ມຽນມາຈະຢຸດສົ່ງອອກໄມ້ທ່ອນ ແລະ ຜະລິດຕະພັນໄມ້
March 15, 2017 - 7:06 PM


ການທີ່ວັດຖຸດິບຫລຸດລົງ ແລະ ຄ່າໃຊ້ຈ່າຍເພີ່ມຂຶ້ນ, ການສົ່ງອອກໄມ້ທ່ອນ ແລະ ຜະລິດຕະພັນໄມ້ຂອງມຽນມາ ໄດ້ຫຼຸດລົງທຸກປີ ເນື່ອງຈາກຖືກຈຳກັດຈາກກະຊວງຊັບພະຍາກອນ ແລະ ການອະນຸລັກສິ່ງແວດລ້ອມ ໂດຍນັບແຕ່ປີ 2015 ເປັນຕົ້ນມາ, ມຽນມາໄດ້ເລີ່ມຫຼຸດການສົ່ງອອກໄມ້ທ່ອນ ແລະ ຜະລິດຕະພັນໄມ້ ເພື່ອຕອບສະໜອງຄວາມຕ້ອງ ການພາຍໃນປະເທດ ແລະ ເລີ່ມແຕ່ວັນທີ 1 ພຶດສະພາ 2017 ເປັນຕົ້ນໄປຈະຢຸດການສົ່ງອອກໄມ້ທ່ອນ ແລະ ຜະລິດ ຕະພັນໄມ້.