ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ

- 18891864 778391045661850 3801977602112318364 o - ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ
- kitchen vibe - ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ

 

- 18891864 778391045661850 3801977602112318364 o - ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ

- Visit Laos Visit SALANA BOUTIQUE HOTEL - ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ

ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດຮ່ວມກັບມະຫາວິທະຍາໄລການຕ່າງປະເທດ ສປຈີນ ຈັດກອງປະຊຸມໜ່ວຍງານຄົ້ນຄວ້າຂອງເຄືອຂ່າຍຄັງປັນຍາອາຊຽນ-ຈີນ ພາຍໃຕ້ຫົວຂໍ້: “ການຮ່ວມມືທາງດ້ານການທ່ອງທ່ຽວ” ຂຶ້ນໃນວັນທີ 6 ມິຖຸນານີ້ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ທ່ຽງ ບຸບຜາ ຫົວໜ້າສະຖາບັນການຕ່າງປະເທດ, ທ່ານ Yang Yue ຕາງໜ້າມະຫາວິທະຍາໄລການຕ່າງປະເທດ ສປຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໜ່ວຍງານຄົ້ນຄວ້າ NACT ແມ່ນກອງປະຊຸມວິຊາການຂອງເຄື່ອຂ່າຍຄັງປັນຍາອາຊຽນ-ຈີນ ທີ່ເຕົ້າໂຮມເອົາບັນດານັກວິຊາການ, ນັກຄົ້ນຄວ້າຈາກປະເທດອາຊຽນ ແລະ ຈີນ ເພື່ອປືກສາຫາລືເຖິງບັນຫາສຳຄັນຕ່າງໆທີ່ພົວພັນເຖິງການຮ່ວມມືສອງຝ່າຍ ແລະ ກອງປະຊຸມວິຊາການຄັ້ງນີ້ເປັນການກະກຽມໃຫ້ແກ່ການຈັດກອງປະຊຸມປະຈຳປີຂອງຕົນ NACT (Country Coondinator and Annual Conference) ໃນທ້າຍປີ 2017 ທີ່ຟິລິປິນ.

ທ່ານ ທ່ຽງ ບຸບຜາ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ແນໃສ່ຕີລາຄາຜົນສຳເລັດ ແລະ ສິ່ງທ້າທ້າຍໃນຂອບການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ອາຊຽນ-ຈີນ ແລະ ປຶກສາຫາລືເຖິງແນວທາງ ແລະ ກົນໄກ ເພື່ອສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ, ການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ ແລະ ສປຈີນ ໃຫ້ມີຄວາມຄ່ອງໂຕຍິ່ງຂຶ້ນ, ອັນເປັນເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ສອງຝ່າຍ ແລະ ປີ 2017 ແມ່ນປີແຫ່ງການຮ່ວມມືດ້ານການທ່ອງທ່ຽວອາຊຽນ-ຈີນ. ນອກຈາກນັ້ນຍັງເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວຂອງປະເທດເຮົາ, ເປັນການແລກປ່ຽນຂໍ້ມູນຂ່າວສານ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານໃນຂະແໜງການຕ່າງໆທີ່ກ່ຽວຂ້ອງໃຫ້ສາມາດນຳໄປເປັນບົດຮຽນໃນການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

- 4 - ລາວ-ຈີນຫາລືການຮ່ວມມືທາງດ້ານການທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!