ສະມາຊິກພັກຕ້ອງນຳໜ້າຕ້ານການສໍ້ລາດບັງຫລວງ


ໂດຍ: ທິດກໍ່າ
ຕາມກະແສຂ່າວຈາກສື່ອອນລາຍ ກໍຄືຄວາມຊ່າລືກ່ຽວກັບການສໍ້ລາດບັງຫລວງຢູ່ບ້ານເຮົາ ຖືວ່າເປັນອັນດັບສອງໃນບັນດາປະເທດອາຊຽນ. ເມື່ອເປັນດັ່ງວ່ານີ້ ກໍສະແດງວ່າປາກົດການຫຍໍ້ທໍ້ໃນດ້ານນີ້ຍັງບໍ່ທັນມີທ່າທີຫລຸດໜ້ອຍຖອຍລົງ. ຄວາມຈິງແລ້ວ, ນັບແຕ່ຄະນະລັດຖະບານຊຸດທີ VII ໄດ້ກ້າວຂາເຂົ້າມາບໍລິຫານບ້ານເມືອງ ກໍໄດ້ພະຍາຍາມໃຊ້ມາດຕະການຫລາຍດ້ານເພື່ອປາບບຸກຄົນ, ກຸ່ມຄົນທີ່ມີການສໍ້ລາດບັງຫລວງ. ຈາກຕົວເລກລາຍງານຂອງອົງການກວດກາພັກ-ລັດ ໃນປີ 2019 ຜ່ານມາ ໄດ້ມີກຳມະການບໍລິຫານຄະນະພັກຂັ້ນຕ່າງໆ ນັບທັງສະມາຊິກພັກຖືກປະຕິບັດວິໄນເຖິງ 745 ຄົນ ໃນນີ້ຖືກກ່າວເຕືອນຄຳຜິດ 158 ຄົນ, ປົດຕຳແໜ່ງພາຍໃນພັກ 38 ຄົນ, ໂຈະຮ່ວມຊີວິດພັກ 137 ຄົນ ແລະ ເອົາອອກຈາກພັກ 412 ຄົນ.
ອັນສາເຫດທີ່ເຮັດໃຫ້ສາມາດຈັບໂຕໄດ້ໄລ່ໂຕທັນເປັນຈຳນວນຫລາຍຄືດັ່ງວ່ານີ້ ກໍຍ້ອນຄະນະກວດກາພັກແຕ່ລະຂັ້ນໄດ້ເອົາໃຈໃສ່ກວດກາຕິດຕາມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດລະບຽບ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8 ແລະ 9 ສະໄໝທີ X ນັບທັງມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆຂອງຕົນ. ສຳລັບຜົນເສຍຫາຍທີ່ບັນດາສະມາຊິກພັກເຫລົ່ານີ້ໄດ້ກະທຳນັ້ນກໍມີເຖິງ 1.477 ຕື້ກີບ, 10 ລ້ານໂດລາສະຫະລັດ ແລະ 24 ລ້ານບາດ ໃນນີ້ຫາກໍເກັບກູ້ມາໄດ້ພຽງ 35 ຕື້ກີບ, 2 ແສນໂດລາສະຫະລັດ ແລະ 10 ລ້ານບາດເທົ່ານັ້ນ, ສ່ວນທີ່ຍັງເຫລືອບໍ່ຮູ້ວ່າຈະເກັບຄືນໄດ້ ຫລື ບໍ່. ນີ້ຄືປາກົດການຫຍໍ້ທໍ້ ຫລື ພະຍາດທີ່ໄດ້ເກີດຂຶ້ນໃນຖັນແຖວສະມາຊິກພັກໃນຍຸກໃໝ່ ຄືຍຸກພັດທະນາປັດຈຸບັນ.
ແນວໃດກໍຕາມ, ເມື່ອມາປຽບທຽບໃສ່ສະມາຊິກພັກໃນຍຸກກ່ອນກັບຍຸກນີ້ກໍເຫັນວ່າມັນແຕກຕ່າງກັນຢ່າງຂາດຂັ້ນປານໜ້າມືກັບຫລັງມື. ເມື່ອຕັ້ງໂຈດກັນວ່າ: ຍ້ອນຫຍັງ ຈຶ່ງເປັນຄືແນວນີ້ ? ເພາະໃນຍຸກກ່ອນກັບຍຸກນີ້ ເປົ້າໝາຍການປະຕິວັດມັນບໍ່ຄືກັນ ເປັນຕົ້ນຍຸກກ່ອນແມ່ນເຮັດການປະຕິວັດປົດປ່ອຍປະເທດຊາດອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ການເຄື່ອນໄຫວຂອງພັກລ້ວນແຕ່ໄດ້ປິດລັບ, ການຮັບເອົາສະມາຊິກພັກກໍປິດລັບ, ຜູ້ໃດໄດ້ເປັນສະມາຊິກພັກກໍປິດລັບ ແລະ ມະຫາຊົນຂອງພັກກວ່າຈະໄດ້ເຂົ້າເປັນສະມາຊິກພັກກໍຕ້ອງໄດ້ຝຶກຝົນຫລໍ່ຫລອມຕົນເອງໃນແປວໄຟປະຕິວັດຢ່າງແທ້ຈິງ. ເພາະສະນັ້ນ ຄຸນນະພາບຂອງສະມາຊິກພັກຈຶ່ງຮັບປະກັນຄຸນທາດທາງດ້ານການເມືອງເປັນເລີດ.
ພໍຕົກມາສະໄໝນີ້, ເປົ້າໝາຍຂອງການປະຕິວັດແມ່ນປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແນວທາງຂອງພັກໄດ້ມີການປ່ຽນແປງໃໝ່, ພັກກໍເປີດເຜີຍ, ການຮັບເອົາສະມາຊິກພັກກໍເປີດກວ້າງ, ຜູ້ໃດໄດ້ເປັນສະມາຊິກພັກກໍສາມາດເວົ້າອ້າງໝູ່ໄດ້ໃນວົງສັງຄົມ, ບາງກໍລະນີການຮັບເອົາສະມາຊິກພັກກໍມີການຊື້ຈ້າງ, ຄົນເຈົ້າຄົນຂ້ອຍ, ຜູ້ໃດໄດ້ໃກ້ຊິດກັບນາຍ, ມີເງິນ, ມີຂອງຕ້ອນຂອງຝາກໃຫ້ນາຍກໍສາມາດເຂົ້າໄປເປັນສະມາຊິກພັກ. ຈາກສາເຫດທີ່ກ່າວມານີ້ ຈຶ່ງເຮັດໃຫ້ສະມາຊິກພັກຈຳນວນບໍ່ໜ້ອຍໃນຍຸກນີ້ບໍ່ຄ່ອຍມີຄຸນນະພາບຄືສະໄໝເຮັດການປະຕິວັດປົດປ່ອຍຊາດ. ແນວໃດກໍດີ ໃນເງື່ອນໄຂທີ່ພັກຂອງພວກເຮົາກຳອຳນາດໄດ້ນຳພາການຕໍ່ສູ້ປະຕິວັດມາໃນສອງຍຸກສະໄໝ ຄືຍຸກຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ແລະ ຍຸກປົກປັກຮັກສາພັດທະນາປະເທດຊາດມາຮອດປີນີ້ກໍຖືວ່າມີອາຍຸໄດ້ 65 ປີ.
ເພື່ອຈົດຈຳລຳລຶກຄຸນງາມຄວາມດີຂອງພັກທີ່ມີຕໍ່ຊາດ ແລະ ປະຊາຊົນພວກເຮົາທີ່ໄດ້ເປັນສະມາຊິກຂອງພັກຕ້ອງໄດ້ສຳນຶກຕົນເອງຢ່າງຖີ່ຖ້ວນວ່າອັນໃດທີ່ຜິດຕໍ່ລະບຽບກົດໝາຍ, ຜິດຈັນຍາບັນ ໂດຍສະເພາະແມ່ນການສໍ້ລາດບັງຫລວງກໍບໍ່ຄວນພາກັນເຮັດ, ຍິ່ງໄປກວ່ານັ້ນ ຕ້ອງພາກັນເປັນແບບຢ່າງນຳໜ້າ ເພື່ອຕ້ານບັນຫາດັ່ງກ່າວໃຫ້ໝົດໄປຈາກສັງຄົມລາວຢ່າງສິ້ນເຊີງ. ກົງກັນຂ້າມ ຖ້າສະມາຊິກພັກສະຫາຍໃດຫາກຍັງເດີນໜ້າກະທຳຜິດຕໍ່ກົດໝາຍບ້ານເມືອງ, ຜິດຕໍ່ຈັນຍາບັນ ແລະ ຜິດຕໍ່ກົດລະບຽບຂອງພັກຢ່າງຫລວງຫລາຍຂຶ້ນນັບມື້ ກໍຈະເຮັດໃຫ້ບົດບາດຂອງພັກເສື່ອມຖອຍ. ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກກໍຈະຫລຸດໜ້ອຍຖອຍລົງ ຍ້ອນສະມາຊິກພັກເອງເປັນຜູ້ພາເພ.
ເຖິງຢ່າງໃດກໍດີ, ພາຍໃຕ້ການຊີ້ນຳ-ນຳພາອັນປີຊາສາມາດຂອງພັກໃນຕະຫລອດໄລຍະທີ່ຜ່ານມາ ນັບແຕ່ນຳພາຕໍ່ສູ້ປົດປ່ອຍຊາດຈົນມາຮອດຍຸກປັດຈຸບັນ, ພັກເຮົາຍັງໜັກແໜ້ນເຂັ້ມແຂງ ແລະ ນັບມື້ມີສະຖຽນລະພາບ ຂໍພຽງແຕ່ວ່າຢ່າປົກປ້ອງຄົນຜິດ ຕ້ອງພິສິດຄວາມເປັນທຳ ພັກເຮົາຈຶ່ງຈະເຂັ້ມແຂງຕະຫລອດໄປ.