ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ

ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - 25 8 - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ
ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - kitchen vibe - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ

ກອງປະຊຸມຄະນະລັດຖະບານ ໃນວັນທີ 18 ມີນານິ້ ໂດຍການເປັນ ປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ເຫັນດີເພີ່ມມາດຕະການເພື່ອສະກັດກັ້ນການລະບາດຂອງພະຍາດ COVID-19ໃຫ້ເຂັ້ມງວດຄື:

ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນໃຫ້ກຽມພ້ອມບຸກຄະລາກອນ ແລະ ເຄື່ອງມືອຸປະກອນເພື່ອຮັບປະກັນການກວດກາ ແລະ ຄັດກອງຜູ້ເຂົ້າເມືອງໃຫ້ເຂັ້ມງວດ ແລະ ໂຈະການອອກວີຊາທຸກປະເພດ ລວມທັງ E-VISA, ສຳລັບຜູ້ມີວີຊາເຂົ້າ-ອອກລາວແລ້ວ ກໍຕ້ອງຜ່ານການຢັ້ງຢືນການກວດສຸຂະພາບ ແລະ ປະຫວັດການເຄື່ອນໄຫວຂອງຜູ້ກ່ຽວໃນໄລຍະຜ່ານມາເສຍ ກ່ອນ, ພ້ອມນີ້ກໍໃຫ້ຫລີກລຽງການເດີນທາງໄປຕ່າງປະເທດໃນໄລຍະນີ້, ສ່ວນພົນລະເມືອງລາວທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດນີ້ ແມ່ນໃຫ້ປະຕິບັດການແຍກປ່ຽວ 14 ວັນ ເພື່ອຕິດຕາມສຸຂະພາບດ້ວຍຄວາມຮັບຜິດຊອບ, ກໍລະນີມີອາການໄຂ້,ໄອ ຕ້ອງຕິດຕໍ່ຫາແພດໝໍດ່ວນ, ກອງປະຊຸມຍັງໄດ້ເນັ້ນຫລີກລ່ຽງການໂຮມຊຸມນຸມໃຫຍ່ທີ່ມີມວນຊົນເຂົ້າຮ່ວມຈຳນວນຫລາຍເປັນຕົ້ນງານບຸນປະເພນີ, ງານວາງສະແດງສິນຄ້າ, ກິລາ ແລະ ອື່ນໆ, ໃຫ້ປິດກິດຈະການຮ້ານບັນເທີງ, ຄາລາໂອເກະ, ຮ້ານ ນວດ, ສ່ວນກິດຈະການອື່ນໆແມ່ນດຳເນີນໄດ້ປົກກະຕິ ແຕ່ໃຫ້ເຈົ້າຂອງກິດຈະການມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນແມ່ນການກວດອຸນຫະພູມ ແລະ ການສະໜອງນ້ຳຢາລ້າງມື, ສືບຕໍ່ໂຈະການຮຽນຊົ່ວຄາວນັບ ແຕ່ໂຮງລ້ຽງເດັກ-ອະນຸບານ, ປະຖົມ ແລະ ສະຖານບັນການສຶກສາຕ່າງໆ ຈົນ ກ່ວາຈະມີການປ່ຽນແປງ, ແລະ ປັບປຸງສູນຂໍ້ມູນຂ່າວສານກັ່ນກອງຂ່າວໃຫ້ດີທີ່ສຸດ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມຮັບຮູ້ຢ່າງຖືກຕ້ອງ, ພ້ອມໃຫ້ລົງໂທດຜູ້ປ່ອຍຂ່າວບິດເບືອນຄວາມຈິງຢ່າງເຂັ້ມງວດ.

ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ
ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ

ໃນກອງປະຊຸມຍັງໄດ້ເຫັນດີຕື່ມວ່າ: ຈະມີການປັບປຸງຄະນະສະເພາະກິດເພື່ອເຮັດວຽກມີປະສິດທິພາບ ແລະ ໂຄສະນາໃຫ້ສັງຄົມຮັບຮູ້ການປ້ອງກັນ, ສະກັດກັ້ນ ພະຍາດ COVID-19 ໄດ້ຢ່າງຖີກຕ້ອງ.

ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - 5 - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ
ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - 3 - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ
ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ covid-19 ໃຫ້ເຂັ້ມງວດ - 4 - ລັດຖະບານເພີ່ມມາດຕະການຄວບຄຸມໄວຣັສ COVID-19 ໃຫ້ເຂັ້ມງວດ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!