ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ

ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ - 105 - ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ
ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ - kitchen vibe - ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ

     ອຸປະ​ສົງ​ນ້ຳມັນ​ໃນ​ຕະຫລາດ​ໂລກ​ປີ​ນີ້​ຫລຸດ​ລົງ​ເປັນຄັ້ງທຳ​ອິດ​ນັບ​ແຕ່​ປີ 2009 ທ່າມກາງ​ຄວາມ​ບໍ່​ແນ່ນອນ​ຈາກ​ວິ​ກິດ​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ ​ແລະ ປັ່ນ​ປ່ວນ​ຫລາຍ​ຂຶ້ນຈາກ “ສົງຄາມ​ລາຄາ” ລະຫວ່າງ​ອາຣັບບີ ຊາ​ອຸ​ດິດ ກັບ ຣັດ​ເຊຍ.

      ອົງການ​ພະລັງງານ​ສາກົນ (IEA) ​ເຜີຍ​ແຜ່​ລາຍ​ງານ​ໃນ​ວັນ​ທີ 9 ມີນາ ຫລຸດ​ການ​ປະມານ​ອຸປະ​ສົງ​ນ້ຳມັນ​ດິບ​ໂລກ​ໃນ​ປີ​ນີ້ວ່າ​ຈະ​ຫລຸດ​ລົງ​ເປັນຄັ້ງທຳ​ອິດ​ນັບ​ແຕ່​ປີ 2009 ຫລັງ​ລາຄາ​ສັນຍາ​ຊື້ຂາຍ​ນ້ຳມັນ​ດິບ​ລ່ວງ​ໜ້າ​ໃນ​ຕະຫລາດ​ໂລກ​ຫລຸດ​ລົງ​ເປັນ​ສະຖິຕິ​ຕໍ່າ​ທີ່​ສຸດ​ນັບ​ແຕ່​ປີ 1991 ​ເຊິ່ງ​ເປັນ​ໄລຍະ​ສົງຄາມ​ອ່າວ​ເປີ​ເຊຍ ຈາກ​ຂໍ້​ຂັດ​ແຍ່ງ​ເລື່ອ​ງການ​ກຳນົດ​ລາຄາ​ນ້ຳມັນ​ດິບ ລະຫວ່າງ ອາຣັບບີ ຊາ​ອຸ​ດິດ ທີ່​ເປັນ​ຫົວ​ເຮືອ​ໃຫຍ່​ຂອງ​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (​ໂອ​ເປັກ) ກັບ ຣັດ​ເຊຍ ​ເຊິ່ງ​ເປັນ​ຜູ້​ຜະລິດ​ນອກ​ໂອ​ເປັກ​ລາຍ​ໃຫຍ່​ທີ່​ສຸດ.

     ທັງ​ນີ້ IEA ຄາດ​ການ​ອຸປະ​ສົງ​ນ້ຳມັນ​ດິບ​ໃນ​ຕະຫລາດ​ໂລກ​ຈະ​ຢູ່​ປະມານ 99,9 ລ້ານ​ບາ​ເຣລຕໍ່​ວັນ​ໃນ​ປີ 2020 ຫລຸດ​ລົງ​ເກືອບ 1 ລ້ານ​ບາ​ເຣລ. ຂະນະ​ທີ່​ຄວາມ​ຕ້ອງການ​ນ້ຳມັນ​ດິບ​ຂອງ​ຕະຫລາດ​ໂລກ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຫລຸດ​ລົງ 2,5 ລ້ານ​ບາ​ເຣນຕໍ່​ວັນ ຫລື ປະມານ 2,5%.

     ​ເຖິງ​ຢ່າງ​ໃດ​ກໍ​ຕາມ, IEA ຮຽກຮ້ອງ​ໃຫ້​ຜູ້​ຜະລິດ​ນ້ຳມັນ​ທັງ​ໝົດ ບໍ່​ວ່າ​ຈະ​ເປັນ​ສະມາຊິກ​ໂອ​ເປັກ ຫລື ບໍ່ “ມີ​ຄວາມ​ຮັບຜິດຊອບ” ​ເນື່ອງ​ຈາກ​ມີ​ປັດ​ໄຈ​ສ່ຽງ​ຫລາຍ​ຈາກ​ວິ​ກິດ​ດ້ານ​ສາທາລະນະ​ສຸກ​ຂອງ​​ໄວຣັສ​ໂຄ​ວິດ-19, ​ແຕ່​ກະຊວງ​ການ​ເງິນ​ຂອງຣັດ​ເຊຍ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 9 ມີນາ​ວ່າ: ສາມາດ “​ເອົາ​ຕົວ​ລອດ​ໄດ້” ​ໃນ​ສະຖານະ​ການ​ທີ່​ລາຄາ​ນ້ຳມັນ​ຄົງ​ຢູ່​ລະດັບ 25-30 ​ໂດ​ລາ​ສະຫະລັດ​ຕໍ່​ບາ​ເຣລ “ດົນ 6-10 ປີ” ​ໂດຍ​ຢືນຢັນ​ວ່າ​ກອງ​ທຶນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ມີ​ຊັບ​ສິນ​ສຳຮອງ​ພຽງພໍ.

ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ - 5 - ຄວາມຕ້ອງການນ້ຳມັນໂລກຫລຸດລົງ ຄັ້ງທຳອິດໃນຮອບທົດສະວັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!