ຮູບເງົາເລື່ອງ ຄວາມຮັກຫລຸຍໃບຕອງ ຈະເປີດສາຍແຕ່ 8-21 ມີຖຸນານີ້ທີ່ນະຄອນຫລວງວຽງຈັນ ແລະ ປາກເຊ


ແລງວັນທີ 5 ມີຖຸນານີ້, ທ່ານ ທະວີສັກ ທຳມະວົງສາ ຜູ້ກຳກັບໜຸ່ມໄວແຮງ ໄດ້ນຳສະເໜີຮູບເງົາລາວເລື່ອງ ຄວາມຮັກຫລຸຍໃບຕອງ ຕໍ່ມວນຊົນຢ່າງເປັນທາງການ ທີ່ໂຮງຮູບເງົາເມເຈີ້, ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດານັກສະແດງ, ສິລະປິນ ແລະ ນັກຮ້ອງເຂົ້າຮ່ວມນຳດ້ວຍ.
ຜູ້ກຳກັບຮູບເງົາຄວາມຮັກຫລຸຍໃບຕອງ ໃຫ້ຮູ້ວ່າ: ຮູບເງົາເລື່ອງນີ້ ຈະເປີດສາຍເລີ່ມແຕ່ວັນທີ 8-21 ມີຖຸນານີ້, ທີ່ໂຮງຮູບເງົາເມເຈີ້ ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ແລະ ໂຮງຮູບເງົາ ແຟນຊິບມໍ ທີ່ເມືອງປາກເຊ, ແຂວງຈຳປາສັກ. ຮູບເງົາດັ່ງກ່າວ ມີຄວາມຍາວປະມານ 1 ຊົ່ວໂມງກວ່າ, ມີເນື້ອຫາເວົ້າເຖິງຄວາມຮັກອັນດີເລີດຂອງຄູ່ບ່າວສາວ ເຊັ່ນດຽວກັບຊື່ຮູບເງົາ, ໂດຍທັງສອງໄດ້ມາພົບພໍ້ກັນ ແລະ ພົບຮັກກັນແບບບັງເອີນ, ຊຶ່ງຈະເຮັດໃຫ້ທັງສອງຜ່ານຜ່າອຸປະສັກໄປໄດ້ຫລືບໍ່ນັ້ນ ກໍຕ້ອງໄປຕິດຕາມນຳກັນ.