ພໍ່ນ້າພະຍາຍາມຂົ່ມຂືນທຳຊຳເລົາລູກນ້າຂອງຕົນ

- 888 1 - ພໍ່ນ້າພະຍາຍາມຂົ່ມຂືນທຳຊຳເລົາລູກນ້າຂອງຕົນ
- kitchen vibe - ພໍ່ນ້າພະຍາຍາມຂົ່ມຂືນທຳຊຳເລົາລູກນ້າຂອງຕົນ

ໂດຍ: ລູກເມືອງພວນ
ວັນທີ 6/3 ນີ້, ຫ້ອງການໄອຍະການເມືອງ ກຣົງປັກ ແຂວງດັກລັກໃຫ້ຮູ້ວ່າ: ໄດ້ດຳເນີນຄະດີສຶບສວນສອບສວນຜູ້ຕ້ອງຫາ ລື້ວັນຮຸ່ງ, ຕາແສງ ວູໂບນ ເມືອງກຣົງປັກ (ຫວຽດນາມ) ໃນຂໍ້ຫາຂົ່ມຂືນທຳຊຳເລົາເດັກອາຍຸຕໍ່າກວ່າ 16 ປີ.


ໂຈດຊື່ ນາງ ຮ (ນາມສົມມຸດ) ພ້ອມລູກຕິດມານຳເມຍຊື່ນ້ອງ ຂ (ນາມສົມມຸດ) ຮ່ວມຢູ່ໃນຄອບຄົວດຽວກັນ.
ປະມານ 6 ໂມງຂອງວັນທີ 29/2ປີຜ່ານມາ ໃນຂະນະທີ່ນ້ອງ ຂ ກຳລັງນອນຫຼັບຢູ່ໃນຫ້ອງ, ທ້າວ ຮຸ່ງ ຜູ້ເປັນພໍ່ໄດ້ຍ່າງເຂົ້າໄປຫາ ແລ້ວເອົາມືລູບຄຳຕົນຕົວຂອງນ້ອງ, ນ້ອງຕື່ນຂຶ້ນມາ ກໍຮ້ອງຂຶ້ນ, ເມື່ອຜູ້ເປັນແມ່ໄດ້ຍິນກໍແລ່ນມາເບິ່ງ ແລະ ໄດ້ດຶງເອົາທ້າວຮຸ່ງຜູ້ເປັນຜົວອອກຈາກລູກສາວ. ແຕ່ທ້າວ ຮຸ່ງກໍຍັງດື້ດ້ານລວນລາມນ້ອງຢູ່.

ນອກຈາກນັ້ນ ທ້າວ ຮຸ່ງຍັງໄດ້ຕີນ້ອງ ແລະ ຜູ້ເປັນເມຍ ເຮັດໃຫ້ນ້ອງບາດເຈັບ 3% ແລະ ຜູເປັນເມຍບາດເຈັບ 2%. ເຈົ້າໜ້າທີ່ເມືອງກຳລັງດຳເນີນກັບຜູ້ກ່ຽວຢູ່.

- 4 - ພໍ່ນ້າພະຍາຍາມຂົ່ມຂືນທຳຊຳເລົາລູກນ້າຂອງຕົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!