ມຢູ່ ໂດຍສະເພາະເຂື່ອນຂະໜາດໃຫຍ່.

ເພາະສະນັ້ນ, ແຫຼ່ງຜະລິດພະລັງງານ ທີ່ທົດແທນໄດ້ຈຶ່ງອາດເປັນທາງທີ່ດີສຳລັບສປປລາວເຊິ່ງອາດມີຜົນກະທົບໜ້ອຍກວ່າໂດຍສະເພາະພະລັງງານຈາກແສງຕາເວັນແລະພະລັງງານລົມ.

ພະລັງງານທົດແທນກຳລັງຂະຫຍາຍຕົວດີໃນຂອບເຂດທົ່ວໂລກ, ຫຼາຍປະເທດໃນອາເມລິກາລາຕິນໄດ້ເອົາພະລັງງານທົດແທນຈາກລົມແລະແສງຕາເວັນເປັນແຫຼ່ງພະລັງງານຕົ້ນຕໍໄປແລ້ວໂດຍສະເພາະແມ່ນອູຣູກວາຍແລະຄອສຕາຣີກາທີ່ເຂົາເຈົ້າເລີ່ມມ້າງເຂື່ອນໄຟຟ້າທີ່ສ້າງຕາມລຳແມ່ນໍ້ານັ້ນຖີ້ມແລ້ວເພາະເຂົາເຈົ້າມີພະລັງງານທີ່ພຽງພໍຈາກແສງຕາເວັນແລະລົມ.

ໃນປະເທດອີຣານລັດຖະບານໄດ້ລົງທຶນຕິດຕັ້ງແຜງຜະລິດພະລັງງານຈາກແສງຕາເວັນໃຫ້ປະຊາຊົນຈຳນວນຫຼາຍໃນຂອບເຂດທົ່ວປະເທດເພື່ອໃຫ້ປະຊາຊົນມີພະລັງງານໄຟຟ້າຢ່າງພຽງພໍແລະເມື່ອເຫຼືອໃຊ້ ລັດຖະບານກໍເກັບຊື້ຄືນເພື່ອສ້າງລາຍໄດ້ໃຫ້ປະຊາຊົນໂດຍສະເພາະຜູ້ທີ່ຍັງທຸກຍາກຕື່ມອີກ.

ພ້ອມນັ້ນ, ສປຈີນແລະອິນເດຍກາຍເປັນຜູ້ນຳໜ້າຂອງໂລກໃນການລົງທຶນໃສ່ພະລັງງານທົດແທນທີ່ມີການຂະຫຍາຍຕົວສູງ, ສ້າງວຽກເຮັດງານທຳແກ່ປະຊາຊົນໃນແຕ່ລະປີ.

ເພາະສະນັ້ນ, ຈຶ່ງເປັນຂ່າວດີຍິ່ງເມື່ອລັດຖະບານເຮົາຫາກໍເຊັນສັນຍາກັບບໍລິສັດເອກະຊົນເມື່ອເດືອນກຸມພາ 2020​ ທີ່ຜ່ານມາໃນການລົງທຶນກໍ່ສ້າງພະລັງງານແສງຕາເວັນຂະໜາດໃຫຍ່ ທີ່ກຳລັງຕິດຕັ້ງຮອດ 1.200 ເມກາວັດ (MW) ເທີງໜ້າອ່າງນໍ້າງື່ມເຊິ່ງເຊື່ອວ່າໂຄງການນີ້ ຈະເປັນການເບີກທາງທີ່ດີໃຫ້ແກ່ ການພັດທະນາໄຟຟ້າແສງຕາເວັນຫຼາຍຂຶ້ນໃນປະເທດເຮົາ.

ສປປລາວມີທ່າແຮງໃນການພັດທະນາໄຟຟ້າພະລັງງານທົດແທນເພາະພວກເຮົາບໍ່ອຶດແສງແດດ, ລົມພວກເຮົາກໍມີ,ການລົງທຶນໃສ່ພັດທະນາໃນຂະແໜງການນີ້ ອາດສ້າງຄວາມຍືນຍົງຂຶ້ນກວ່າເກົ່າ.

ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ? - 3 - ພະລັງງານທົດແທນຄວນແມ່ນທາງເລືອກຂອງລາວ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!