ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ

ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ - 164 - ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ
ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ - kitchen vibe - ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ

      “ຍີ່ປຸ່ນ” ​ແນ​ວຄິດ​ດີ ຈັດ​ພິທີ​ທາງ​ສາສະໜາ​ອອນ​ລາຍ, ​ເຜີຍ​ແຜ່ ​ແລະ ອອກ​ອາກາດ​ທາງ​ອິນ​ເຕີ​ເນັດ.

      ​ເຖິງ​ວ່າ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ 2019 (​ໂຄ​ວິດ-19) ​ແຜ່​ລະບາດ​ຢູ່​ໃນ​ປັດຈຸບັນ​ນີ້ ​ເຮັດ​ໃຫ້​ປະຊາຊົນຫລາຍ​ປະ​ເທດ​ບໍ່​ຍອມ​ອອກ​ຈາກ​​ເຮືອນ ສົ່ງ​ຜົນ​ໃຫ້​ຢູ່​ຫລາຍໆ​ປະ​ເທດ ລວມທັງ​ບໍລິສັດ​ໄດ້​ປັບ​ຕົວ​ຮັບ​ມື​ກັບ​ໄວຣັສດັ່ງກ່າວ ​ໂດຍ​ໃຊ້​ຊ່ອງ​ທາງ​ໃນ​ການ​ຕິດ​ຕໍ່​ສື່ສານ​ຜ່ານ​ອອນລາຍ​​ແທນ.

ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ

     ຫລ້າ​ສຸດ ສຳນັກ​ຂ່າວ​ກຽວ​ໂດ ລາຍ​ງານ​ວ່າ: ​ໂບດຢູ່​ຍີ່ປຸ່ນ​ໄດ້​ເລີ່​ມຈັດ​ພິທີ​ທາງ​ສາສະໜາ​ໃນ​ຮູບ​ແບບ​ໃໝ່ ​ເພື່ອ​ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ (​ໂຄ​ວິດ-19) ​ໂດຍ​ສະ​ຖາ​ບັນ​ທາງ​ສາສະໜາ​ບາງ​ແຫ່ງ​ໄດ້​ຕັດສິນ​ໃຈ​ຈັດ​ພິທີ​ ​ແລະ ອອກ​ອາກາດ​ຜ່ານ​ອິນ​ເຕີ​ເນັດ​ແທນ. ຂະນະ​ທີ່ ບາງ​ແຫ່ງ​ຈັດ​ພິທີ​ໃຫ້​ປະຊາຊົນ​ກຸ່ມ​ນ້ອຍໆ​ເທົ່າ​ນັ້ນ.

     ລາຍ​ງານ​ລະບຸ​ວ່າ: ​ໂບດ​ກາ​ໂຕ​ລິກຢູ່​ໂຕ​ກຽວ (Catholic Archdiocese of Tokyo) ​ໄດ້​ຢຸດ​ການຈັດ​ພິທີມິ​ສຊາ​ປະຈຳ​ວັນ​ອາທິດ​ທັງ​ໝົດ​ໃນ​ເດືອນ​ມີນາ​ນີ້ ​ໂດຍ​ຈະ​ຖ່າຍ​ທອດ​ສົດ​ຜ່ານ​ອິນ​ເຕີ​ເນັດ​ແທນ. ການ​ຕັດສິນ​ໃຈ​ດັ່ງກ່າວ​ມີ​ຂຶ້ນ ​ເພາະ​ຜູ້ທີ່​ມາ​ໂບດ​ສ່ວນ​ຫລາຍ​ເປັນ​ຜູ້​ອາຍຸ​ສູງ ​ເຊິ່ງ​ເປັນ​ກຸ່ມ​ສ່ຽງ​ຈະ​ຕິດ​ເຊື້ອ​ໂຄ​ວິດ-19 ຈົນ​ມີ​ອາການ​ຮຸນ​ແຮງ.

ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ - 3 - ຍີ່ປຸ່ນ ແນວຄິດດີ ຈັດພິທີທາງສາສະໜາອອນລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!