ເຂິງຄຳ-ເຂິງຄົນ

- law - ເຂິງຄຳ-ເຂິງຄົນ
- kitchen vibe - ເຂິງຄຳ-ເຂິງຄົນ

ບັນຫາການເຂິງ ຫຼື ການຮ່ອນເປັນສິ່ງຈໍາເປັນ ແລະ ສໍາຄັນໃນຊີວິດ ສັງຄົມມາແຕ່ບູຮານ ນະການເພື່ອແນໃສ່ປັບປຸງປົວແປງ ຊອກໃຫ້ເຫັນຫາໃຫ້ໄດ້ຄົນດີ-ຄົນເດັ່ນຄົນທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມບໍລິ ສຸດສັດຊື່, ຈົ່ງຮັກພັກດີ, ເຮັດ ແທ້ທໍາຈິງ, ທຸກ ສິ່ງທຸກຢ່າງເພື່ອຊາດ, ເພື່ອປະຊາຊົນ ແລະ ເພື່ອ ພາລະກິດປະຕິວັດຂອງພັກ, ພ້ອມດຽວນັ້ນກໍຕ້ອງເດັດດ່ຽວຈໍາກັດ ແລະ ປາບ ປາມຄົນທີ່ລ່ວງລະເມີດລະບຽບພັກ, ກົດໝາຍບ້ານ ເມືອງຢ່າງເດັດຂາດໂດຍບໍ່ ຍົກເວັ້ນ. ກໍດັ່ງປັດຈຸບັນກົມ ການເມືອງສູນກາງ ພັກ ໄດ້ອອກຄໍາສັ່ງ ເລກທີ 01/ກມສພ; ລົງວັນທີ 01/02/2017 ເຖິງບັນດາຄະນະພັກທົ່ວປະເທດວ່າດ້ວຍການດໍາເນີນຊີວິດການ ເມືອງປັບປຸງ ປົວແປງທົ່ວພັກ ເຊິ່ງການດໍາເນີນຊີວິດການເມືອງໃນຄັ້ງນີ້ມີຄວາມຈໍາເປັນພາວະວິໃສ, ແມ່ນຄວາມຮຽກຮ້ອງຕ້ອງ ການອັນຮີບດ່ວນປັບປຸງ, ເຊີດຊູຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະການປະຕິບັດຫຼັກການ ກໍ່ສ້າງພັກ ເຊິ່ງກ່ອນອື່ນໝົດແມ່ນຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະຕິຊົມກັນ; ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆພາຍໃນພັກເຊັ່ນ: ການຖືເບົາຝຶກຝົນຫຼໍ່ຫຼອມ, ປະກົດ ການເສື່ອມຄຸນປ່ຽນທາດ, ພະຍາດອາຍາສິດ, ເອກະຊົນ, ສໍ້ລາດ ບັງຫຼວງ, ການຝ່າຝືນລ່ວງລະເມີດລະບຽບກົດໝາຍ ທີ່ພວມ ປະກົດຂຶ້ນຢ່າງແຜ່ຫຼາຍພາຍໃນພັກ ເພື່ອແນໃສ່ສ້າງໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

+ ຫົວໜ້າຄະນະຈັດຕັ້ງສູນກາງພັກແນະນຳໃຫ້ຊາວໜຸ່ມຕັ້ງໜ້າປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ເກີດຜົນ

- Visit Laos Visit SALANA BOUTIQUE HOTEL - ເຂິງຄຳ-ເຂິງຄົນ

+ ອອກມາແລ້ວ ມະຕິວ່າດ້ວຍການແກ້ໄຂພະຍາດອາຍາສິດ ແລະ ຕ້ານການສໍ້ລາດບັງຫລວງ

+ ກຽມສ້າງຫໍສະພາແຫ່ງຊາດຫລັງໃໝ່ ໃນກາງເດືອນກໍລະກົດນີ້

 

ການດໍາເນີນຊີວິດການ ເມືອງປັບປຸງປົວແປງທົ່ວພັກຍັງເປັນການເສີມຂະຫຍາຍມູນເຊື້ອ, ຜົນງານດ້ານດີຂອງພັກໃນໄລ ຍະຜ່ານມາ, ແກ້ໄຂຈຸດອ່ອນ- ຂໍ້ ຂາດຕົກບົກພ່ອງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາທີ່ ໄດ້ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ມີການປ່ຽນແປງ ໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸແນໃສ່ຍົກສູງຄວາມສາ ມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດ ສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ໃນບັ້ນດໍາເນີນຊີວິດ ການ ເມືອງຄັ້ງນີ້ ເພື່ອສ້າງ ແລະ ຍົກລະ ດັບຄວາມສາມາດນໍາພາຂອງ ພັກ, ຄວາມເປັນແບບ ຢ່າງນໍາ ໜ້າຂອງຄະນະພັກຂັ້ນຕ່າງໆ ແລະສະມາຊິກພັກ ໂດຍຕິດພັນ ກັບການກວດກາຄວາມຮັບຮູ້ ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ ເປັນຕົ້ນມະຕິ X ຂອງ ພັກ, ສ້າງໃຫ້ມີການຫັນ ປ່ຽນຕົວ ຈິງທາງດ້ານແນວຄິດ, ຄຸນສົມ ບັດ, ແບບ ແຜນການນໍາພາ ແລະ ວິທີເຮັດວຽກ, ຄວາມຮັບຜິດ ຊອບ ການເມືອງຂອງຄະນະ ພັກ ແຕ່ລະຂັ້ນແລະຂອງສະມາຊິກ ພັກ; ຍົກລະດັບການຄົ້ນຄວ້າ ກໍາແໜ້ນແນວທາງ, ກໍາແໜ້ນ ວຽກງານກໍ່ສ້າງພັກ, ການຕິຊົມ ຕົນເອງ, ຕິຊົມກັນພາຍໃນພັກ ແລະຄວາມເປັນແບບຢ່າງເຮັດ ແທ້ທໍາຈິງ, ນໍ້າໃຈເສຍສະຫຼະ ເພື່ອຊາດ ເພື່ອປະຊາຊົນຂອງ ຄະນະພັກ ແລະ ສະມາຊິກພັກ; ທັງເປັນການສ້າງຄວາມເປັນ ເອກະພາບ ແລະ ຄວາມຕັດສິນ ໃຈສູງ ຂອງທົ່ວພັກໃນການກໍາ ນົດທິດທາງ, ມາດຕະການ ແກ້ໄຂບັນຫາຕົວຈິງແຕ່ເທິງ ລົງລຸ່ມ.

ຢືນຢູ່ຕໍ່ໜ້າສະພາບການ ໃໝ່,ພັກ ແລະ ລັດເຮົາໄດ້ຊີ້ໃຫ້ ເຫັນ ໄພອັນຕະລາຍຂອງພະ ຍາດອາຍາສິດ ແລະ ການສໍ້ລາດ ບັງຫຼວງ ໂດຍໄດ້ນໍາພາສຶກສາ ອົບຮົມໃຫ້ຄະນະພັກ, ສະມາຊິກ ພັກ-ພະນັກງານ ຮັບຮູ້ ເຂົ້າໃຈ ແລະປຸກລະ ດົມເຂົ້າຮ່ວມຕ້ານ, ສະກັດກັ້ນພະຍາດອາຍາສິດ ກໍຄືບັນຫາການສໍ້ລາດບັງຫຼວງ, ຜ່ານມາແມ່ນຍັງຖືເບົາໃນການແກ້ໄຂ ບັນຫາຍັງບໍ່ຕິດພັນກັບ ຕົວຈິງ, ບໍ່ມີຈຸດສຸມ, ບໍ່ອີງໃສ່ກໍາ ລັງແຮງປະຊາຊົນ, ຫຼາຍບ່ອນລະ ເມີດຫຼັກການຂອງພັກ ແລະ ກົດ ໝາຍຂອງລັດ ເຊິ່ງແນວຄິດ ເອກະຊົນ ແລະພະຍາດອາຍາ ສິດ ສະແດງອອກຢູ່ບ່ອນວ່າ ການ ນໍາພາຊີ້ນໍາຍັງຫ່າງເຫີນ ປະຊາຊົນ, ຫ່າງເຫີນຕົວຈິງ, ເວົ້າ ແບບລວມໆ, ຊີ້ນໍາແບບຜີວເຜີນ, ມັກໃຊ້ແຕ່ຄໍາສັ່ງ, ບໍ່ຟັງຄວາມ ເຫັນຂອງໝູ່ຄະນະ ແລະຂັ້ນລຸ່ມ, ຂາດການວິເຄາະວິໄຈບັນຫາ, ບໍ່ເລີ່ມຈາກຄວາມເປັນຈິງ, ເຂົ້າ ໃຈເປົ້າໝາຍແບບລວມໆ, ພິຈາ ລະນາ  ແລະ ຕົກລົງແກ້ໄຂບັນ ຫາຕາມໃຈມັກຕົນເອງ, ບໍ່ແທດ ຕົວຈິງ, ມີການປຶກສາຫາ ລືໄດ້ ແຕ່ຮູບການ, ບໍ່ຖືສໍາຄັນການ ຕິດຕາມ, ຊຸກຍູ້, ກວດກາ, ຕີລາຄາ ແລະ ຖອດຖອນບົດ ຮຽນຈາກພຶດຕິກໍາ; ຈາກນັ້ນ ຈຶ່ງມີຄວາມເປັນເອກະພາບ ພາຍ ໃນບໍ່ສູງ, ຄວາມສາມັກ ຄີບໍ່ ແໜ້ນ, ຈໍາກັດປະຊາທິປະໄຕ, ເກີດລະແວງສົງໃສກັນກ້າວ ໄປເຖິງມີການກະທໍາຜິດ  ແລະ ອື່ນໆ.

ກ່ຽວກັບການສໍ້ລາດບັງ ຫຼວງໃນປັດຈຸບັນມີຫຼາຍຮູບ ແບບ, ຫຼາຍລະດັບ, ອັນພົ້ນເດັ່ນແມ່ນ ການ ສວຍໃຊ້ອໍານາດ ໜ້າທີ່ ເພື່ອກົດໜ່ວງຖ່ວງດຶງ ຕໍ່ລອງ ຜົນປະໂຫຍດຈາກຜູ້ໃຊ້ບໍລິການຂອງການຈັດຕັ້ງພັກ-ລັດ; ໃຊ້ ຊ່ອງຫວ່າງຂອງລະບຽບກົດ ໝາຍ, ອອກຂໍ້ຕົກລົງຂອງ ບຸກຄົນ ຫຼື ລວມໝູ່ ເພື່ອສ້າງລະ ບອບນະໂຍບາຍສະເພາະເອື້ອ ປະໂຫຍດແກ່ຕົນ ແລະພັກພວກ ເຮັດໃຫ້ ມີການຍັກຍອກຊັບສົມ ບັດສ່ວນລວມເປັນອັນຖືກຕ້ອງຊອບທໍາ, ນອກນັ້ນ ຍັງຈົງໃຈ ລະເມີດລະບຽບກົດໝາຍ ເພື່ອ ຫາຜົນ ປະໂຫຍດໃຫ້ຕົນເອງ; ສິ່ງເຫຼົ່ານັ້ນກະທົບໂດຍກົງໃສ່ ຄຸນນະພາບການນໍາພາຂອງພັກ ແລະການຄຸ້ມຄອງບໍລິຫານ, ອາດເວົ້າໄດ້ວ່າ: ພະຍາດອາຍາ ສິດໃນແບບແຜນນໍາພາ-ຄຸ້ມ ຕອງ ແລະ ການສໍ້ລາດບັງ ຫຼວງທີ່ນັບມື້ຮ້າຍແຮງໃນປັດ ຈຸບັນ ພວມກາຍເປັນສິ່ງ ທີ່ທົ່ວ ສັງຄົມໃຫ້ຄວາມສົນໃຈຫຼາຍ, ທັງກໍາລັງສ້າງຜົນກະທົບ ຕໍ່ບົດ ບາດ ແລະ ຄວາມສາມາດນໍາ ພາຂອງພັກ ກໍຄືຄວມເຊື່ອໝັ້ນ ຂອງປະຊາຊົນຕໍ່ລະບອບໃໝ່, ເປັນອຸປະສັກກົດໜ່ວງການພັດທະນາ, ເປັນຊ່ອງຫວ່າງໃຫ້ອິດ ທິກໍາລັງປໍລະປັກ ແລະ ພວກຄົນ ບໍ່ດີ ສວຍໃຊ້ທັບຖົມໂຈມຕີ ການນໍາ, ຕໍ່ພັກ ແລະ ລະບອບ ການເມືອງຂອງພວກເຮົາ; ຍ້ອນ ແນວນັ້ນ ການແກ້ໄຂພະຍາດອາ ຍາສິດ, ສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫຼວງ ແມ່ນ ຄວາມຈໍາເປັນພາວະວິໃສ, ເປັນ ໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍກົງຂອງພັກ, ລັດ; ຄະນະ ພັກ ແລະພະນັກງານການນໍາ ທຸກຂັ້ນ, ທຸກພາກສ່ວນຕ້ອງ ເປັນ ເຈົ້າການຈັດຕັ້ງນໍາພາ ແກ້ໄຂພະ ຍາດອາຍາສິດ ແລະ ການສໍ້ ລາດ ບັງຫຼວງຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງ.

ໃນສະເພາະໜ້ານີ້ ເພື່ອແກ້ ໄຂໄພອັນຕະລາຍດັ່ງກ່າວ ແມ່ນຕ້ອງໄດ້ນໍາໃຊ້ຫຼາຍມາດຕະການສະກັດກັ້ນ ແລະ ແກ້ ໄຂພະຍາດ ອາຍາສິດ ແລະ ການສໍ້ລາດບັງຫຼວງຢ່າງຕັ້ງໜ້າເປັນ ຕົ້ນມາດຕະການສຶກສາອົບຮົມ, ມາດຕະການລົງໂທດທາງດ້ານ ບໍລິຫານ, ມາດຕະການ ລົງໂທດທາງດ້ານກົດໝາຍ ແລະ ອື່ນໆ; ບັນຫາເກີດຂຶ້ນຢູ່ບ່ອນໃດບ່ອນ ນັ້ນຕ້ອງແກ້ໄຂຢ່າງເດັດຂາດ ແລະທັນການ; ຕ້ອງແກ້ພະຍາດ ດັ່ງກ່າວໃຫ້ກາຍເປັນໜ້າທີ່ ແລະຄວາມຮັບຜິດຊອບໂດຍ ຂອງພະນັກງານທຸກປະເພດ, ທຸກການຈັດຕັ້ງ ແລະ ສັງຄົມ; ຕ້ອງຕ້ານມັນ ໂດຍເລີ່ມຈາກ ຄວາມເປັນແບບຢ່າງຂອງພະ ນັກງານນໍາພາ-ຄຸ້ມຄອງແຕ່ ລະຂັ້ນ; ຕ້ອງຈໍາກັດ ອັດຊ່ອງ ຫວ່າງ, ສະກັດກັ້ນ ແລະຕ້ານ ບໍ່ໃຫ້ພະຍາດອາຍາສິດ ແລະ ການສໍ້ລາດບັງຫຼວງ ເປັນປະຈໍາ, ມີຈຸດສຸມ, ຖ້າມີໜໍ່ແໜງເກີດ ບ່ອນໃດຕ້ອງແກ້ໄຂແຕ່ຫົວທີ ຢ່າງເຂັ້ມງວດ ແລະເດັດຂາດ ເຮັດໃຫ້ບັນຫາດັ່ງກ່າວຫຼຸດ ໜ້ອຍຖອຍລົງ.

ເຖິງຢ່າງໃດກໍຕາມ,  ໃນ ບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງຄັ້ງນີ້ຕ້ອງດັດ ດ່ຽວຂູດເກົາເຜົາລ້າງບັນຫາ ທີ່ເປັນໄພອັນ ຕະລາຍຕໍ່ຊາດ, ຕໍ່ ປະຊາຊົນ ແລະຕໍ່ພັກ ໃຫ້ໝົດໄປ, ເລືອກໃຫ້ໄດ້ຄະນະພັກ-ສະມາຊິກພັກດີ ເພື່ອນໍາພາການປະຕິ ວັດລາວກ້າວ ໜ້າຢ່າງບໍ່ຢຸດຢັ້ງ, ເດັດຂາດບໍ່ອະນຸຍາດໃຫ້ສະມາຊິກພັກຫົ່ມເສື້ອແຫ່ງກຽດສັກສີອັນດີເລີດຂອງກອງ ນໍາໜ້າຂອງຊົນຊັ້ນກໍາມະ ກອນ ສະແຫວງຫາຜົນປະໂຫຍດຈາກຢາດເລືອດ ແລະນໍ້າຕາຂອງປະຊາຊົນທີ່ທີ່ຈົງຮັກພັກດີ ຕໍ່ຊາດ, ຕໍ່ພັກ ແລະໃຫ້ນໍາເອົາຄົນ ທີ່ລະເມີດລະບຽບຂອງພັກ, ກົດໝາຍຂອງລັດອອກ ຈາກການຈັດຕັ້ງພັກແລະລັດ ໃຫ້ໄວເຮັດໃຫ້ອົງການພັກ-ລັດປອດໃສ, ຂາວ ສະອາດ, ບໍ່ມີ ກາຝາກ, ບໍ່ມີຜູ້ທໍລະຍົດຕໍ່ປະຊາຊົນ, ສປປ ລາວ ຈຶ່ງຈະເລີນຮັ່ງມີ.

- 3 - ເຂິງຄຳ-ເຂິງຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!