​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ

​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ - 888 3 - ​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ
​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ - kitchen vibe - ​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ

ໂດຍ: ທິດ​ກໍ່າ​

​ໃນ​ປີ 2020 ​ເປັນ​ປີ​ໜຶ່ງ​ທີ່​ມີ​ຄວາມ​ໝາ​ຍທາງ​ດ້ານປະຫວັດສາດ​ຢ່າງ​ຍິ່ງ​ໃຫຍ່​ສຳລັບ​ຊາດ​ລາວ ກໍ​ຄື​ພັກ ​ແລະ ລັດຖະບານ​ເຮົາ. ຍ້ອນ​ວ່າ​ໃນ​ປີ​ນີ້ ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ລະນຶກ​ສະ​ເຫລີ​ມສະຫລອງ​ວັນ​ທີ່​ສຳຄັນ​ຂອງ​ຊາດຂອງ​ພັກ ​ແລະ ທັງ​ຈະ​ໄດ້​ເຫັນ​ຜົນງານ​ອັນ​ຍິ່ງ​ໃຫຍ່ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຕະຫລອດ​ໄລຍະ 65 ປີຜ່ານມາ. ສະ​ເພາະ​ເດືອນ​ມີນາ​ນີ້ ຄື​ໃນ​ວັນ​ທີ 22 ກໍ​ແມ່ນ​ວັນ​ສ້າງຕັ້ງພັກ ຄົບຮອບ 65 ປີ ​ໄດ້​ໝູນ​ວຽນມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ. ຮອດ​ເດືອນ​ເມສາ ນັບ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ກໍ​ເປັນ​​ໄລຍະ​ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ລາວ, ວັນ​ທີ 14 ​ເມສາ ກໍ​ເປັນ​ວັນ​ສ້າງຕັ້ງຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ວັນ​ທີ 13 ກໍລະກົດ​ແມ່ນ​ວັນ​ເກີດ​ທ່ານ ປະທານ ​ສຸພາ​ນຸວົງ ຄົບຮອບ 111 ປີ, ວັນ​ທີ 20 ກໍລະກົດ​ແມ່ນ​ວັນ​ສ້າງຕັ້ງສະຫະພັນ​ແມ່ຍິງ​ລາວ, ວັນ​ທີ 7 ຕຸລາ ​ແມ່ນ​ວັນ​ຄູ​ແຫ່ງ​ຊາດ, 12 ຕຸລາ​ ວັນ​ປະກາດ​ເອກະລາດ, ວັນ​ທີ 2 ທັນວາ ​ເປັນ​ວັນຊາດ​ຄົບຮອບ 45 ປີ ​ແລະ ວັນ​ທີ 13 ທັນວາ ​ແມ່ນ​ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 100 ປີ​ເຕັມ. ສະຫລຸບ​ແລ້ວ ​ໃນ​ແຕ່ລະ​ເດືອນ​ຂອງ​ປີ ​ເວົ້າ​ໄດ້​ວ່າ​ມີ​ວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ອົງການ​ຈັດຕັ້ງລັດ, ອົງການ​ຈັດຕັ້ງມະຫາຊົນ, ຂອງ​ຜູ້ນຳ ​ແລະ ທາງ​ປະ​ເພນີ​ວັດທະນະທຳ​ອັນ​ດີງາມ​ທີ່​ຫລາກ​ຫລາຍ ​ເຊິ່ງ​ເຄີຍ​ປະຕິບັດ​ກັນ​ມານັບ​ແຕ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໄດ້​ກາຍ​ມາ​ເປັນ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ເປັນຕົ້ນມາ.

​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ - Visit Laos Visit SALANA BOUTIQUE HOTEL - ​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ

      ​ແນວ​ໃດ​ກໍ​ດີ, ​ໃນ​ເມື່ອ​ວັນ​ສຳຄັນ​ຕ່າງໆ​ໄດ້​ໝູນວຽນ​ມາ​ບັນ​ຈົບ​ຄົບຮອບ​ແລ້ວ ຖ້າ​ພວກ​ເຮົາບໍ່​ມີ​ກິດຈະກຳ ຫລື ຂະບວນການ​ເຄື່ອນ​ໄຫວ​ໃດ​ໜຶ່ງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈົດ​ຈຳ​ລຳ​ລຶກ​ໃນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ​ນັ້ນ ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ ອັນ​ທີ່​ພິ​ເສດ​ສຸດສະ​ເພາະ​ໃນ​ປີ 2020 ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ຄຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງພັກ ຄົບຮອບ 65 ປີ, ວັນຊາດ​ທີ 2 ທັນວາ ຄົບຮອບ 45 ປີ, ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ ຄົບຮອບ 100 ປີ ຕາມ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ໃນ​ປັດຈຸບັນ​. ​ແຕ່​ວ່າ​ສຳລັບ​ປີ​ນີ້ ພັດ​ເກີດ​ມີ​ອຸປະສັກ​ມາ​ກີດຂວາງ ຄື​ມີ​ໂຣກລະບາດ​ທີ່​ອັນຕະລາຍ​ຮ້າຍ​ກາດ​ແຜ່​ລາມ​ໄປ​ທົ່ວ​ໂລກ ​ເປັນຕົ້ນຄື​ເກີດ​ມີ​ເຊື້ອ​ໄວຣັສສາຍ​ພັນ​ໃໝ່​ໂຄ​ໂຣນາ ຫລື ​ເອີ້ນ​ຢ່າງ​ໜຶ່ງ​ວ່າ ​ໂຄ​ວິດ-19 ​ໄດ້​ກາຍ​ເປັນ​ມະ​ຫັນ​ຕະ​ໄພ​ຂົ່ມຂູ່​ສັງຫານ​ຊີວິດ​ອິນ​ຊີ​ມະນຸດ​ເຮົາ​ໃນ​ທົ່ວ​ໂລກ. ມາ​ຮອດ​ປັດຈຸບັນ ​ໄດ້​ແຜ່​ລາມ​ໄປ​ເຖິງ 100 ກວ່າ​ປະ​ເທດ​ແລ້ວ.

      ​ເພາະສະນັ້ນ, ພັກ ​ແລະ ລັດຖະບານ​ເຮົາ​ຈຶ່ງ​ໄດ້​ອອກ​ຂໍ້​ກຳນົດ​ໃຫ້​ຢຸດຕິ​ໃນ​ທຸກ​ຮູບ​ແບບ​ການຈັດຕັ້ງ​ເຄື່ອນ​ໄຫວ​ທີ່​ມີ​ຄົນ​ຫລາຍ​ໃຫ້​ກາຍ​ມາ​ເປັນ​ຄົນ​ໜ້ອຍ. ຕະຫລອດ​ເຖິງ​ການ​ສະກັດ​ກັ້ນ​ເກືອດ​ຫ້າມ​ເຮັດ​ງານ​ບຸນ​ສິນ​ກິນ​ທານ, ກິດຈະກຳ​ຕ່າງໆ​ໃນ​ສັງຄົມ ອັນ​ຈະ​ເປັນ​ການ​ແຜ່​ເຊື້ອພະຍາດ​ດັ່ງກ່າວ​ລະຫວ່າງ​ຄົນ​ຕໍ່​ຄົນ ​ເຊິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະ​ເທດ, ຜູ້​ປະຈຳການ​ເລຂາທິການ​ສູນ​ກາງ​ພັກ ກໍ​ໄດ້​ອອກ​ມາ​ຖະ​ແຫລ​ງຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ບັນຫາ​ນີ້.

     ​ແນວ​ໃດ​ກໍ​ຕາມ, ​ເພື່ອ​ເຮັດ​ໃຫ້ການ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງພັກ ຄົບຮອບ 65 ປີ ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ​ໃຫ້​ມີ​ຄວາມ​ໝາຍ​ທາງ​ດ້ານ​ປະຫວັດສາດ ພວກ​ເຮົາ​ຕ້ອງ​ຫັນ​ທິດ​ເອົາ​ສື່​ມວນ​ຊົນ​ເປັນ​ກຳລັງ​ແຮງ​ໃນ​ການ​ປຸກລະດົມ​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ ​ແລະ ຂອງ​ພັກ. ອ​າ​ໄສ​ສື່​ມວນ​ຊົນ​ທຸກ​ຊະນິດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ເປັນ​ຂົວ​ຕໍ່ ​ເພື່ອ​ໂຄສະນາ​ໝາກຜົນ​ແຫ່ງ​ໄຊຊະນະ​​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງ​ພັກ​ໃນ​ຫົກ​ສິບ​ກວ່າ​ປີຜ່ານມາ​ໃຫ້​ຟົດຟື້ນ. ​ເພື່ອ​ສຳ​ເລັດ​ຕາມ​ເປົ້າໝາຍ​ທີ່​ກ່າວ​ມາ​ນີ້, ບັນດາ​ນັກ​ຂ່າວ, ນັກ​ຂຽນ ຕະຫລອດ​ສື່​ມວນ​ຊົນ​ທຸກ​ລະດັບ, ທຸກ​ແຫ່ງ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຕ້ອງ​ໄດ້​ເຮັດ​ໜ້າ​ທີ່​ຢ່າງ​ເຕັມ​ປ່ຽມ ​ເພື່ອ​ນຳ​ເອົາ​ໝາກຜົນ​ຂອງ​ການ​ປະຕິວັດ ກໍ​ຄື​ໄຊຊະນະ​ລວມ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ມາ​ໃຫ້​ສັງຄົມ​ໄດ້​ຮູ້ ​ແລະ ​ໄດ້​ເຫັນ.

     ນອກຈາກ​ບັນດາ​ນັກ​ສື່​ມວນ​ຊົນ​ຈະ​ເຮັດ​ໜ້າ​ທີ່​ຢ່າງ​ເຕັມ​ປ່ຽມ​ແລ້ວ, ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຕ້ອງ​ໄດ້​​ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື ​ເພື່ອ​ສົ່ງ​ຜົນງານ​ຂອງ​ຕົນ​ໃຫ້​ສື່​ມວນ​ຊົນ​ທີ່ຢູ່​ໃນ​ທຸກ​ທ້ອງ​ຖິ່ນ ​ເພື່ອ​ອອກ​ຂ່າວ​ຄາວ​ໃນໜັງສືພິມ, ວາລະສານ, ວິທະຍຸ, ​ໂທລະພາບ ​ແລະ ​ໃນ​ສື່​ຕ່າງໆ​ທີ່​ມີ​ໃນ​ທົ່ວ​ປະ​ເທດ.

     ​ໃນ​ເງື່ອນ​ໄຂ​ປັດຈຸບັນ, ສື່​ໃໝ່​ໄດ້​ກາຍ​ເປັນ​ພະລັງ​ແຮງ​ທີ່​ທັນ​ສະ​ໄໝ ພວກ​ເຮົາ​ຕ້ອງ​ນຳ​ໃຊ້​ໃຫ້​ໝົດ​ຄຸນຄ່າ​ ​ແຕ່​ການ​ບໍລິ​ໂພ​ກນັ້ນຕ້ອງ​ໄດ້​ຄຳນຶງ​ເຖິງ​ຄວາມ​ເປັນ​ຈິງ, ທີ່​ໄປ​ທີ່​ມາ ​ແລະ ຈັນ​ຍາ​ບັນ ຫລີກ​ເວັ້ນບໍ່​ໃຫ້​ຕົກ​ຢູ່​ໃນ​ເຫລ່ກົນ​ຂອງ​ພວກ​ບໍ່​ຫວັງ​ດີ​ໄດ້​ປ່ອຍ​ອອກ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ ສປປ ລາວ​ເຮົາ ​ໃນ​ແຕ່​ລະ​ວັນ.

​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ - 4 - ​ໂຄສະນາ​ຢ່າງ​ແຂງ​ແຮງ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!