ທຣຳ ສຸດກັງວົນເມື່ອຢູ່ໃກ້ກັບສື່ມວນຊົນປະທານາທິບໍດີ ເບຣຊິນ ຕິດເຊື້ອໂຄວິດ-19
March 13, 2020 - 3:23 PM


ແຫລ່ງຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣຳ ກັງວົນຢ່າງໜັກຢ້ານຕິດເຊື້ອໄວຣັສໂຄວິດ-19, ພາຍຫລັງໄດ້ພົບປະພົວພັນໂອ້ລົມຢ່າງໃກ້ຊິດກັບຜູ້ທີ່ຕິດເຊື້ອຫລາຍຄົນ, ໂດຍສະເພາະ ທ່ານ Fabio Wajngarten ເລຂາຝ່າຍສື່ມວນຊົນຂອງປະທານາທິບໍດີ ຊາອີ ໂບລໂຊນາຣູ ປະເທດເບຣຊິນ ທີ່ໄດ້ໄປຢ້ຽມຢາມສະຫະລັດອາເມລິກາ, ເຊິ່ງຜົນກວດວິໄຈອອກມາວ່າ: ທ່ານ Fabio Wajngarten ຕິດເຊື້ອໄວຣັສໂຄວິດ-19.


ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ: ທ່ານ Fabio Wajngarten ເຈົ້າໜ້າທີ່ລະດັບສູງດ້ານສື່ມວນຊົນໄດ້ຕິດຕາມປະທານາທິບໍດີ ຊາອີ ໂບລໂຊນາຣູ ປະເທດເບຣຊິນ ໄປຢ້ຽມຢາມສະຫະລັດອາເມລິກາ ແລະ ຮ່ວມໂຕະຮັບປະທານອາຫານໃນງານລ້ຽງຕ້ອນຮັບ, ເຊິ່ງໃນເບື້ອງຕົ້ນຍັງບໍ່ທັນຮູ້ວ່າລາວຕິດເຊື້ອໄວຣັສໂຄວິດ-19 ມາຈາກໃຜ.

