ເລື່ອນຮ້ຽບຮ້ອຍ..! ບານເຕະຢູໂຣ 2020 ຍ້າຍໄປແຂ່ງປີໜ້າ


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ການແຂ່ງຂັນບານເຕະຢູໂຣ 2020 ໃນລະຫວ່າງ 12 ມີຖຸນາ – 12 ກໍລະກົດນີ້, ເຊີ່ງກ່ອນໜ້ານັ້ນສະຫະພັນບານເຕະເອີິຣົບ ຫຼື ຢູຟ້າ ກຳລັງຫາຂໍ້ສະຫລຸບວ່າຈະຈັດການແຂ່ງຂັນຕາມກຳໜົດເດີມຫຼືບໍ່ ເພາະໃນຂະນະນີ້ເປັນທີ່ຮັບຊາບກັນແລ້ວວ່າ ເຊື້ອໄວຣັສ COVID-19 ໄດ້ມີການແຜ່ລະບາດໄປທົ່ວໂລກ ແລະ ຮ້າຍແຮງໄປກວ່ານັ້ນກໍ່ຄືທາງທະວີບເອີຣົບເອງ ກໍ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັສດັ່ງກ່າວດ້ວຍ.


ຈາກສາເຫດເຊື້ອໄວຣັສ COVID-19 ເຮັດໃຫ້ ຢູຟ້າ ໄດ້ຈັດກອງປະຊຸມສະເພາະກິດ ເພື່ອຫາຂໍ້ສະຫລຸບ, ແລະ ກໍ່ໄດ້ຜົນມະຕິກອງປະຊຸມກໍ່ຄື ເຫັນດີໃຫ້ເລື່ອນການແຂ່ງຂັນບານເຕະຢູໂຣ 2020 ອອກໄປເປັນວັນທີ່ 11 ມີຖຸນາ – 11 ກໍລະກົດປີ 2021 ແທນ.


ຈາກການເລື່ອນຈັດການແຂ່ງຂັນບານເຕະຢູໂຣ 2020 ສົ່ງຜົນໃຫ້ບານເຕະທົ່ວທະວີບເອີຣົບ ຈະມີເວລາຫຼາຍຂື້ນໃນການແຂ່ງຂັນບານເຕະລີກໃຫ້ຈົບລະດູການ ເພາະວ່າຂະນະນີ້ລີກບານເຕະໄດ້ຢຸດການແຂ່ງຂັນເພື່ອຄວາມປອດໄພຂອງທຸກຝ່າຍ.