ຈັບກຸ່ມແກ້ງຂົນສົ່ງຢາເສບຕິດຈາກລາວໄປຫວຽດນາມ


ລູເມືອງພວນ
ຂ່າວຈາກ VTC News, ວັນທີ 14 ມີນານີ້, ກອງບັນຊາການທະຫານຊາຍແດນ ແຂວງ ກອນຕູມ ຫວຽດນາມ ໃຫ້ຮູ້ວ່າ: ກອງກຳລັງປ້ອງກັນຊາຍແດນຂອງຕົນໄດ້ປະສານສົມທົບກັບກຳລັງຂອງຝ່າຍລາວ ໄດ້ທຳລາຍຄະດີ 918L.v ຢ່າງສຳເລັດຜົນ ແລະ ສາມາດຢຶດຢາບ້າໄດ້ 60.000 ເມັດ.
ພາຍຫຼັງມີການຕິດຕາມມາເປັນເວລາຫຼາຍວັນ, ຈົນມາເຖິງເວລາ 3 ໂມງຂອງວັນທີ 14 ມີນານີ້, ໜ່ວຍປ້ອງກັນທະຫານຊາຍແດນ ແຂວງ ກອນຕູມ ໄດ້ປະສາສົມທົບກັບກຳລັງຂອງຝ່າຍລາວ ຈັບກຸມພວກລັກລອບຂົນສົ່ງຢາບ້າ ຈາກ ເມືອງສາມັກຄ້ໄຊ ແຂວງອັດຕະປືຂອງລາວ ເຂົ້າໄປດິນແດນຂອງຫວຽດນາມ.
ຜູ້ຕ້ອງຫາ 5 ຄົນທີ່ຖືກຈັບລວມມີ: ທ້າວ ສາລີ, ທ້າວຄຽມ, ແກ້ວຕາ, ພຸດສີລາ ແລະ ນາງບົວ.
ກຳລັງຂອງເຈົ້າໜ້າທີ່ ສາມາດຢຶດໄດ້ຂອງກາງລວມມີ: ຢາບ້າ 60.000 ເມັດ, ກັ່ນຊາ 2 ກິໂລກຣາມ, ປືນ 1 ກະບອກ, ລົດໃຫ່ຍ 1 ຄັນ ແລະ ລົດຈັກ 1 ຄັນ.
ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນ, ຮວບຮວມເອກະສານ ເພື່ອຮ້ອງຟ້ອງ ແລະ ດຳເນີນຄະດີຕາມກົດໝາຍ.