ຢືນຢັນພັນລະຍາຂອງນາຍົກລັດຖະມົນຕີການາດາ ‘Justin Trudo’ ຕິດເຊື້ອ Covid-19
March 13, 2020 - 11:11 AM


ວັນທີ 13 ມີນາ 63 ສຳນັກຣອຍເຕີ້ ແລະ Daily Mail ໄດ້ລາຍງານວ່າ ( ຕາມເວລາລາວແມ່ນຄືນວັນທີ 12 ) ທ່ານ Sophie Gregoire Trudeau ພັນລະຍາຂອງນາຍົກລັດຖະມົນຕີ Justin Trudeau ການາດາ ໄດ້ຕິດເຊື້ອໄວຣັດ Covid-19.
ໂດຍຂະນະນີ້ທ່ານນາງ Sophie Trudeau ອາຍຸ 44 ປີ ກຳລັງກັກຂັງຕົວເອງ. ຫຼັງຈາກເລີ່ມມີອາການປ່ວຍ ຫລັງກັບມາຈາກການຢ້ຽມຢາມສະຫະລາຊະອານາຈັກ ແລະ ໄດ້ເຂົ້າຮ່ວມງານການກຸສົນ ‘We Day UK Charity’ ແລະ ໄດ້ຊົມການສະແດງຄອນເສີດທີ່ລອນດອນ ໃນວັນອັງຄານ 3 ມີນາທີ່ຜ່ານມາ.
ສ່ວນນາຍົກລັດຖະມົນຕີ Trudeau ຈະກັກຕົວຕົວເອງ 14 ວັນ.