ການຜະລິດທີ່ບໍ່ຢາກຄິດເລື່ອງສິນເຊື່ອ
ໂດຍ: ມຶກບໍ່ແຫ້ງ
ການຜະລິດເປັນພື້ນຖານການພັດທະນາເສດຖະກິດຂອງພວກເຮົາແຕ່ການຄົ້ນຄ້ວາເລື່ອງການເຂົ້າເຖິງສິນເຊື່ອເພື່ອນຳມາຜະລິດກະສິກຳເພື່ອເປັນສິນຄ້ານັ້ນຍັງຕໍ່າຍ້ອນຫຍັງ?
ການສົ່ງເສີມຊາວກະສິກອນເພື່ອຜະລິດເປັນສິນຄ້າແມ່ນໜຶ່ງໃນວຽກທີ່ເປັນພື້ນຖານແລະສຳຄັນຂອງລັດຖະບານເພື່ອການຫຼຸດຜ່ອນຄວາມທຸກຍາກ. ການຜະລິດເປັນສິນຄ້າຕ້ອງອາໄສຕົ້ນທຶນແຕ່ຫຼາຍຄອບຄົວກໍບໍ່ມີໂດຍສະເພາະໃນຊ່ວງທີ່ຖືກຜົນກະທົບຈາກໄພພິບັດຕ່າງໆ.
ການຄົ້ນຄວ້າທີ່ໃໝ່ອ່ຽມຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດແຫ່ງຊາດນັ້ນຊີ້ໃຫ້ເຫັນວ່າມາຮອດປັດຈຸບັນຊາວກະສິກອນລາວເຂົ້າເຖິງສິນເຊື່ອພຽງ 45% ຂອງຜູ້ສຳພາດເຊິ່ງສາເຫດສຳຄັນທີ່ເຂົາເຈົ້າບໍ່ຢາກກູ້ຢືມແມ່ນອັດຕາດອກເບ້ຍສູງເກີນກວ່າທີ່ຈະຈ່າຍໄດ້.
ແຕ່ຢ່າງໃດກໍຕາມຈາກການສຳຫຼວດດັ່ງກ່າວພາຍໃນ 5 ແຂວງຄືແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດແລະອັດຕະປືເຫັນວ່າ 2/3 ຂອງປະຊາຊົນຈະຫັນໄປກູ້ຢືມເງິນຈາກກອງທຶນບ້ານເຖິງແມ່ນອັດຕາດອກເບ້ຍຈະສູງເຖິງ 4.75% ຫຼືປະມານ 57% ຕໍ່ປີທຽບໃສ່ທະນາຄານເນື່ອງຈາກເຂົ້າເຈົ້າຮູ້ຂໍ້ມູນແລະມີຂັ້ນຕອນທີ່ຢືມງ່າຍກວ່າທະນາຄານເຖິງວ່າທະນາຄານຈະມີດອກເບ້ຍຕໍ່າກວ່າກໍຕາມ.
ຈາກການວິເຄາະລົງເລິກກ່ຽວກັບການເຂົ້າເຖິງສິນເຊື່ອໃນລາວຊີ້ໃຫ້ເຫັນວ່າຊາວກະສິກອນເຮົາມີຄວາມສ່ຽງຫຼາຍໂດຍສະເພາະການບໍລິຫານຈັດການເງິນທີ່ຢືມມາບໍ່ໄດ້ຮັບໝາກຜົນເຮັດໃຫ້ເກີດມີໜີ້ສິນຫຼວງຫຼາຍ, ບາງຈຳນວນກໍມີດິນແຕ່ພັດບໍ່ມີໃບຕາດິນກໍບໍ່ສາມາດຊົມໃຊ້ໄດ້ ແລະປັດໄຈອື່ນໆ ທີ່ເຮັດໃຫ້ ການເຂົ້າເຖິງສິນເຊື່ອໃນລາວຍັງຫຍຸ້ງຍາກ.
ແຕ່ສ່ວນຫຼາຍຄອບຄົວໃດທີ່ຮູ້ໜັງສືຫຼືມີການສຶກສາໃນລະດັບທີ່ແນ່ນອນໃດໜຶ່ງຈະມີທ່າອ່ຽງເຂົ້າເຖິງສິນເຊື່ອຫຼາຍກວ່າ, ສະນັ້ນປະຊາຊົນຊົນເຜົ່າທີ່ບໍ່ຄ່ອຍມີຄວາມຮູ້ເລື່ອງສິນເຊື່ອຈຶ່ງບໍ່ຢາກຄິດທີ່ຈະຢືມເງິນມາລົງທຶນໃສ່ການຜະລິດຂອງເຂົາເຈົ້າ.
ໃນກໍລະນີທີ່ປະຊາຊົນປະສົບພົບພໍ້ກັບໄພພິບັດທາງທໍາມະຊາດທີ່ນັບມື້ນັບເພີ່ມຂຶ້ນບໍ່ວ່າຈະເປັນໄພແຫ້ງແລ້ງ, ນໍ້າຖ້ວມທີ່ເຮັດໃຫ້ ການຜະລິດທີ່ບໍ່ໄດ້ຮັບໝາກຜົນນັ້ນກໍບໍ່ໄດ້ມີກົນໄກໃນການຮອງຮັບທີ່ຊັດເຈນໃນການຊ່ວຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຟື້ນຟູຊີວິດການເປັນຢູ່ ໄດ້ຢ່າງຖ່ວງທັນ ໂດຍສະເພາະການເຂົ້າເຖິງສິນເຊື່ອເຮັດໃຫ້ ເປັນອຸປະສັກສຳຄັນຕໍ່ການຫຼຸດຜ່ອນຄວາມທຸກຍາກຢ່າງແທ້ຈິງເພາະກວ່າຈະຟື້ນຕົວໄດ້ ຕ້ອງໃຊ້ ເວລາຫຼາຍປີແຕ່ຖ້າຫາກວ່າຖືກຜົນກະທົບຈາກໄພພິບັດປີຕໍ່ປີຍິ່ງສ້າງຄວາມຫຍຸ້ງຍາກຂຶ້ນໄປຕື່ມ.
ເຮັດແນວໃດປະຊາຊົນຈຶ່ງສາມາດເຂົ້າເຖິງສິນເຊື່ອທີ່ເຊື່ອຖືໄດ້ ແລະໃຫ້ຄວາມສະດວກແກ່ປະຊາຊົນ, ບາງໂຄງການທີ່ລັດຖະບານຮ່ວມກັບຄູ່ຮ່ວມພັດທະນາກຳລັງດຳເນີນການແກ້ໄຂຄວາມສ່ຽງຄືການໃຫ້ຄວາມຮູ້ກ່ຽວກັບສິນເຊື່ອຕໍ່ປະຊາຊົນ, ສ້າງກຸ່ມການຜະລິດທີ່ເປັນຫົວໜ່ວຍເຂັ້ມແຂງສາມາດຈຳໜ່າຍສິນຄ້າໄດ້ດີມີເງິນໃຫ້ ສະມາຊິກຢືມ, ສ້າງກອງທຶນເພື່ອຟື້ນຟູຫຼັງເກີດໄພພິບັດແລະອື່ນໆ.
ຂະແໜງກະສິກຳປະກອບສ່ວນແກ່ລາຍໄດ້ລວມຂອງປະເທດເກືອບ 20%, ສ້າງວຽກເຮັດງານທຳ 60% ຂອງປະຊາກອນພາຍໃນປະເທດ, ເພາະສະນັ້ນການສົ່ງເສີມໃຫ້ ປະຊາຊົນສາມາດມີທຶນຮອນໃນການຜະລິດຈຶ່ງເປັນປັດໄຈສຳຄັນທີ່ຈະນຳໄປເຖິງຄຳວ່າການຜະລິດເປັນສິນຄ້າ, ລຶບລ້າງຄວາມທຸກຍາກໄດ້.