ກຳລັງປ້ອງກັນຄວາມສະຫງົບແຂວງ ອານຢາງ ຂອງຫວຽດນາມຢຶດ ໜ້າກາກອານາໄມ 36.000 ອັນສົ່ງອອກໄປ ກຳປູເຈຍ

-                                                                              - ກຳລັງປ້ອງກັນຄວາມສະຫງົບແຂວງ ອານຢາງ ຂອງຫວຽດນາມຢຶດ ໜ້າກາກອານາໄມ 36.000 ອັນສົ່ງອອກໄປ ກຳປູເຈຍ
- kitchen vibe - ກຳລັງປ້ອງກັນຄວາມສະຫງົບແຂວງ ອານຢາງ ຂອງຫວຽດນາມຢຶດ ໜ້າກາກອານາໄມ 36.000 ອັນສົ່ງອອກໄປ ກຳປູເຈຍ

ລູກເມືອງພວນ

ແຫຼ່ງຂ່າວຈາກ Zing  ເມື່ອວັນທີ່ 3/3 ນີ້ໃຫ້ຮູ້ວ່າ,  ຂະແໜງການພາສີດ່ານສາກົນ ວິງເຊືອງ ແຂວງອານຢາງ ຂອງຫວຽດນາມ ພ້ອມກັບກຳລັງປ້ອງກັນຊາຍແດນ ໄດ້ຈັບກຸມພວກລັກລອບຂົນໜ້າກາກອານາໄມຂ້າມລອຍປ່ອງຊາຍແດນ ວິງເຊືອງ ອອກໄປຫາກຳປູເຈຍ.

- Visit Laos Visit SALANA BOUTIQUE HOTEL - ກຳລັງປ້ອງກັນຄວາມສະຫງົບແຂວງ ອານຢາງ ຂອງຫວຽດນາມຢຶດ ໜ້າກາກອານາໄມ 36.000 ອັນສົ່ງອອກໄປ ກຳປູເຈຍ

ອີງຕາມໃຫ້ການຂອງທ່ານ ເຈິນເຕິນເລີຍ ຫົວໜ້າພາສີດ່ານສາກົນ ວິງເຊືອງໃຫ້ຮູ້ວ່າ: ຢູ່ທາງເບື້ອງໃນຂອງພົກເຄື່ອງເຫຼົ່ານັ້ນ ມີກັບໜ້າກາກອານາໄມ 320 ກັບ, ລວມທັງໝົດ 16.000 ອັນ.

ເຈົ້າໜ້ທີ່ຊາຍແດນ ໄດ້ກັກຕົວຜູ້ກ່ຽວໄວ້ຊົ່ວຄາວພ້ອມກັບເຄື່ອງທີ່ຢຶດໄດ້ ເພື່ອສືບສວນ ສອບສວນຕໍ່ໄປ.

ສຳນັກຂ່າວຂອງຫວຽດນາມ ໃນວັນທີ 3/3 ນີ້ໃຫ້ຮູ້ວ່າ: ໜ່ວຍລາດຕະເວນປ້ອງກັນດ່ານຊາຍແດນສາກົນ ພ້ອມກັບໜ່ວຍພາສີດ່ານ ແຂວງອານຢາງ ໄດ້ພົບເຫັນຊາຍຄົນໜຶ່ງທີ່ກຳລັງຂັບຂີ່ລົດຈັກບໍ່ມີປ້າຍທະບຽນ ຕ່າງເຄື່ອງມາຈາກທາງຫວຽດນາມ ຜ່ານດ່ານກວດທົ່ວໄປຂອງດ່ານສາກົນ ຕິງບຽນ ເພື່ອຈະຂ້າມໄປເບື້ອງກຳປູເຈຍ ແຕ່ຜູ້ກ່ຽວບໍ່ໄດ້ໄປເຮັດໃບແຈ້ງອອກກັບເຈົ້າໜ້າທີ່ດ່ານຕາມລະບຽບກຳນົດ.

ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ເຂົ້າກວດຄົ້ນ ກໍພົບເຫັນກັບໜ້າກາກອານາໄມ 400 ກັບ( 50 ອັນ/ກັບ) ເທົ່າກັບ 20.000 ອັນ. ຜູ້ຊາຍຄົນດັ່ງກ່າວບໍ່ສາມາດໃຫ້ການຕໍ່ເຈົ້າໜ້າທີ່ ທີ່ໄປທີ່ມາຂອງສິນຄ້າດັ່ງກ່າວໄດ້.

ຜູ້ຊາຍຄົນດັ່ງກ່າວໃຫ້ຮູ້ວ່າ: ຕົນເອງຊື່ວ່າ ສາມນາງ ເກີດເມື່ອປີ 1995, ມີປື້ມສຳມະໂນຄົວຢູ່ທີ່ ຕາແສງ ພະນົມແດນ ເມືອງ ກີຣີວົງ ແຂວງຕາ່ແກວ ລາຊະອານາຈັກກຳປູເຈຍ. ສາມນາງ ຮັບຂົນສົ່ງຈຳນວນສິນຄ້າດັ່ງກ່າວໃຫ້ອີກຄົນຢູ່ໃນກຳປູເຈຍ.

ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຢຶດພາຫະນະຂົນສົ່ງພ້ອມຈຳນວນເຄື່ອງດັ່ງກ່າວໄວ້ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ,

- 4 - ກຳລັງປ້ອງກັນຄວາມສະຫງົບແຂວງ ອານຢາງ ຂອງຫວຽດນາມຢຶດ ໜ້າກາກອານາໄມ 36.000 ອັນສົ່ງອອກໄປ ກຳປູເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!