ແພດຫມໍຈີນ ປີ່ນປົວພໍ່ເຖົ້າອາຍຸ 100 ປີຕິດເຊື້ອ nCoV ຈົນຫາຍດີ

- 106392012 1581694783947rts3181 4733 3363 1583672008 - ແພດຫມໍຈີນ ປີ່ນປົວພໍ່ເຖົ້າອາຍຸ 100 ປີຕິດເຊື້ອ nCoV ຈົນຫາຍດີ
- kitchen vibe - ແພດຫມໍຈີນ ປີ່ນປົວພໍ່ເຖົ້າອາຍຸ 100 ປີຕິດເຊື້ອ nCoV ຈົນຫາຍດີ

ມີພໍ່ເຖົ້າຊາວຈີນຄົນໜຶ່ງອາຍຸ 100 ປີຕິດເຊື້ອພະຍາດ ໂຄວິດ-19 ຢູ່ທີ່ເມືອງ ອູຮັ່ນ ແຕ່ໄດ້ຮັບການປິ່ນປົວດີແລ້ວ ແລະ ໄດ້ອອກຈາກໂຮງໝໍເມື່ອວັນທີ 7/3 ຜ່ານມາ.
ນີ້ຄືກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ໄດ້ຮັບການປິ່ນປົວດີ ທີ່ມີີອາຍຸສູງກວ່າໝູ່ ໃນຈີນ. ພໍ່ເຖົ້າຄົນນີ້ເກີດເມື່ອເດືອນ 2 ປີ 1920 ແລະ ຫາກໍຈັດພິທີວັນເກີດຄົບຮອບ 100 ປີໃນເດືອນກຸມພາທີ່ຜ່ານມາ. ພໍ່ເຖົ້າຕິດເຊື້ອໂຄວິດ ແລະ ໄດ້ເຂົ້າໂຮງໝໍເມື່ອວັນທີ 24/2 ນີ້ ບວກກັບພະຍາດປະຈຳຕົວອີກຈຳນວນໜຶ່ງເຊັ່ນ: Alzheimer , ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ.
ຍ້ອນມີຫຼາຍພະຍາດຊັບຊ້ອນເກີດຂຶ້ນກັບຕົວພໍ່ເຖົ້າ, ບັນດານັກຊ່ຽວຊານການແພດທະຫານຈຶ່ງໄດ້ໃຊ້ຫຼາຍວິທີເພື່ອກວດຫາເຊື້ອພະຍາດ ແລະ ພ້ອມດຽວກັນກໍໄດ້ນຳໃຊ້ການປິ່ນປົວດ້ວຍຫຼາຍວິທີທີ່ແຕກຕ່າງກັນເຊັ່ນ: ໃຊ້ຢາຕ້ານໄວຣັດ ສົມທົບກັບວິທີປິ່ນປົວແບບພື້ນເມືອງໄປພ້ອມ.
ພໍ່ເຖົ້າແມ່ນໜຶ່ງໃນຈຳນວນ 80 ຄົນທີ່ຕິດເຊື້ອ nCoV ໄດ້ອອກໂຮງໝໍ ສາຂາ ດູແລສຸຂະພາບ ແມ ່ແລະ ເດັກ ຢູ່ທີ່ ອູຮັ່ນ ແຂວງ ຫູເປີ່ຍ ຊຶ່ງເປັນສູນກາງຂອງການລະບາດພະຍາດ ໂຄວິດ-19 ໃນຈີນ.
ພະຍາດ ໂຄວິດ-19 ໄດ້ເລີ່ມລະບາດແຕ່ເດືອນ 12/2019 ແລະ ໄດ້ແຜ່ລາມອອກໄປໃສ່ 103 ປະເທດໃນປັດຈຸບັນ, ມີຜູ້ຕິດເຊື້ອທັງໝົດ 107.000 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 3.600 ຄົນ. ຈີນເປັນເຮືອນຮັງຂອງການແຜ່ລະບາດເຊື້ອພະນາດ ໂຄວິດ-19 ທີ່ໃຫ່ຍກວ່າໝູ່ໃນໂລກ, ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່. ແຕ່ເຖິງຢ່າງໃດ ປັດຈຸບັນສະພາບການແຜ່ເຊື້ອໃນຈີນມີທ່າອ່ຽງ ແນວໂນ້ມດີຂຶ້ນເປັນລຳດັບ.

- 4 - ແພດຫມໍຈີນ ປີ່ນປົວພໍ່ເຖົ້າອາຍຸ 100 ປີຕິດເຊື້ອ nCoV ຈົນຫາຍດີ
- Visit Laos Visit SALANA BOUTIQUE HOTEL - ແພດຫມໍຈີນ ປີ່ນປົວພໍ່ເຖົ້າອາຍຸ 100 ປີຕິດເຊື້ອ nCoV ຈົນຫາຍດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!